ປີ 2022 ມີ 3 ບ້ວງເງິນໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ ຮອບດ້ານ

11:45 | 17/12/2021

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 15 ທັນ​ວາ, ຢູ່າ​ຮ່າ​ໂນ້ຍ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຮອບ​ດ້ານ - ວິ​ທີ​ການ​ແກ້​ໄຂ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ໃນ​ສະ​ພາບ​ການ​ປົກ​ກະ​ຕິ​ໃໝ່”.

ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ ຍູ້ແຮງການຫັນເປັນດິຈິຕອນເພື່ອເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນໃຫ້ດີກ່ວາເກ່ົາ
ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າໃນການເຂົ້າຮ່ວມພື້ນຖານເສດຖະກິດດີຈີຕອນ
ປີ 2022 ມີ 3 ບ້ວງເງິນໜູນຊ່ວຍວິສາຫະກິດຫັນເປັນດີຈີຕອນ ຮອບດ້ານ
ພາບ​ປະ​ກອບ: VOV

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ຖື​ວ່າ ເພື່ອ​ປ​ັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ປົກ​ກະ​ຕິ​ໃໝ່ ແລະ ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ, ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ຢ່າງ​ມີ​ໄຫວ​ພິບ, ປະ​ຕິ​ບັດ​ການ​ເຫັນ​ເປັນ​ດີ​ຈີ​ຕອນ. ວິ​ວັດ​ການ​ນີ້​ຕ້ອງ​ອີງ​ໃສ່​ການ​ຮ່ວມ​ສ​ຳ​ພັນ ລະ​ຫວ່າງ​ການ​ດຳ​ເນີນ​ທຸ​ລະ​ກິດ, ເຕັກ​ໂນ​ໂລ​ຢີ ແລະ ມະ​ນຸດ ເພື່ອ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ທີ່​ມີ​ຄວາມ​ບຸກ​ທະ​ລຸກ່​ວາ.

ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ພວມ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນ​ໄລ​ຍະ 2021 – 2025. ໃນ​ປີ 2022, ໂຄງ​ການ​ຈະ​ສຸມ​ໃສ່​ເຂົ້າ 3 ບ້ວງ​ຫຼັກ. ບ້ວງທີ 1 ໜູນ​ຊ່ວຍການ​ເລີ່ມ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ທີ່​ມີ​ຂອບ​ຂະ​ໜາດ​ໜ້ອຍ, ບັນ​ດາ​ວິ​ສາ​ຫະ​ກິດ​​ເລີ່ມ​ຫັນ​ເປັນ​ດີ​ຈ​ີ​ຕອນ, ງົບ​ປະ​ມານ​ແຫ່ງ​ລັດ ສະຫງວນລາຍຈ່າຍ​ສ່ວນ​ໜຶ່ງ​ງົບ​ປະ​ມານ 20 ລ້ານ ຫາ 50 ລ້ານ​ດົ່ງ/ປີ. ບ້ວງ​ເງິນ​ທີ 2 ເພີ່ມ​ຄວາມ​ໄວ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດທີ່​ພວມ​ມີ​ການ​ເຕີບ​ໂຕ, ໜູນ​ຊ່ວຍ​ເງິນ​ບໍ່​ເກີນ 10 ລ້ານ​ດົ່ງ/ປີ ສຳ​ລັບ​ເປົ້າ​ໝາຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ. ບ້ວງ​ເງິນ​ທີ 3 ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫັນ​ເປັນ​ດີ​ຈີ​ຕອນ​ມຸ່ງ​ໄປ​ເຖິງ​ຕະຫຼາດ​ສົ່ງ​ອອກ, ໜູນ​ຊ່ວຍຫຼາຍ​ທີ່​ສຸດ 50% ຂອງລາຍຈ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.