ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ້ອນຮັບ​ປະ​ທານ​ສະ​ມາ​ຄົມ​ຊາວ ສ.​ເກົາ​ຫຼີ ເຊື້ອຊາດຫວຽດນາມ

06:30 | 17/12/2021

​ວັນ​ທີ 14 ທັນວາ, ​ ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ​​ຕ້ອນຮັບ​ປະທານ​ສະມາຄົມ​ມິດຕະພາບ ​ສ.​ເກົາຫຼີ - ຫວຽດນາມ Choi Young-ju.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ
“ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ “ຮ່ວມ​ມື 3 ຝ່າຍ” ລະ​ຫວ່າງ​ຄະນະການ​ທູດ, ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ ກັ​ບ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ຫວຽດ​ນາມ

ທີ່​ການຕ້ອນຮັບ​​ປະທານ​ສະມາຄົມ​ມິດຕະພາບ ​ສ.​ເກົາຫຼີ - ຫວຽດນາມ Choi Young-ju, ​ທ່ານປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງເຫ້ວ ສະເໜີສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍ ເນື່ອງໃນ ໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022.

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຕ້ອນຮັບ​ປະ​ທານ​ສະ​ມາ​ຄົມ​ຊາວ ສ.​ເກົາ​ຫຼີ ເຊື້ອຊາດຫວຽດນາມ
ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ຕ້ອນຮັບ​​ປະທານ​ສະມາຄົມ​ມິດຕະພາບ ​ສ.​ເກົາຫຼີ - ຫວຽດນາມ Choi Young-ju. ພາບ: TTXVN

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ສະ​ເໜີ​ໃຫ້​ພິ​ຈາ​ລະ​ນາ​ຈັດ​ຕັ້ງ​ງານວັນ​ບຸນ​ຫວຽດ​ນາມ ຢູ່ ສ.ເກົາຫຼີ ແລະ ງານ​ບຸນ​ວັດ​ທະ​ນະ​ທຳ ສ.ເກົາຫຼີ ຢູ່ ຫວຽດ​ນາມ.

ທີ່​ການຕ້ອນຮັບປະທານ​ສະມາຄົມ​ຊາວ ສ.​ເກົາຫຼີ ເຊື້ອຊາດຫວຽດນາມ ຫຼີຮວນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄດ້​ສະ​ແດງ​ຄວາມຕື້ນຕັນໃຈເມື່ອໄດ້ພົບ​ປະສັງສັນ ແລະ ໂອ້​ລົມ​ກັບ​ລູກ​ຫລານ​ຂອງ​ຕະກຸນຫຼີ.

ພາຍຫຼັງ​ເກືອບ 1000 ປີ ​ນັບ​ແຕ່​ມາ​ຢູ່ ສ.ເກົາຫຼີ, ວົງຄະນະຍາດຕະກຸນຫຼີ ນັບມື້ນັບ​ໄດ້​ຮັບ​ການ​ພັດທະນາ​ຢ່າງເຂັ້ມ​ແຂງ​ ​ແລະ ມີ​ຜົນສຳ​ເລັດຫຼາຍຢ່າງ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ ສ.​ເກົາຫຼີ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໄດ້​ຕີ​ລາ​ຄາ​ສູງ​ຈິດໃຈອວ່າຍໜ້າກັບເມືອບ້ານເກີດ ເມືອງນອນ, ຄວາມມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ເທດ​ຊາດ​ຂອງ​ວົງຄະນະຍາດຕະກຸນຫຼີ.

ບູນມີ

ເຫດການ
302 Found

Found

The document has moved here.