ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX

06:35 | 16/12/2021

ວັນ​ທີ 14 ທັນວາ, ສະຖານທູດ​ເຢຍລະ​ມັນ ​ປະ​ຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ ງວດ​ວັກ​ຊິນກັນໂຄ​ວິດ-19 ມີວັນຊິນ Moderna 2.558.000 ​ໂດ​ສ ​ໄດ້​ມາ​ຮອດ​ນະຄອນຫຼວງ​ຮ່າ​ໂນ້ຍ​ ໃນ​ວັນ​ທີ 10 ທັນວາ.

ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ ເຢຍ​ລະ​ມັນ​ມອບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ ແລະ ເຄື່ອງວັດ​ລະ​ດັບ​ອົກ​ຊີ​ໃຫ້​ຫວຽດ​ນາມ ມູນ​ຄ່າ 21 ຕື້​ດົງ
ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ ອຸປະຖຳສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນທີ່ຖືກ​ໄພ​ນ້ຳ​ຖ້ວມ ຢູ່​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ປະ​ເທດ ເຢຍ​ລະ​ມັນ

ງວດ​ວັກ​ຊິນຄັ້ງ​ນີ້​ແມ່ນ​ໄດ້​ຮັບ​ຜ່ານ​ໂຄງການວັກຊິນ​ສາກົນ COVAX ພາຍຫຼັງທີ່​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ UNICEF, WHO ຫວຽດນາມ ​ແລະ ລັດຖະບານ ຫວຽດນາມ. ງວດ​ສະໜອງ​ວັກ​ຊິນຄັ້ງ​ນີ້​ແມ່ນ​ການ​ປະກອບສ່ວນ​​ຂອງ​ເຢຍລະ​ມັນ​ເພື່ອ​ໜູນ​ຊ່ວຍ​ໂຄງການສັກ​ວັກ​ຊິນ​ຂອງ​ຫວຽດນາມຕື່ມອີກ. ​ເຢຍລະ​ມັນ​ ຈະ​ສະໜອງ​ວັກຊິນ​ໃຫ້​ຫວຽດນາມ ​ຕື່ມ​ອີກ ຄາດ​ວ່າ​ປະມານ 10 ລ້ານ​ໂດ​ສ.

ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX
ເຢຍ​ລະ​ມັນ ​ຊ່ວຍ​ເຫຼືອວັກ​ຊີິນ​ເພີ່ມ​ 2,5 ລ້ານ​ໂດສ ໃຫ້ແກ່ຫວຽດ​ນາມ ຜ່ານ​ໂຄງການ COVAX. ພາບ: ສະຖານ​​ທູດ​ເຢຍ​ລະ​ມັນ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເຢຍ​ລະ​ມັນ ປະ​ຈຳ​ຫວຽດ​ນາມ Guido Hildner ​ໃຫ້​ຮູ້​ວ່າ ດ້ວຍ​ວັກຊິນ​ກວ່າ 2,5 ລ້ານ​ໂດສ​ທີ່​ສະໜອງ​ໃຫ້​ຜ່ານໂຄງການ COVAX, ​ເຢຍລະ​ມັນ ​ຢືນຢັນນ້ຳມໃຈ​ຄວາມ​ສາມັກຄີ​ກັບ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ ​ແລະ ສະກັດ​ກັ້ນ​ໂລກ​ລະບາດໂຄວິດ-19.

ທ່ານນາງ Rana Flowers, ຜູ້ຮັກສາການປະສານງານສະຫະປະຊາຊາດ ແລະ ຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ໄດ້ສະແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນ ເຢຍລະມັນ ທີ່ແບ່ງປັນວັກຊິນກັບປະຊາຊົນຫວຽດນາມ.

ດ້ວຍ​ງວດວັກ​ຊິນ​ທີ່​ລັດຖະບານ​ເຢຍລະ​ມັນ ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ຮັບ​ວັກຊິນກັນ​ໂຄ​ວິດ-19 ເຖິງ 45.197.910 ​ໂດ​ສ ​ໂດຍ​ຜ່ານໂຄງການ​ວັກ​ຊິນ​ສາກົນ COVAX.

ບູນມີ

302 Found

Found

The document has moved here.