ຮຽກຮ້ອງບັນດາວິສາຫະກິດຮ່ວມກັນສ້າງປະຊາຄົມເພື່ອການພັດທະນາແບບຍືນຍົງ | |
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 130 ປີແຫ່ງວັນສ້າງຕັ້ງແຂວງ ຮ່າຢາງ |
![]() |
ພິທີລົງມືກໍ່ສ້າງໂຄງການໂຮງງານໄຟຟ້າພະລັງງານຄວາມຮ້ອນ ກ໋ວາງແຈກ I (ພາບ: EVN) |
ໂຄງການໂຮງງານໄຟຟ້າພະລັງງານຄວາມຮ້ອນ ກ໋ວາງແຈກ I ຂຶ້ນກັບ ສູນໄຟຟ້າ ກ໋ວາງແຈກ ໂດຍ EVN ແມ່ນເຈົ້າຂອງການລົງທຶນ. ຄະນະຄຸ້ມຄອງໂຄງການໄຟຟ້າ 2 ໄດ້ມອບໃຫ້ຜູ້ຕາງໜ້າເຈົ້າຂອງໂຄງການລົງທຶນຄຸ້ມຄອງ, ບໍລິຫານໂຄງການ.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຕ່າຍແອັງ, ຮອງຜູ້ອຳນວຍການໃຫຍ່ EVN ໃຫ້ຮູ້ວ່າ: ຍອດເງິນລົງທຶນໂຄງການແມ່ນ 41.130 ຕື້ດົ່ງໃນເນື້ອທີ່ 48,6 ເຮັກຕາ ຢູ່ບ້ານ ວິງເຊີນ, ຕາແສງ ກ໋ວາງດົງ ເມືອງກ໋ວາງແຈກ.
ໂຄງການລວມມີ 2 ກຸ່ມເຄື່ອງຈັກ ດ້ວຍຍອດສະມັດຕະພາບຕິດຕັ້ງຂຶ້ນເຖິງ 1.200 MW ແລະ ເມື່ອເຂົ້າເຄື່ອນໄຫວ ໂຮງງານຈະສະໜອງໃຫ້ແກ່ລະບົບໄຟຟ້າແຫ່ງຊາດ ປະລິມານໄຟຟ້າແຕ່ລະປີ ປະມານ 8,4 ຕື້ kWh. ສິ່ງນີ້ ໄດ້ປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແຫ່ງຊາດ, ອັນໄດ້ຍົກສູງລະດັບຄວາມປອດໄພ ແລະ ສະຖຽນລະພາບໃຫ້ແກ່ລະບົບໄຟຟ້າແຫ່ງຊາດ.
ຜູ້ຮ່ວມທຸລະກິດຮັບເໝົາລວມມີ ຜູ້ຮັບເໝົາຂອງຍີ່ປຸ່ນ, ສ.ເກົາຫຼີ ແລະ ບໍລິສັດກໍ່ສ້າງເລກ 1 ຈະປະຕິບັດບ້ວງຮັບເໝົາຫຼັກ ແລະ ອອກແບບ, ສະໜອງສິນຄ້າ ແລະ ກໍ່ສ້າງໂຄງການກິດຈະກຳ. ນີ້ລ້ວນແຕ່ແມ່ນບັນດານັກຮັບເໝົາໃຫຍ່, ມີອິດທິພົນຊື່ສຽງ, ມີກຳລັງຄວາມສາມາດ ແລະ ບົດຮຽນປະສົບການໃນຫຼາຍໂຄງການໄຟຟ້າພະລັງງານຄວາມຮ້ອນໃຫຍ່.
ໂຮງງານໄຟຟ້າພະລັງງານຄວາມຮ້ອນ ກ໋ວາງແຈກ I ໄດ້ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝທີ່ສຸດໃນບັນດາໂຮງງານໄຟຟ້າຖ່ານຫີນຢູ່ ຫວຽດນາມ ໃນປັດຈຸບັນ. ຄາດວ່າ ໂຄງການຈະກໍ່ສ້າງສຳເລັດ ແລະ ນຳເຂົ້າເຄື່ອນໄຫວໃນປີ 2025.
ໂຮງງານຈະໄດ້ປະກອບບັນດາລະບົບບຳບັດນ້ຳເສຍ, ອາຍພິດ ແລະ ກັ່ນຕອງອາກາດຢ່າງຄົບຊຸດ. ດັ່ງນັ້ນ ປະລິມານການປ່ອຍອາຍພິດພາຍຫຼັງທີ່ໄດ້ຮັບການແກ້ໄຂ ຈະປະຕິບັດຕາມບັນດາມາດຖານກ່ຽວກັບສິ່ງແວດລ້ອມ ຫວຽດນາມ ທີ່ພວມນຳໃຊ້ໃນປັດຈຸບັນ ແລະ ທຽບເທົ່າກັບບັນດາມາດຖານທີ່ ທະນາຄານໂລກ (World Bank) ພວມນຳໃຊ້.
ບັນດາດັດຊະນີຕົວເລກກ່ຽວກັບສິ່ງແວດລ້ອມຂອງໂນງງານ ເມື່ອນຳເຂົ້າເຄື່ອນໄຫວ ໄດ້ສົ່ງມາຍັງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແດວລ້ອມແຂວງ ກ໋ວາງບິ່ງ ເພື່ອຕິດຕາມກວດກາແບບທາງໄກ ແລະ ໄດ້ສະແດງອອກຢ່າງເປີດເຜີຍຢູ່ເຂດປະຕູໂຂງຂອງໂຮງງານ ຕະຫຼອດ 24 ຊົ່ວໂມງຢ່າງຖືກຕ້ອງຕາມມາດຖານຂອງລັດ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ.
ບຸນຄົງ