ວິ​ສາ​ຫະ​ກິດ ສ.ເກົາຫຼີ ຫຼາ​ຍ​ແຫ່ງ​ມີ​ຄວາມສົນ​ໃຈ​​ມາ​ລົງ​ທຶນ​ຢູ່​ແຂວງ ທ໊າຍ​ບິ່ງ

09:02 | 16/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ສ.ເກົາຫຼີ (KCCI) ໄດ້​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ​ທ໊າຍ​ບິ່ງ ຈັດ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ເຂົ້າ​ແຂວງ​ທ໊າຍ​ບິ່ງ ປີ 2021.

ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ຕ້ອນຮັບບັນດາວິສາຫະກິດ ສ.ເກົາຫຼີ ທ່ານປະທານສະພາແຫ່ງຊາດ ເວື່ອງດິ່ງເຫ້ວ ຕ້ອນຮັບບັນດາວິສາຫະກິດ ສ.ເກົາຫຼີ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ​ຢ້ຽມ​ຢາມ ສ.ເກົາຫຼີ ແລະ ອິນ​ເດຍ
ວິ​ສາ​ຫະ​ກິດ ສ.ເກົາຫຼີ ຫຼາ​ຍ​ແຫ່ງ​ມີ​ຄວາມສົນ​ໃຈ​​ມາ​ລົງ​ທຶນ​ຢູ່​ແຂວງ ທ໊າຍ​ບິ່ງ

ທ່ານ ຫງວຽນ​ຄັກ​ເທິ້ນ ຮອງ​ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນ​ະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄທ​ບິ່ງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ກອງ​ປະ​ຊຸມ​ດຶງ​ດູດ​ໄດ້​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ສ.ເກົາຫຼີ ເປັນຈຳນວນຫຼວງຫຼາຍ​ຕາມ​ຮູບ​ແບບທາ​ງ​ໄກ​ສົມ​ທົບ​ໂດຍ​ກົງ. ທີ່ກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ແຂວງ​ທ໊າຍ​ບິ່ງ ໄດ້ຕອບຄຳ​ຖາມ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ ສ.ເກົາຫຼີ ທີ່​ກ່ຽວ​ຂ້ອ​ງເຖິງ​ການ​ເຊົ່າ​ທີ່​ດິນ, ສະ​ໜອງ​ພະ​ລັງ​ງານ, ແຜນ​ການ​ສ້າງ​ພື້ນ​ຖານ​ໂຄ​ງ​ລ່າງ ຢ່າງ​ຄົບ​ຊຸດ​ຄື ເຂດ​ຕົວ​ເມືອງ, ໂຮງ​ໝໍ, ໂຮງ​ຮຽນ, ເຂດ​​ລະ​ຫຼິ​້ນບັນ​ເທີງທີ່​ມີ​ຄ​ຸ​ນ​ນະ​ພາບ​ສູງ​ ເພື່ອ​ຮັບ​ໃຊ້​ບັນ​ດາ​ນັກ​ຊ່ຽວ​ຊານ, ນັກ​ລົງ​ທຶນ, ແຜນ​ການ​ໜູນ​ຊ່ວຍ​ຂອງ​ແຂວງ​ທ໊າຍ​ບິ່ງ ສຳ​ລັບ​ຮູບ​ແບບ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຮາກ​ຖານ​ບຳ​ລຸງ​ສ້າງ​ຊັ​ບ​ພະ​ຍາ​ກອນ​ມະ​ນຸດ ​ອຸດ​ສາ​ຫະ​ກຳ ແລະ ວິ​ສາ​ຫະ​ກິດ​ກໍ່​ຄື​ບັນ​ດາ​ຄຳ​ເຫັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ຜະ​ລິດ​ຕະ​ພັນ, ການ​ນຳ​ເຂົ້າ, ການ​ຂົນ​ສົ່ງ​ສິນ​ຄ້າ, ຜະ​ລິດ​ຕະ​ພັນ​ເຂົ້າ​ມາ​ທ້ອງ​ຖິ່ນ.

ທີ່ກອງ​ປະ​ຊຸມ​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ໄດ້​ມີ​ກາ​ລະ​ໂອ​ກາດ​ແລກ​ປ່ຽນ​ກັບ​ການ​ນຳ​ພະ​ແນກ, ຂະ​ແໜງ​ການ, ຄະ​ນະ​ແຂວງ​ທ໊າຍ​ບິ່ງ ໂດຍ​ກົງ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່ ເພື່ອ​ແນ​ໃສ່​ພັດ​ທະ​ນາ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.

ປັດ​ຈຸ​ບັນ, ທ໊າຍ​ບິ່ງ ມ​ີ 24 ໂຄ​ງ​ການ​ຂອງ​ບັນ​ດາ​ນັກ​ລົງ​ທຶນ ສ.ເກົາຫຼີ ທີ່​ພວມ​ມີ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ, ດ້ວຍ​ຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽບ​ປະ​ມານ 83 ລ້ານ USD. ເຖິງວ່າ ຈຳ​ນວນ​ທຶນ​ຂອງ​ນັກ​ລົງ​ທຶນ ​ສ.ເກົາຫຼີ ເຂົ້າມາ​ແຂວງ​ທ໊າຍ​ບິ່ງ ໃນປັດ​ຈຸ​ບັນ ​ຍັງ​ບໍ່ທັນຫຼາຍ​ກໍ່​ຕາມ, ແຕ່​ວ່າ​ຫວ່າງ​ມໍ່ໆ​ມານີ້ ມີ​ນັກ​ລົງ​ທຶນ ​ສ.ເກົາຫຼີ ​ຈຳ​ນວນ​ໜຶ່ງ​ໄດ້​ຊອກ​ຫາ​ກາ​ລະ​ໂອ​ກາດ ແລະ ຕັດ​ສິນ​ມາ​ລົງ​ທຶນ​ຢູ່​ແຂວງ. ໃນ​ປີ 2021, ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ, ແຂວງ​ທ໊າຍ​ບິ່ງ ຍັງ​ດຶງ​ດູດໄດ້ 5 ​ໂຄງ​ການ​ລົງ​ທຶນໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ໃໝ່, ດ້ວຍຍອດ​ເງິນ​ລົງ​ທຶນ​ຈົດ​ທະ​ບຽນ​ບັນ​ລຸ​ໄດ້ 420 ລ້ານ USD, ເພີ່ມ​ຂຶ້ນ​ທົບ​ 7 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.