ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”

11:38 | 17/12/2021

ຍ​ສ​ໝ - ສູນກາງ​ສະ​ພາ​ກາ​ແດງ​ຫວຽດ​ນາ​ມ, ປະ​ຕູ​ຖານ​ຂໍ້​ມູນ​ມະ​ນຸດ​ສະ​ທຳ ແຫ່ງ​ຊາດ 1400 ແລະ ບໍ​ລິ​ສັດ​ໃຫຍ່ ໂທ​ລະ​ຄົມ​ມະ​ນາ​ຄົມ Viettel ໄດ້​ປຸກ​ລະ​ດົມ​ລາຍ​ການ​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ນ”, ດ້ວຍການພິມຄຳວ່າ TET ສົ່ງ​ໄປ​ຍັງ 1409 (20.000ດົ່ງ/ຂໍ້​ຄວາມ).

ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ ງົບປະມານທີ່ຈະໃຊ້ໃນການເບິ່ງແຍດູແລໃຫ້ສະມາຊິກກຳມະບານ, ຊາວຜູ້ອອກແຮງງານ ເນື່ອງໃນໂອກາດບຸນເຕັດປີຂານແມ່ນ 2.400 ຕື້ດົ່ງ
ບຸນເຕັດ ຄູກູເຕ ມີຄວາມໝາຍສໍາຄັນຍິ່ງ, ແມ່ນວັນບຸນໃຫຍ່ສຸດໃນປີ ຂອງເຜົ່າ ລາຈີ໊ ບຸນເຕັດ ຄູກູເຕ ມີຄວາມໝາຍສໍາຄັນຍິ່ງ, ແມ່ນວັນບຸນໃຫຍ່ສຸດໃນປີ ຂອງເຜົ່າ ລາຈີ໊
ປຸກລະດົມຂໍ້ຄວາມສະໜັບສະໜູນ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ”
ພາບ​ປະ​ກອບ: TTXVN

ໂຄງ​ການ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 ທັນ​ວາ ປີ 2021 ຈົນຮອດ​ວັນ​ທີ 12 ກຸມ​ພາ ປີ 2022 ເພື່ອ​ແນ​ໃສ່​ຂົນ​ຂວາຍ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ໜັບ​ສະ​ໜູນ​ແຫຼ່ງ​ກຳ​ລັງ, ໜູນ​ຊ່ວຍ​ຄົນ​ທຸກ​ຍາກ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແລະ ປະ​ຊາ​ຊົນທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້ມີ​ເງື່ອນ​ໄຂ​ຕ້ອ​ນ​ຮັບ​ບຸນ​ເຕັດ ປີ 2022, ບັນ​ດ​າ​ການ​ເຄື່ອ​ນ​ໄຫວ​ໜູນ​ຊ່ວຍລວມ​ມີ: ມອບ​ຂອງ​ຂວັນ​ບຸນ​ເຕັດ, ທັນ​ຍາ​ຫານ, ສະ​ບຽງ​ອາ​ຫານ, ຜ້າ​ອັດ​ປາກ​ດັງ, ນຳ້ຢາ​ລ້າງ​ມື​ຂ້າ​ເຊື້ອ, ຊຸດ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19.

ໄປ​ຄຽງ​ຄູ່​ກັບ​ຮູບ​ແບບ​ສົ່ງ​ຂໍ້​ຄວາມ​ສະ​ໜັບ​ສະ​ໜູນ, ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ ອາດ​ຈະ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ “ບຸນ​ເຕັດ​ເພື່ອ​ຄົນ​ທຸກ​ຍາກ ແລະ ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ຜ່ານ​ບັນ​ຊີ​ຂອງ​ສູນ​ກາງສະ​ພາ​ກາ​ແດງ ຫວຽດ​ນາມ. ເລກ​ບັນ​ຊີ 120 1 00000 36656 ​ທະ​ນາ​ຄານ​ການ​ຄ້າ​ຫຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ ຫວຽດ​ນາມ, ສາຂາ​ເລກ I, ຮ່າ​ໂນ້ຍ, ສະ​ໜັບ​ສະ​ໜູນ​ໂດຍ​ກົງ​ຢູ່​ທີ່​: ສຳ​ນັກ​ງານ​ໃຫຍ່​ສູນກາງ​ສະ​ພາ​ກາ​ແດງ ຫວຽດ​ນາມ (ເຮືອນ​ເລກ​ທີ 82, ຖະ​ໜົນ​ຫງວຽນ​ຢູ, ຮ່າ​ໂນ້ຍ) ຫຼື ​ອົງ​ການ​ຕາງ​ໜ້າ​ທາງ​ພາກ​ໃຕ້ (ເຮືອນ​ເລກ​ທີ 201, ຖະ​ໜົນ ຫງວຽນ​ທິ​ມິງ​ຄາຍ, ເມືອງ I, ນະ​ຄອນ ໂຮ່​ຈີ​ມິນ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.