ສ້າງ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ, ການ​ລົງ​ນາມສັນ​ຍາວ່າ​ດ້ວຍການຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ​ໃຫ້​ສົມ​ບູນ​ແບບ

12:04 | 19/12/2021

ຍ​ສໝ - ທ່ານ ຟ້າມບິງມິງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫາກໍ່ໄດ້ລົງນາມ ຂໍ້ຕົກລົງ ອະນຸມັດແຜນຮ່າງ “ສຳຫຼວດກວດກາ, ຕີລາຄາປະສິດທິຜົນຂອງບັນດາສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນ, ການກະທົບຕໍ່ກັບນະໂຍບາຍພາສີຂອງ ຫວຽດນາມ ແລະ ການກຳນົດທິດດັດປັບ.

ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ແມ່​ຍິງ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ສານ​ຝັນ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ແມ່​ຍິງ​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ ສານ​ຝັນ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ
ສ້າງ​ນະ​ໂຍ​ບາຍ​ການ​ເຈ​ລະ​ຈາ, ການ​ລົງ​ນາມສັນ​ຍາວ່າ​ດ້ວຍການຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ​ໃຫ້​ສົມ​ບູນ​ແບບ
ພາບ​ປະ​ກອບ:TTXVN

ແຜນຮ່າງແມ່ນເພື່ອແນໃສ່ສ້າງນະໂຍບາຍການເຈລະຈາ, ການລົງນາມສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນໃຫ້ສົມບູນແບບ, ສອດຄ່ອງກັບທ່າອ່ຽງພັດທະນາເສດຖະກິດ ຫວຽດນາມ, ເຂົ້າເຖິງມາດຕະຖານທີ່ກ້າວໜ້າຂອງສາກົນ ແລະ ສອດຄ່ອງກັບບັນດາຄຳໝັ້ນສັນຍາສາກົນ, ຮັບປະກັນຄວາມຄົບຊຸດ, ສະເໝີຕົ້ນສະເໝີປາຍ, ເປີດເຜີຍໂປ່ງໃສ.

ປັດ​ຈຸ​ບັນ, ຍຸດ​ທະ​ສາດ​ເຈ​ລະ​ຈາ​ສັນ​ຍາຫຼີກ​ລ້ຽງ​ການ​ເກັບ​ພາ​ສີຊ້ອນ ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດຂອງ ຫວຽດ​ນາມ ນອກ​ຈາກ​ເປົ້າ​ໝາຍ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ເຂົ້າ​ມາ ຫວຽດ​ນາມ ແລ້ວ ຍັງ​ຕ້ອງ​ຮັບ​ປະ​ກັນ​ແຜນ​ນະ​ໂຍ​ບາຍ​ສົ່ງ​ເສີມ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດນາມ ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດີ​ທີ່​ສຸດ​ໃຫ້​ແກ່ ຫວຽດ​ນາມ​ ໃນ​ການ​ແບ່ງ​ສິດ​ເກັບ​ພາ​ສີ ລ​ະ​ຫວ່າງ ຫວຽດ​ນາມ ແລະ ຄູ່​ຮ່ວມ​ມືທີ່ລົງ​ນາມ​ສັນ​ຍາ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ດ້ານ​ພາ​ສີ​ສາ​ກົນ ແລະ ຕ້ານ​ການ​ໜີ, ຫຼີກ​ລ້ຽງ​ພາ​ສີ.

ແຜນຮ່າງໄດ້ສຸມໃສ່ຄົ້ນຄ້ວາກ່ຽວກັບ ສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນຂອງ ຫວຽດນາມ ແລະ ການກະທົບຂອງສັນຍາພາສີທີ່ມີຕໍ່ນະໂຍບາຍພາສີຂອງ ຫວຽດນາມ. ແຜນຮ່າງໄດ້ຄົ້ນຄ້ວາ, ຕີລາຄາປະສິດທິຜົນຂອງນະໂຍບາຍການເຈລະຈາ ສັນຍາຂອງ ຫວຽດນາມ ແລະ ທັງໝົດລະບົບສັນຍາວ່າດ້ວຍການຫຼີກລ້ຽງການເກັບພາສີຊ້ອນເຊິ່ງ ຫວຽດນາມ ໄດ້ລົງນາມນັບແຕ່ໄລຍະປີ 1992 ມາຮອດປະຈຸບັນ ແລະ ສະເໜີຍຸດທະສາດການເຈລະຈາ ສັນຍາພາສີຂອງ ຫວຽດນາມ ໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ທຳນຽມສາກົນ.

ມາ​ດ​ຕະ​ການ​ແຜນ​ຮ່າງວາງ​ອອກ​ແມ່ນ​ສ້າງ​ຍຸດ​ທະ​ສາດ​ເຈ​ລະ​ຈາ, ລົງ​ນາມ​ສັນ​ຍາຫຼີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ​ໃນ​ໄລ​ຍະ 2021 – 2030, ປ່ຽນ​ແປງ​ນະ​ໂຍ​ບາຍ​ເຈ​ລະ​ເຈ​ສັນ​ຍາ​ຫຼີກ​ລ້ຽງ​ການເກັບພາ​ສີ​ຊ້ອນ​ກັບ​ບັນ​ດ​າ​ຄູ່​ຮ່ວມ​ມື​ໃໝ່, ຜັນ​ຂະ​ຫຍາຍ​ການ​ເຈ​ລະ​ຈາຄືນສະຫຼັບ​​ສັນ​ຍາຫຼີກ​ລ້ຽງ​ການເກັບພາ​ສີ​ຊ້ອນ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.