ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​

09:18 | 17/12/2021

ຍ​ສໝ - ຕອນ​ເຊົ້າ​ວັນ​ທີ 15 ທັນ​ວາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມການ​ຕ່າງ​ປະ​ເທດ ​ຄັ້ງ​ທີ 31 ດ້ວຍ​ຫົວ​ຂໍ້ “ການຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການໃນ​ການ​ຮັບ​ມື, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ຢ່າງ​ມີ​ໄຊ”.

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫ້ວ ໄປ​ເຖິງ New Delhi ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອິນ​ເດຍ​ຢ່າງ​ເປັນ​ທາງ​ການ
ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ​ລາຍ​ການ​​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ການ​ປ້ອງ​ກັນ​​ຊາດ​ຢູ່​ເຂດຊາຍ​ແດນ ຫວຽດ​ນາມ - ລາວ ຢູ່ກວາງ​ຈິ
ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: VOV)

ກ່າວ​ຄຳ​ເຫັ​ນ​ຊີ້​ນຳ​ຢູ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຟ້າມ​ມິງ​ຈິງ ໄດ້​ຢັ້ງ​ຢືນ​ວ່າ ການ​ຕ່າງ​ປະ​ເທ​ດ​ໄດ້​ຫັນ​ເປັນ​ລະ​ອຽດ, ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດຢ່າງ​ເຂັ້ມ​ງວດ, ເສີມ​ຂະ​ຫຍາຍ​​ມູນ​ເຊື້ອ​ຂະ​ແໜງ​ການທູດ, ມີ​ໄຫວ​ພິບ​ໃນ​ການ​ຮັບ​ມື​ກັບ​ສະ​ພາບ​ການ​ໃໝ່, ມີ​ການ​ໜູນ​ຊ່ວຍ​ຂອງ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ເພື​່ອນ​ມິດ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຊີ້​ແຈ້ງວ່າ:

ກ່ຽວກັບວຽກງານປີ 2022 ແລະ 2023, ພວກເຮົາຕ້ອງຄາດຄະເນສະພາບການໃຫ້ໄດ້ ເພື່ອກຳນົດວຽກງານພົວພັນການຕ່າງປະເທດໃຫ້ເໝາະສົມ. ທີ 1, ການແກ້ງແຍ້ງແຂ່ງຂັນດ້ານຍຸດທະສາດຕ້ອງຈະແຈ້ງທີ່ສຸດ. ຕ້ອງຄາດຄະເນສະພາບການເພື່ອມີການປະພຶດ, ແກ້ໄຂບັນດາສິ່ງທ້າທາຍໃຫ້ໄດ້, ໜູນໃຊ້ກາລະໂອກາດເພື່ອພັດທະນາ. ທີ 2 ແມ່ນໂລກລະບາດໂຄວິດ - 19, ນີ້ແມ່ນບັນຫາທົ່ວໂລກ, ສະນັ້ນ, ຕ້ອງມີວິທີສຳຜັດແບບທົ່ວໂລກ ແລະ ຕ້ອງມີຄວາມສາມັກຄີສາກົນຈື່ງພ້ອມກັນແກ້ໄຂໄດ້. ທີ 3 ແມ່ນບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຂາດເຂີນຊັບພະຍາກອນ. ການປະຕິວັດ 4.0 ທັງເປັນສິ່ງທ້າທາຍ, ທັງເປັນກາລະໂອກາດ, ເຊີ່ງສິ່ງທ້າທາຍທີ່ໃຫຍ່ສຸດແມ່ນຄວາມໝັ້ນຄົງດ້ານອີນເຕີເນັດ. ແຕ່ຖ້າຫາກວ່າພວກເຮົາໜູນໃຊ້ການປະຕິວັດອຸດສາຫະກຳ 4.0 ໄດ້ນັ້ນ, ກາລະໂອກາດແມ່ນໃຫຍ່ຫຼວງທີ່ສຸດ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບລາງວັນໃຫ້ບາງໝູ່ຄະນະ ແລະ ສ່ວນບຸກຄົນຂະແໜງການທູດທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.

ກ່ອນໜ້ານັ້ນ, ກອງປະຊຸມການຕ່າງປະເທດ ຄັ້ງທີ 31 ໄດ້ໄຂວາລະປະຊຸມຄົບຄະນະ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ນັບແຕ່ກອງປະຊຸມການຕ່າງປະເທດຄັ້ງທີ 30 ໃນປີ 2018 ຈົນມາຮອດປະຈຸບັນ, ສະພາບການໂລກມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ, ມີຫຼາຍການຜັນແປເກີນການຄາດຄະເນ, ແຕ່ວ່າຂະແໜງການທູດ ຫວຽດນາມ ຍັງບັນລຸໄດ້ຜົນງານທີ່ໃຫຍ່ຫຼວງ.

ຂະ​ແໜງ​ການ​ຕ່າງ​ປະ​ເທດ​ມີຫຼັກ​ການຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ, ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ, ປະ​ດິດ​ຄິດ​ສ້າງ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຢ່າງ​ຄົບ​ຊຸດ, ຈາກ​ນັ້ນ, ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສຳ​ຄັນ ແລະ ຮອບ​ດ້ານ. ນັ້ນ​ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປົກ​ປັກຮັກສາເອ​ກະ​ລາດ​, ອະ​ທິ​ປະ​ໄຕ, ​ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນຢ່າງ​ໝັ້ນ​ແກ່ນ, ສືບ​ຕໍ່​ເປີດກວ້າງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ກັບຫຼາຍ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງ​ກ່​ວາອີກ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ເພື່ອນ​ມິດ​ທີ່​ມີ​ແຕ່​ດົນ​ນານ, ຈາກ​ນັ້ນ ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ​ພາຍນອກໃຫ້ໄດ້ຫຼາຍທີ່ສຸດເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ.

ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ​ຊີ້​ແຈ້ງວ່າ ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຍຸດ​ທະ​ສາດ​ໃໝ່​ຕິດ​ພ​ັນ​ກັບ​ການ​ປະ​ຕິ​ບັດຄວາມ​ຄາດ​ຫວັງ, ວິ​ໄສ​ທັດ, ເປົ້າ​ໝາຍ, ທິດ​ທາງການພັດ​ທະ​ນາ​ປະ​ເທດ​ຊາດ. ບົນ​ພື້ນ​ຖານ​ນັ້ນ, ການ​ພົວ​ພັນ​ຕ່າງ​ປະ​ເທດຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍບ​ົດ​ບາ​ດ​ນຳ​ໜ້າ​ໃນ​ການ​ສ້າງ​ຕັ້ງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ພາຍ​ນອກ ເພື່ອ​ຮັບ​ໃຊ້​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ຍົກ​ສູງ​ທີ່​ຕັ້ງ, ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.