ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດ

12:00 | 16/12/2021

ຍ​ສ​ໝ - ກອງ​ປະ​ຊຸມ​ພ​ົວ​ພັນ​ຕ່າງ​ປະ​ເທດ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ ໄດ້​ດຳ​ເນີນ​ໃນ​ວັນ​ທີ 14 ທັນ​ວາ, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ.

5 ໜ້າທີ່ຈຸດສຸມຂອງຂະແໜງການທູດພາຍຫຼັງກອງປະຊຸມການຕ່າງປະເທດທົ່ວປະເທດປີ 2021 5 ໜ້າທີ່ຈຸດສຸມຂອງຂະແໜງການທູດພາຍຫຼັງກອງປະຊຸມການຕ່າງປະເທດທົ່ວປະເທດປີ 2021
ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ ການ​ພົວ​ພັນ ຫວ​ຽດ​ນາມ - ຈີນ ນ​ຳ​ມາເຊິ່ງຜົນ​ປະ​ໂຫຍດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ
ເສີມຂະຫຍາຍບົດບາດນຳໜ້າຂອງການຕ່າງປະເທດ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດ
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ບິ່ງ​ມິງ (ພາບ: TTXVN)

ໂດຍ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ບິ່ງ​ມິງ ໃຫ້​ຮູ້​ວ່າ: ປະ​ຕິ​ບັດ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ເປັນຫຼາຍ​ຮູບ​ແບບ, ຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ​ ແລະ ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫວຽດ​ນາມ ບັນ​ລຸ​ໄດ້​ໝາກ​ຜົນ​ອັນ​ໃຫຍ່ຫຼວງ​ໃນ​ວຽກ​ງານ​ການ​ທູດ. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອ​ມ​ມູ​ນິດ ໄດ້​ຊີ້​ແຈ້ງວ່າ ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ໃນ​ການ​ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ລະ​ດົມ​ແຫຼ່ງ​ກຳ​ລັງ​ພາຍນອກ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ຍົກ​ສູງ​ທີ່​ຕັ້ງ ແລະ​ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ.

ເພື່ອ​ປະ​ຕິ​ບັດ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ ຕ້ອງ​ສຸມ​ໃສ່​ເຂົ້າ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ຄື: ສ້າງ​ພື້ນ​ຖານ​ການ​ທູດ​ຢ່າງ​ຮອບ​ດ້ານ, ທັນ​ສະ​ໄໝ​ກັບ​ບັນ​ດາ​ຫຼັກ​ການ​ເສົາ​ຄ້ຳ​ການທູດ​ຂອງ​ພັກ, ການ​ທ​ູດ​ຂອງ​ລັດ, ການ​ທູດ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ການ​ຊີ້​ນຳ, ນຳ​ພາ​ທີ່​ເປັນ​ເອ​ກະ​ພາບ​ຂອງ​ພັກ, ການ​ຄຸ້ມ​ຄອງ​ລວມສູນ​ຂອງ​ລັດ ຕໍ່​ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ພ້ອມ​ກັນ​ນັ້ນ, ກໍນຳ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບ​ດ້ານ, ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ ກັນ ແລະ ສອດຄ່ອງ​ກັບ​ກົດ​ໝາ​ຍ​ສ​າ​ກົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ​ຖື​ວ່າ ​ສືບ​ຕໍ່​ຍູ້​ແຮງ ແລະ ຍົກ​ສູງ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ, ກຳ​ນົດ​ບັນ​ດາ​ລະ​ບົບ​ລະ​ບຽບຫຼາຍ​ຝ່າຍ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຢູ່ ອາ​ຊຽນ, ສະ​ຫະ​ປະ​ຊາ​ຊາດ, ບັນ​ດາ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ສາ​ກົນ ແລະ ພາກ​ພື້ນ, ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້​ນກັບ​ການ​ທູດຂອງ​ພັກ, ການ​ທູດຂອງ​ລັດ, ການ​ທູດ​ປະ​ຊາ​ຊົນ, ລະ​ຫວ່າງ​ການ​ທູດ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ເພື່ອ​ປົກ​ປັກ​ຮັກ​ສາອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງປະ​ເທດ​ຊາດ.

ຍູ້​ແຮງວຽກ​ງານ​ການ​ທູດ​ເສດ​ຖະ​ກິດ ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ, ຖື​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຮັບ​ໃຊ້, ດຶງ​ດູດ​ຢ່າງ​ແຮງ​ແຫຼ່ງ​ກຳ​ລັ​ງ​ພາຍນອກ​ເພື່ອ​ຮັບ​ໃຊ້​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ປະ​ເທດ​ຊາດ. ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງວຽກ​ງານ​ການ​ທູດ​ວັດ​ທະ​ນະ​ທຳ, ການ​ຖະ​ແຫຼງ​ຂ່າວ​ການ​ທູດ, ການ​ປົກ​ປ້ອງ​ພົນ​ລະ​ເມືອງ, ວຽກ​ງານ​ສຳ​ລັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ, ດ້ວຍ​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ ແມ່ນ​ຈຸດ​ສຸມ,ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ໃນ​ບັນ​ດາ​ຂົງ​ເຂດ​ສັງ​ຄົມ, ສິ່ງ​ແວດ​ລ້ອມ, ວິ​ທ​ະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ, ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.