ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ

11:30 | 14/12/2021

ຍ​ສ​ໝ - ກວາງ​ນາມ-​ໂຮ້ຍອານ ​ແມ່ນ​ນະຄອນ​ທຳ​ອິດ​ຂອງ​ຫວຽດນາມ​ທີ່​ມີ​ຂໍ້​ຕົກລົງ​ຢຸດການ​ຄ້າຂາຍ​ຊີ້ນ​ໝາ ​ແລະ​ ແມວ. ນີ້​ກໍ​ແມ່ນ​ທິດ​ທາງ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ນິ​ເວດ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຂອງ​​ອຳ​ນາດ​ການ​ປົກ​ຄອງ​ໂຮ້ຍອານ.

ໂຮ້ຍອານ ຢືນອັນດັບຫນຶ່ງໃນບັນຊີລາຍຊື່ 15 ນະຄອນດີສຸດໃນໂລກປີ 2019 ໂຮ້ຍອານ ຢືນອັນດັບຫນຶ່ງໃນບັນຊີລາຍຊື່ 15 ນະຄອນດີສຸດໃນໂລກປີ 2019
ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ
ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ
ພາບ​ປະ​ກອບ: laodong.vn

ຫວ່າງແລ້ວນີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້​ຍ​ອານ, ກວາງ​ນາມ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ທາງ​ອອນ​ລາຍ​ກັບ FOUR PAWS (ອົງ​ການ​ສະ​ຫວັດ​ດີ​ການ​ສັດ​ໂລກ) ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຍົກ​ເລີກ​ການ​ນຳ​ໃຊ້​ຊີ້ນ​ໝາ ແລະ​ແມວ.

ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງແມ່ນ​ເພື່ອ​ແນ​ໃສ່ປັບ​ປຸງ​ສະ​ຫວັດ​ດີ​ການ​ສັດລ້ຽງ​ໂດຍ​ຜ່ານ​ໂຄງ​ການ​ສັກ​ຢາ​ປ້ອງ​ກັນ ​ແລະ ​ຕ້ານ​ພະ​ຍາດ​ rabies, ຊ່ວຍ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ.

​ໂຮ້ຍ​ອານ ກໍ່​ແມ່ນ​ນະຄອນ​ທຳ​ອິດ​ຂອງ​ຫວຽດນາມ ທີ່​ມີ​ຂໍ້​ຕົກລົງ​ຢຸດ​ການ​ຄ້າ​ຂາຍ​ຊີ້ນ​ໝາ ​ແລະ ແມວ. ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ສັກສິດ​ນັບ​ແຕ່​ທ້າຍ​ປີ​ນີ້​ ແລະ ແກ່​ຍາວ​ເປັນ​ເວລາ 2 ປີ.

ທ່ານ ຫງວຽນ​ເທ​ຮຸ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ້ຍອານ ໄດ້ຕີ​ລາຄາ​ສູງ​ບັນດາ​ເປົ້າ​ໝາຍ​ຂອງ​ໂຄງການ ​ແລະ ຄຸນຄ່າ​ມະນຸດສະທຳຂອງ​ໂຄງ​ການ ​ແລະ ດ້ວຍ​ການ​ຮ່ວມ​ເດີນ​ທາງ​​ຂອງ​ບັນດາ​ອົງການ, ຂະ​ແໜງ​ການ ​ແລະ ການ​ຕອບ​ສະໜອງ​ຂອງ​ປະຊາຊົນ ຈະ​ປະກອບສ່ວນ​ເຂົ້າ​ບັ້ນ​ປົກ​ປັກ​ຮັກສາ ​ແລະ ເບິ່ງ​ແຍງ​ດູ​ແລ​ສັດ ​ບໍ່​ພຽງ​ແຕ່​ໃນ ໂຮ້ຍ​ອານ​ ເທົ່າ​ນັ້ນ ​ຫາກ​ຍັງ​ຢູ່​ທ້ອງ​ຖິ່ນ​ອື່ນໆອີກ.

​ທ່ານ​ນາງ Julie Sanders - ຜູ້ອໍານວຍການຮັບ​ຜິດ​ຊອບກ່ຽວກັັບສັດລ້ຽງຂອງອົງການ FOUR PAWS ໃຫ້ຮູ້ວ່າ: ໃນແຕ່ລະປີ, ຢູ່ຫວຽດນາມ, ມີໝາຫຼາຍກວ່າ 5 ລ້ານໂຕ ແລະ ແມວ 1 ລ້ານໂຕຖືກຄ້າຂາຍ ແລະ ຂ້າເພື່ອເອົາຊີ້ນ, ອັນ​ໄດ້​ກໍ່​ຄວາມເປັນອັນຕະລາຍເຖິງສິດທິຂອງສັດ ແລະ ສຸຂະພາບປະ​ຊາ​ຊົນ. ໂຮ້ຍອານແມ່ນນະຄອນນຳໜ້າເພື່ອໃຫ້ບັນດາທ້ອງຖິ່ນໃນທົ່ວປະເທດປະຕິບັດຕາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.