ເຕັກໂນໂລຊີ 'Make in Vietnam' ເອົາຊະນະໃຈໃນທ້ອງຕະຫຼາດຂອງຍີ່ປຸ່ນ

11:44 | 15/12/2021

ຍ​ສ​ຜ - ໃນ​ງານ​ສັບ​ປະ​ດາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຍີ່​ປຸ່ນ ປີ 2021 (IT Week Japan 2021), ວິ​ທີ​ການ​ວິ​ເຄາະ ແລະ ຄຸ້ມ​ຄອງ​ຮູບ​ພາບ​ອັນ​ສະຫຼາດ CIVAMS ທີ່​ມາ​ຈາກ​ຫວຽດ​ນາມ ເປັນ​ໜຶ່ງ​ໃນ​ເຕັກ​ໂນ​ໂລ​ຊີ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈຫຼາຍ​ທີ່​ສຸດ​ຂອງ​ຜູ້​ເຂົ້າ​ຊົມ.

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ງານວາງສະແດງ ເຕັກໂນໂລຊີ ລາວ-ຫວຽດນາມ ຄັ້ງທຳອິດ ງານວາງສະແດງ ເຕັກໂນໂລຊີ ລາວ-ຫວຽດນາມ ຄັ້ງທຳອິດ

ໃນ​ງານ​ສັບ​ປະ​ດາເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຍີ່​ປຸ່ນ ປີ 2021 (IT Week Japan 2021), ວິ​ທີ​ການ​ວິ​ເຄາະ ແລະ ຄຸ້ມ​ຄອງ​ຮູບ​ພາບ​ອັນ​ສະຫຼາດ CIVAMS ທີ່​ມາ​ຈາກ​ຫວຽດ​ນາມ ເປັນ​ໜຶ່ງ​ໃນ​ເຕັກ​ໂນ​ໂລ​ຊີ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈຫຼາຍ​ທີ່​ສຸດ​ຂອງ​ຜູ້​ເຂົ້າ​ຊົມ.

ເຕັກໂນໂລຊີ 'Make in Vietnam' ເອົາຊະນະໃຈໃນທ້ອງຕະຫຼາດຂອງຍີ່ປຸ່ນ
ພາບປະກອບ: TTXVN

ຫຼາຍ​ຄົນສະ​ແດງ​ອອກ​ເຖິງ​ຄວາມ​ສົນ​ໃຈຫຼາຍ​ກັບ​ເຕັກ​ໂນ​ໂລ​ຊີ​ນີ້. ບາງ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂອງ​ຍີ່​ປຸ່ນ​ໄດ້​ຕັ້ງ​ບັນ​ຫາ​ການ​ຮ່ວມ​ມື​ກັບ​ກຸ່ມ​ບໍ​ລິ​ສັດ CMC - ໜ່ວຍ​ງານ​ລິ​ຂະ​ສິດ CIVAMS - ເພື່ອ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ນີ້​ໃນ​ຍີ່​ປຸ່ນ.

ທ່ານ ນາງ ຫວ​ງຽນ​ທິ​ທູ​ຮັ່ງ​, ປະ​ທານ​ຜູ້​ອຳ​ນວຍ​ການ​ໃຫຍ່ CMC ຍີ່​ປຸ່ນ - ບໍ​ລິ​ສັດລູກ​ຂອງ​ກຸ່ມ​ບໍ​ລິ​ສັດ CMC ທີ່ຮັບ​ໃຊ້​ສະ​ເພາະ​ໃຫ້​ທ້ອງຕະຫຼາດຂອງຍີ່​ປຸ່ນ ໃຫ້​ຊາບ​ວ່າ ການ​ແນະ​ນຳ​ຕົວ CIVAMS ແລະ ປະ​ຕິ​ບັດ​ການ​ເຕັກ​ໂນ​ໂລ​ຊີ​ອື່ນໆ​ຂອງ CMC ໃນ IT Week Japan ແມ່ນບາດ​ກ້າວ​ໃໝ່​ອັນ​ໜຶ່ງ​ຂອງ CMC ທີ່​ແນ​ໃສ່​ໂຄ​ສະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ “Make in Vietnam” ໃນ​ຍີ່​ປຸ່ນ.

CIVAMS ມີ​ຄວາມ​ສາ​ມາດ​ໃນ​ການ​ວິ​ເຄາະ​ພາບ​ເຄື່ອນ​ໄຫວ, ຮັບ​ຮູ້ໃບ​ໜ້າ, ຮັບ​ຮູ້ຕົວ​ຕົນ, ວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ, ຊ່ວຍ​ຄວບ​ຄຸມ​ການ​ເຂົ້າ​ອອກ​ໃນ​ເຂດ​ທີ່​ຕ້ອງ​ການ​ປ້ອງ​ກັນ​ຄວາມ​ລັບ​ສູງ ຫຼື ບ່ອນ​ທີ່​ມີ​ປະ​ລິ​ມານຄົນ​ເຂົ້າ​ອ​ອກຫຼາຍ. ຜົນ​ລັບ​ການ​ທົດ​ລອງ​ຕົວ​ຈິງ, ລະ​ດັບ​ຄວາມ​ຊັດ​ເຈນ​ຂອງ CIVAMS ສູງ​ເຖິງ 99,2% ກັບເງື່ອນ​ໄຂ​ສະ​ພາບ​ແສງ​ທຳ​ມະ​ຊາດ, ໃບ​ໜ້າບໍ່​ຖືກ​ປົກ​ປິດ ແລະ 98,95% ກັບໃບ​ໜ້າ​ທີ່​ສວມ​ຜ້າ​ປິດ​ປາກ, ​ໃບໜ້າ​ທີ່​ສາ​ມາດ​ຮັບ​ຮູ້​ໄດ້​ຈາກຫຼາຍ​ມູມ. CIVAMS ສາ​ມາດ​ຮັບ​ຮູ້​ໃບ​ໜ້າໃນ​ຖານ​ຂໍ້​ມູນ​ໃຫຍ່​ເຖິງ 6 ລ້ານ ID ຜູ້​ທີ່​ນຳ​ໃຊ້ ພ້ອມ​ກັບ​ລະ​ດັບ​ການ​ຮັບ​ຮູ້​ສູງ​ເຖິງ 200m/s.

CMC ຍີ່​ປຸ່ນ ກໍ່​ຕັ້ງ​ຂຶ້ນ​ໃນ​ເດືອນ 8/2017, ສຳ​ນັກ​ງານ​ໃຫຍ່​ຢູ່​ທີ່​ເມືອງ​ໂຢ​ໂກ​ຮ່າ​ມາ. ຮອດ​ປັດ​ຈຸ​ບັນ CMC ຍີ່​ປຸ່ນ ທິ​ສາຍ​ພົວ​ພັນ​ຮ່ວມ​ມື​ກັບ​ລູກ​ຄ້າຫຼາຍກວ່າ 50 ບໍ​ລິ​ສັດ​ທີ່​ມີ​ຊື່​ສຽງ​ເຊັ່ນ: Softbank Technology, Si&C, SRA, Intage và OST... ແລະ ບໍ່​ຢຸດ​ທີ່​ຈະ​ກ້າວ​ຂຶ້ນ​ສູ່​ຂົງ​ເຂດ​ການ​ຜະ​ລິດ​ຊ໊ອບ​ແວ​ໃນ​ທ້ອງ​ຕະຫຼາດ​ນີ້. CMC ຍີ່​ປຸ່ນ ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ ແລະ ເປີດກວ້າງ​ກິດ​ຈະ​ການ​ໃນ​ທ້ອງ​ຕະຫຼາດ​ຍີ່​ປຸ່ນ ແນ​ໃສ່​ຮັບ​ເອົາ​ໂອ​ກາດ​ໃນ​ໄລ​ຍະຫຼັງ​ການ​ລະ​ບາດ​ຂອງ​ໂຄວິດ-19. ນອກ​ຈາກ​ສຳ​ນັກ​ງານ​ໃຫຍ່​ຢູ່​ໂຢ​ໂກ​ຮ່າ​ມ່າ ແລະ ຫ້ອງ​ການ​ທີ່​ຫາ​ກໍ​ເປີດ​ຢູ່​ໂອ​ຊາ​ກາ, CMC ຍີ່​ປຸ່ນ ຄາດ​ວ່າ​ຈະ​ເປີດ​ຕື່ມ​ອີກ 4 ຫ້ອງ​ການ​ອື່ນ​ໃນ​ຍີ່​ປຸ່ນ. CMC ຈະ​ຍົກ​ຈຳ​ນວນ​ຕົວ​ເລກ​ພະ​ນັກ​ງານ​ທັງ​ໝົດ​ຢູ່​ຍີ່​ປຸ່ນ​ໃນ​ປີ 2025 ຂຶ້ນ 200 ຄົນ, ຮ່ວມ​ກັບ​ຖັນ​ແຖວ​ຄົນ​ຫວຽດ​ນາມ 2.000 ຄົນ​ທີ່​ຮັບ​ໃຊ້​ໃຫ້​ແກ່​ທ້ອງ​ຕະຫຼາດ​ດັ່ງ​ກ່າວ.

hero

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.