ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງສະມາຄົມນັກຂ່າວ ຫວຽດນາມ ອາຍຸການ 2020 – 2025 ຈະດຳເນີນໃນລະຫວ່າງວັນທີ 29 – 31 ທັນວາ ຢູ່ນະຄອນຫຼວງຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີບັນດາການນຳພັກ, ລັດ, ຜູ້ແທນ 553 ທ່ານທີ່ຕາງໜ້າໃຫ້ສະມາຊິກສະມາຄົມນັກຂ່າວຫວຽດນາມ ກ່ວາ 27.400 ຄົນ.
ຍສໝ -ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງ ວິງຟຸກ, ກຸ່ມບໍລິສັດ T&T Group ແລະ YCH (ໂດຍແມ່ນກຸ່ມບໍລິສັດແຖວໜ້າໂລກກ່ຽວກັບ Logistics) ໄດ້ເລີ່ມລົງມືກໍ່ສ້າງສູນ Logistic ICD ວິງຟຸກ ຢ່າງເປັນທາງການ ດ້ວຍຍອດເງິນລົງທຶນເກືອບ 3.900 ຕື້ດົ່ງ. ພິທີເລີ່ມລົງມືກໍ່ສ້າງ ໄດ້ຈັດຂຶ້ນແບບທາງໄກ ພ້ອມກັນກັບ ຢູ່ສິງກະໂປ.
ຍສໝ - ຕາມການສະຖິຕິຂອງຂະແໜງພາສີ ຫວຽດນາມ, ຍອດວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໃນ 11 ເດືອນປີ 2021 ບັນລຸໄດ້ 4,97 ຕື້ USD, ເພີ່ມຂຶ້ນກ່ວາ 12,07% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020, ກວມເອົາມາດຕາສ່ວນ 0,83% ຍອດວົງເງິນການສົ່ງອອກນຳເຂົ້າຂອງ ຫວຽດນາມ ກັບ ໂລກ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ
ຍສໝ - 2 ຝ່າຍເຫັນດີເປັນເອກະພາບສົມທົບກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງຂອງ ສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ພາສີ ແລະ ແຫຼ່ງຕົ້ນກຳເນີດສິນຄ້າ, ປ້ອງກັນການຄ້າ ແລະ ການຮ່ວມມືດ້ານເສດຖະກິດ…
ຍສໝ - ເມື່ອບໍ່ດົນມານີ້, ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ Brussels, ທ່ານ Pierre Gréga ປະທານສະມາຄົມມິດຕະພາບ ແບນຊິກ - ຫວຽດນາມ ໄດ້ມີຄຳເຫັນປະກອບກ່ຽວກັບຜົນງານຂອງນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.
ຍສໝ - ຫວ່າງແລ້ວນີ້, ທິມຊາດບານເຕະ ຫວຽດນາມ ໄດ້ເສຍ 0 – 2 ປະຕູຕໍ່ທິມຊາດບານເຕະໄທ ຢູ່ນັດເຕະຮອບຮອງຊະນະເລີດນັດທີ 1 ຂອງ AFF Cup 2020 ຢູ່ສະໜາມກິລາແຫ່ງຊາດ ສິງກະໂປ. ບັນດາລູກເຂົ້າປະຕູຂອງທິມຊາດບານເຕະ ໄທລ້ວນແຕ່ແມ່ນນັກເຕະ ຈັນນາທິບ ເຕະເຂົ້າໃນຕັ້ງທີ 1 ຂອງນັດເຕະ.
ຍສໝ - ຄະນະກຳມະການປະຊາຊົນ ບ່າເຣ້ຍ - ຫວູງເຕົາ ໄດ້ສົມທົບກັບສະຫະສະມາຄົມການຄ້າເອເລັກໂຕນິກ ຫວຽດນາມ ຫາກໍ່ໄຂງານຕະຫຼາດນັດການທ່ອງທ່ຽວແບບທາງໄກ “ພັດທະນາການທ່ອງທ່ຽວບ່າເຣ້ຍ - ຫວູງເຕົາ ປີ 2021”.
ຍສໝ - ຕານນັກຊ່ຽວຊານກະຊວງອຸສາຫະກຳ-ການຄ້າ, ຕະຫຼາດອາຊີ - ເອີຣົບ (Eurasia) ແມ່ນຕະຫຼາດດັ້ງເດີມຂອງຫວຽດນາມໃນເມື່ອກ່ອນ ແລະປະຈຸບັນ ໄດ້ຖືເປັນຕະຫຼາດສົ່ງອອກທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ.
ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ.
ຍສໝ - ໂດຍກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19, ຝ່າຍຈີນ ໄດ້ປະກາດຢຸດຕິການນຳສົ່ງສິນຄ້າຜ່ານແດນ ຜ່ານບັນດາດ່ານຊາຍແດນ ຂອງ ນະຄອນ ມອງກ໊າຍ ເພື່ອຮັບໃຊ້ໃຫ້ແກ່ການຄົ້ນຫາ, ປ້ອງກັນຕ້ານໂລກລະບາດໂຄວິດ - 19.
ຍສໝ - ຖະແຫຼງການຮ່ວມລະຫວ່າງ ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກກຳປູເຈຍ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ທ່ານ ຫງວຽນຊວນຟຸກ, ປະທານປະທານ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄປຍັງ ກຳປູເຈຍ (ແຕ່ວັນທີ 21 – 22 ທັນວາ 2021).
ຕາມຂະແໜງການພາສີ ຫວຽດນາມ ແລ້ວ, ຍອດວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ສະຫະພັນລັດເຊຍ ໃນ 11 ເດືອນປີ 2021 ບັນລຸໄດ້ເກືອບ 5 ຕື້ USD, ເພີ່ມຂຶ້ນກ່ວາ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2020.
ຍສໝ - ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ກຳປູເຈຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະໂອ້ລົມສົນ ທະນາກັບພະນັກງານສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ແລະ ພົບປະກັບຜູ້ຕາງໜ້າວິສາຫະກິດ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ກຳປູເຈຍ.
ຍສໝ - ຫວ່າງແລ້ວນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງການຕ່າງປະເທດ ໄດ້ສົມທົບກັນຈັດຕັ້ງກອງປະຊຸມ “ຕະຫຼາດ Halal ອາຊີຕາເວັນອອກສ່ຽງໃຕ້ - ປາຊີຟິກ: ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດ”.
ຍສໝ - ພະແນກການທ່ອງທ່ຽວຮ່າໂນ້ຍ ແລະ ລາຍການທ່ອງທ່ຽວ VTV Travel ຂອງສະຖານີໂທລະພາບ ຫວຽດນາມ ໄດ້ຈັດຕັ້ງງານປະກວດຮູບພາບ “ຮ່າໂນ້ຍເປັນຄືແນວນັ້ນ” ເພື່ອແນໃສ່ໂຄສະນາພາບພົດ ແລະ ການທ່ອງທ່ຽວຮ່າໂນ້ຍ.
ຍສໝ - ຫວ່າງແລ້ວນີ້, ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ, ຄະນະຄຸ້ມຄອງແຮງງານຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ພົບປະ ແລະ ມອບໜັງສືຜ່ານແດນໃຫ້ລູກເຮືອ 17 ຄົນທີ່ປະສົບອຸບັດຕິດເຫດໃນເຫດເຮືອຫຼົ້ມຢູ່ເກາະ Ulleung ສ.ເກົາຫຼີ ໃນວັນທີ 1 ທັນວາ 2021.
ຍສໝ - ຫວ່າງແລ້ວນີ້, ກະຊວງການຕ່າງປະເທດຈັດກອງປະຊຸມ “ຜັນຂະຫຍາຍຍຸດທະສາດການທູດວັດທະນະທຳຮອດປີ 2030: ເປັນເຈົ້າການຮັບມື, ປະກອບສ່ວນແຜ່ຂະຫຍາຍຄຸນຄ່າ ແລະ ໂຄສະນາຜະລິດຕະພັນ ຫວຽດນາມ” ຕາມຮູບແບບໂດຍກົງສົມທົບທາງໄກ.
ຍສໝ - ຕອນເຊົ້າວັນທີ 21/12, ຢູ່ທີ່ສຳນັກງານກະຊວງພາຍໃນ, ໄດ້ໄຂງານວາງສະແດງ “ພົນເອກ ຫວໍງວຽນຢາບ ຮູບພາບແຫ່ງເທບນິຍາຍ” ແລະ ເປີດຕົວປຶ້ມ “ພົນເອກ ຫວໍງວຽນຢາບ - ເທບນິຍາຍຂອງຫວຽດນາມ”.
ຍສໝ - ຕາມບັນດານັກຊ່ຽວຊານທີ່ກອງປະຊຸມກ່ຽວກັບການເຊື່ອມຕໍ່ພົວພັນການຄ້າ ແລະ ສົ່ງເສີມການຄ້າຂອງຫວຽດນາມ ໃຫ້ຮູ້ວ່າ: ອົດສະຕາລີ ແມ່ນຕະຫຼາດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອໃຫ້ວິສາຫະກິດ ຫວຽດນາມ ຂຸດຄົ້ນ ແລະ ສົ່ງເສີມການສົ່ງອອກ.