ສະ​ເໜີ​ບ້ວ​ງ​ເງິນ​ໜູນ​ຊ່ວຍ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ 291.000 ຕື້​ດົ່ງ

06:30 | 06/01/2022

ຍ​ສ​ໝ - ຂອບ​ຂະ​ໜາດ​ບ້ວງ​ເງິນ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິນ​ຕາ ເພື່ອ​ໜູນ​ຊ່ວຍ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄດ້​ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ ຂຶ້ນ​ເຖິງ 291.000 ຕື້ ດົ່ງ, ດ້ວຍຫຼາຍ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ຂະ​ແໜງ​ຜະ​ລິດ, ວິ​ສາ​ຫະ​ກິດ ແລະ ຊຸກ​ຍູ້​ການ​ລົງ​ທຶນ​ພັດ​ທະ​ນາ.

ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ ຫ​ວັງ​ວ່າ ປີ 2022 ເສດ​ຖະ​ກິດ ຫວຽດ​ນາມ ຈະ​ຟື້ນ​ຟູ ແລະ ມີ​ການ​ເຕີບ​ໂຕ
ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58% ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%
ສະ​ເໜີ​ບ້ວ​ງ​ເງິນ​ໜູນ​ຊ່ວຍ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ 291.000 ຕື້​ດົ່ງ
ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈີ​ຢຸງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນຶ້ອ​ໃນ​ຂອງ​ໃບ​ຍື່​ນ​ສະ​ເໜີ​ຮ່າງ​ມະ​ຕິ​ຂອງ ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິນ​ຕາ​ເພື່ອ​ໜູນ​ຊ່ວຍ​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶນ ຫງວຽນ​ຈີ​ຢຸງ ໄດ້​ຮັບ​ການມອບ​ສິດ​ຈາກ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສະ​ເໜີ​ຢູ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ວິສາມັນ ​ຄັ້ງ​ທີ 1, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XV, ເຊິ່ງໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 4 ມັງ​ກອນ.

ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ໄດ້​ຮັບ​ການ​ປະ​ຕິ​ບັດ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ລະ​ບົບ​ການ​ຜະ​ລິດ, ສະ​ໜອງ, ແຮງ​ງານ ໂດຍ​ໄວ, ຊຸກ​ຍູ້​ບັນ​ດາ​ກຳ​ລັງ​ໜູນ​ໃນ​ການ​ເຕີບ​ໂຕ, ສູ້ຊົນ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ເລ່ຍ​ແຕ່ 6,5 – 7% ໃນ​ໄລ​ຍະ 2021 – 2025.

ໂຄງ​ການ​ຈະ​ລວມ​ມີ 5 ກຸ່ມ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂຫຼັກ​ທີ່​ຕິດ​ພັນ​ກັບ​ຂອບ​ຂະ​ໜາດ​ປະ​ຕິ​ບັດ​ຂອງ​ແຕ່​ລະ​ບ້ວງ, ໃນ​ນັ້ນ​ສະ​ຫງວນ​ 60.000 ຕື້​ດົ່ງ ເພື່ອ​ເປີດ​ປະຕູພື້ນ​ຖານ​ເສດ​ຖະ​ກິດ​ຕິດ​ພັນ​ກັບ​ການ​ລົງ​ທຶນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ສາ​ທາ​ລະ​ນະ​ສຸກ, ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ. ກ່ຽວກ​ັບ​ການ​ຮັບ​ປະ​ກັນ​ປະ​ກັນຊີວິດ​ສັງ​ຄົມ ແລະ ການ​ໜູນ​ຊ່ວຍ​ວຽກ​ເຮັດ​ງານ​ທຳ, ຄາດ​ວ່າ ລັດ​ຖະ​ບານ ຈະ​ຈ່າຍ​ເງິນ​ເປັນ​ຈຳ​ນວນ 53.150 ຕື້​ດົ່ງ, ໜູນ​ຊ່ວຍ​ການ​ຟື້ນ​ຟູ​ວິ​ສາ​ຫະ​ກິດ, ສະ​ຫະ​ກອນ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ ແມ່ນ 110.000 ຕື້​ດົ່ງ. ນອ​ກ​ຈາກ​ນັ້ນ, ຈ່າຍ​ເງິນ​ໃຫ້​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ລຸ​ລ່ວງ​ແຫຼ່ງ​ກຳ​ລັງ​ສັງ​ຄົມໃຫ້​ແກ່​ການ​ລົງ​ທຶນ ພັດ​ທະ​ນາ​ແມ່ນ 113.850 ຕື້​ດົ່ງ.

ໂຄງ​ການ​ກໍ່​ໄດ້​ສຸມ​ໃສ່​ໃຫ້​ແກ່​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ປະ​ຕິ​ຮູບ​ການ​ບໍ​ລິ​ຫານ ແລະ ປັບປຸງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ນອກ​ຈາກ​ນັ້ນ, ກໍລະ​ດົມ​ຈາກ​ບັນ​ດາ​ກອງ​ທຶນ​ຢູ່ນອກ​ງົບ​ປະ​ມານ​ແຫ່ງ​ລັດ ປະ​ມານ 10.000 ຕື້​ດົ່ງ.

ສ່ວນ​ອົງ​ການກວດ​ກາ, ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ ກັບຄວາມ​ຈຳ​ເປັນ​ໃນການປະ​ຕິ​ບັດ​ນະ​ໂຍ​ບາຍ​ປີ​ການ​ເງິນ, ເງິນ​ຕາ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ໂຄງ​ການ​ດ້ວຍ​ບັນ​ດາ​ເຫດ​ຜົນ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດ​ຖະ​ບານ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.