ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022

08:07 | 05/01/2022

ຍສໝ - ຫວ່າງແລ້ວນີ້, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜ່ານ​ທາງ​ອອນ​ລາຍ ​ຄັ້ງ​ທີ 6 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ສະ​ໄໝ​ທີ IX.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ
ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​ ປະ​ທານ​ປະ​ເທດ ​ປາດ​ຖະ​ໜາ​ໃຫ້​ຊາວ​ຫວຽດ​ນາມອາໄສ​ຢູ່​ກຳ​ປູ​ເຈຍ ຮັກ​ສາ​ພາ​ສາ​ຫວຽດ ແລະວັດ​ທະ​ນະ​ທຳ​ຫວຽດ​
ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ມຸ່ງໄປເຖິງບັນດາໂຄງການເຄື່ອນໄຫວຂອງແນວໂຮມ ໃນປີ 2022
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດວັນຈ້ຽນ. (ພາບ: TTXVN)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ໂດວັນຈ້ຽນ ​ເນັ້ນ​ໜັກ​ວ່າ: ໃນປີ 2021, ພະຍາດ​ໂຄ​ວິດ-19 ລະບາດ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຫຼາຍ​ດ້ານ​ຂອງ​ຊີວິດ​ສັງຄົມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ຈິດ​ໃຈ​ສາມັກຄີ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ບຸກບືນມານະພະຍາຍາມ, ວຽກ​ງານ​ແນວ​ໂຮມ​ ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ຮາກ​ຖານ​ໄດ້​ປະຕິບັດ​ສຳ​ເລັດ​ຕາມລາຍການ​ແລະ ​ແຜນການ​ທີ່​ວາງ​ອອກ.

ທ່ານ ​ໂດ​ວັນ​ຈຽນ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2022, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຈະ​ປະຕິບັດ​ໂຄງການ​ຄົບ​ຊຸດ ທິ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ. ນອກ​ນີ້, ແນວ​ໂຮມ​ປະ​ເທດ​ຊາດ​ທຸກ​ຂັ້ນ ​ຄວນ​ສືບ​ຕໍ່​ໂຄສະນາ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ​ທຸກ​ຊັ້ນວັນນະ​ ​ປະຕິບັດ​ການ​ປັບຕົວ​ທີ່​ປອດ​ໄພ, ມີໄຫວພິບ, ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ; ຍູ້​ແຮງ​ການ​ແຂ່ງຂັນຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ; ​ເຕົ້າ​ໂຮມ ​ແລະ ປະກອບ​ຄຳ​ເຫັນ, ຄຳ​ສະ​ເໜີ​ແນະ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ ​ເພື່ອ​ລາຍ​ງານ​ຕໍ່​ພັກ ​ແລະ ລັດ; ​ເພີ່ມ​ທະວີ​ການ​ປະສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ການ​ເມືອງ - ສັງຄົມ ​ແລະ ບັນດາ​ອົງການ​ສະມາຊິກ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເພື່ອສ້າງເປັນກຳລັງແຮງສັງລວມ​ຂອງ​ລະບົບ​ແນວ​ໂຮມ​ແຕ່​ສູນ​ກາງ​ເຖິງ​​ຮາກ​ຖານ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.