ສື່ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2021

11:30 | 02/01/2022

ຍ​ສ​ໝ - ຫວຽດ​ນາມ ໄດ້​ປະຕິບັດສຳ​ເລັດ​ບາງ​ເງື່ອນ​ໄຂ​ເສດ​ຖະ​ກິດ​ໃນ​ປີ 2021 ໂດຍ​ບໍ່​ຫົວ​ຊາ​ຕໍ່​ຜົນ​ສະ​ທ້ອນ​ຂອງໂລກ​ລະ​ບາດ​ໂຄວິດ - 19, ກາຍ​ເປັນ​ໜຶ່ງ​ໃນ 20 ພື້ນ​ຖານ​ເສດ​ຖະ​ກິດແຖວ​ໜ້າ​ໂລກ ກ່ຽວ​ກັບ​ການ​ຄ້າ​ສາ​ກົນ. ນັ້ນ​ແມ່ນ​ຂໍ້​ສັງ​ເກດ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ຂຽນ​ຂອງ​ສຳ​ນັກ​ຂ່າວ​ສານ Bernama ຂອງ ມາ​ເລ​ເຊຍ ເອົາ​ລົງ​ຫວ່າງ​ມໍ່ໆ​ມານີ້.

ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58% ເສດ​ຖະ​ກິດ ຫວຽດ​ນາມ ປີ 2021 ມີ​ການ​ເຕີບ​ໂຕ 2,58%
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ
ສື່ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2021
ພ​າບ​ປະ​ກອບ: 24h.com.vn

ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ຫັນຍຸດທະສາດ ຈາກ “Zero COVID” ໄປສູ່ການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຊ່ວຍຮັກສາການເຄື່ອນໄຫວດ້ານເສດຖະກິດ.

ເພື່ອໃຫ້ມີພື້ນຖານມະຫາພາກຢ່າງໝັ້ນແກ່ນ, ລັດຖະບານໄດ້ຍົກອອກບັນດາການໜູນຊ່ວຍທີ່ບໍ່ເຄີຍມີມາກ່ອນ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ພ້ອມທັງປະຕິບັດການປັບປຸງນະໂຍບາຍຢ່າງທັນການ. ແຕ່ລະທ້ອງຖິ່ນ ກໍ່ນຳໃຊ້ບັນດາວິທີການສະເພາະ ໃນການປະຕິບັດບັນດານະໂຍບາຍ ແລະ ແຜນນະໂຍບາຍຂອງ ລັດຖະບານ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍຄວບຄູ່ທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ. ບັນດານະໂຍບາຍ ແລະ ຍຸດທະສາດ ຄືແນວນີ້ ໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີ ຕໍ່ລັດຖະບານ, ພ້ອມທັງ ສົ່ງເສີມປະຊາຊົນຮ່ວມແຮງຮ່ວມໃຈສະກັດກັ້ນໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ.

ສຳນັກຂ່າວສານ Bernama ຊີ້ແຈ້ງວ່າ ວົງເງິນການຄ້າຕ່າງປະເທດ ລື່ນກາຍລະດັບ 660 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ກັບ ລະດັບເກີນດຸນການຄ້າ ປະມານ 2,1ຕື້ USD. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ລົງທຶນຢູ່ ຫວຽດນາມ ບັນລຸໄດ້ກ່ວາ 29 ຕື້ USD, ເພີ່ມຂຶ້ນເກືອບ 500 ລ້ານ USD ເມື່ອທຽບໃສ່ກັບປີ 2020. GDP ໃນປີ 2021 ຄາດວ່າຈະເພີ່ມຂຶ້ນ 2,58% ເມື່ອທຽບໃສ່ກັບປີ 2020.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.