ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ

06:30 | 02/01/2022

ຍ​ສ​ໝ - ເມື່ອບໍ່ດົນມານີ້, ຢູ່ນະຄອນ ນິງບິງ, ຄະນະຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021 ໄດ້ຈັດຕັ້ງກອງປະຊຸມສະຫຼູບ ແລະ ພິທີສິ້ນສຸດປີທ່ອງທ່ຽວ 2021 - ຮວາລື, ນິງບິງ.

ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ
ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ ຝຸກວັກ​ ຈະ​ຕ້ອນ​ຮັບ​ແຂກ​ທ່ອ​ງ​ທ່ຽວ ຕາມ “ໜັງສືຜ່ານແດນ​ວັກ​ຊິນ” ຜ່ານ 3 ໄລ​ຍະ
ປ​ີ​ທ່ອ​ງ​ທ່​ຽວ​ແຫ່ງ​ຊາດ 2022 ໄດ້​ຈັດ​ຂຶ້ນ​ຢູ່ ​ແຂວງກວາງ​ນາມ
ປີທ່ອງທ່ຽວແຫ່ງຊາດ 2021 ດ້ວຍຫົວຂໍ້ “ຮວາລື - ກຸງເກົ່າພັນປີ” (ພ​າບ: NT)

ປີທ່ອງທ່ຽວແຫ່ງຊາດ 2021 ດ້ວຍຫົວຂໍ້ “ຮວາລື - ກຸງເກົ່າພັນປີ” ເຊິ່ງເຂັ້ມຂຸ້ນໄປດ້ວຍວັດທະນະທຳເຂດພາກ, ປະກອບສ່ວນຊຸກຍູ້ຂະແໜງການທ່ອງທ່ຽວໃຫ້ມີການຟື້ນຟູ, ພັດທະນາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳ, ປະຫວັດສາດ, ທັດສະນີຍະພາບ ຢູ່ ນິງບິງ ເວົ້າສະເພາະ, ທົ່ວປະເທດເວົ້າລວມໃຫ້ນັກທ່ອງທ່ຽວຢູ່ພາຍໃນປະເທດ ແລະ ສາກົນເປັນຈຳນວນຫຼວງຫຼາຍ.

ທ່ານ ດວານວັນຫວຽດ ຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງແຂວງ ນິງບິງ ໃນການຕັດສິນໃຈຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2021, ສະແດງໃຫ້ເຫັນດ້ວຍການຮັບມືຢ່າງມີໄຫວພິບ, ຈັດຕັ້ງພິທີເປີດປີທ່ອງທ່ຽວຖຶກຈຸດເວລາ, ສ້າງປະຖົມປັດໄຈໃຫ້ແກ່ການເຄື່ອນໄຫວ, ການດຳເນີນເຫດການໃນຂອບເຂດລາຍການປີທ່ອງທ່ຽວແຫ່ງຊາດ; ວຽກງານສົ່ງເສີມ, ໂຄສະນາກ່ຽວກັບການທ່ອງທ່ຽວຢູ່ ນິງບິງ ໄດ້ປະຕິບັດຢູ່ຫຼາຍຊ່ອງສື່ສານ ຢ່າງມີປະສິດທິຜົນ, ບັນດາການເຄື່ອນໄຫວ, ເຫດການໄດ້ຊ່ວຍໃຫ້ແຂວງ ນິງບິງ ຮັກສາການເຄື່ອນໄຫວທ່ອງທ່ຽວຢູ່ພາຍໃນປະເທດ.

ທ່ານຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ເນັ້ນໜັກວ່າ ເພື່ອຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 ຢູ່ແຂວງ ກວາງນາມ ໃຫ້ສຳເລັດນັ້ນ, ປີທ່ອງທ່ຽວແຫ່ງຊາດຕ້ອງໄດ້ຂະຫຍາຍຂອບຂະໜາດ, ມີເນື້ອໃນຫຼາກຫຼາຍຮູບແບບ, ເພີ່ມທະວີການຮ່ວມສຳພັນເພື່ອໃຫ້ສົມກັບເຫດການແຫ່ງຊາດທີ່ໃຫຍ່ທີ່ສຸດທາງດ້ານການທ່ອງທ່ຽວ; ສັນຍາລັກຂອງປີທ່ອງທ່ຽວແຫ່ງຊາດຕ້ອງສ້າງເຄື່ອງໝາຍການຄ້າຂອງທ້ອງຖິ່ນທີ່ເປັນເຈົ້າພາບຈັດຕັ້ງ ແລະ ຂອງເຂດໃຫ້ເປັນຮູບເປັນຮ່າງຢ່າງຈະແຈ້ງ, ປະກອບສ່ວນສ້າງຜະລິດຕະພັນ, ລາຍການທ່ອງທ່ຽວທີ່ເປັນເອກະລັກ, ສ້າງວິທີການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.