ຍສໝ - ໃນວັນທີ 30 ມີນາ, ຄະນະກຳມະການປະຊາຊົນແຂວງບິ່ງດິ້ງ ແລະ ອຳນາດການປົກຄອງ 4 ແຂວງພາກໃຕ້ຂອງລາວ (ອັດຕະປື, ຈຳປາສັກ, ສາລະວັນ, ເຊກອງ) ໄດ້ລົງນາມໃນສັນຍາຮ່ວມມືໄລຍະ 2021 – 2025.
Ngày 30-3, UBND tỉnh Bình Định và Chính quyền 4 tỉnh Nam Lào (Attapu, Champasak, Salavan, Sekong) đã ký kết hợp tác giai đoạn 2021 - 2025.
ຍສໝ - ວັນທີ 30 ມີນານີ້, ບໍລິສັດການບິນແຫ່ງຊາດລາວ (Lao Airlines) ໄດ້ດຳເນີນການບິນໂດຍກົງຈາກນະຄອນຫຼວງວຽງຈັນ (ລາວ) ໄປ ດານັງ ຢ່າງເປັນທາງການ. ຖ້ຽວທຳອິດ QV317 ຈາກນະຄອນຫຼວງວຽງຈັນ ໄດ້ພາຜູ້ໂດຍສານເກືອບ 150 ຄົນ ມາຍັງນະຄອນດານັງ.
Ngày 30/3, Hãng hàng không Quốc gia Lào (Lao Airlines) chính thức khai thác đường bay trực tiếp từ Vientiane (Lào) đến Đà Nẵng. Chuyến bay đầu tiên QV317 từ Vientiane đã đưa gần 150 hành khách đến với thành phố Đà Nẵng.
ຍສໝ - ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ພສ 2566, ປ້ອມປ້ອງກັນຊາຍແດນດ່ານສາກົນ ໄຕຈາງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ດ້ຽນບຽນ ໄດ້ມອບຂອງຂວັນ ແລະ ອວຍພອນປີໃໝ່ໃຫ້ພະນັກງານ, ລັດຖະກອນປ້ອມປ້ອງກັນຊາຍແດນ 162 (ກອງບັນຊາການທະຫານແຂວງຫຼວງພະບາງ).
ຍສໝ - ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແລະ ລາວ ຮູ້ສຶກພາກພູມໃຈ ຍ້ອນລະບົບທ່າກຳປັ່ນຂອງ ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ - ຫວຽດນາມ ຢູ່ຮ່າຕິ້ງ ມີແຜນຜັງທີ່ທັນສະໄໝ, ມີການລົງທຶນ ແລະ ຂຸດຄົ້ນເປັນຢ່າງດີ.
ຍສໝ - ໄຟໄໝ້ມັກເກີດຂຶ້ນຢູ່ລາວ ໃນຍາມລະດູແລ້ງ ແລະ ລະດູຮ້ອນ, ດ້ວຍອຸນຫະພຸມຢູ່ນະຄອນຫຼວງວຽງຈັນຂຶ້ນເຖິງ 39 ອົງສາ ໃນຫຼາຍວັນຕໍ່ເນື່ອງ. ວົງການເຈົ້າໜ້າທີ່ມີຄວາມວິຕົກກັງວົນວ່າ ເຫດໄຟໄໝ້ໂດຍປະຊາຊົນຈູດປ່າເຮັດໄຮ່ເພື່ອກະກຽມໃຫ້ແກ່ລະດູການຕໍ່ໄປອາດຈະຮ້າຍແຮງກ່ວານີ້ອີກ.
ຍສໝ - ບົດບັນທຶກຊ່ວຍຄວາມເຂົ້າໃຈດັ່ງກ່າວ ໄດ້ລົງນາມລະຫວ່າງລັດຖະບານລາວ ກັບບໍລິສັດ SINO-AGRI International Potash ຂອງຈີນ (SINO-AGRI International Potash Co). ສອງຝ່າຍຈະຮ່ວມມືກັນສ້າງນິຄົມອຸດສາຫະກຳສາກົນໝູນວຽນອັດສະລິຍະ kali ສາກົນ.
ຍສໝ - ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງອັດຕະປື, ທ່ານກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ປະທານສະພາປະຊາຊົນແຂວງ ເລເຈື່ອງລຶວ ໄດ້ຮັບຮູ້ວ່າ: ໃນໄລຍະຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງແຂວງ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາອັນດີງາມ, ນັບມື້ນັບມີຄວາມສະໜິດຕິດພັນ, ມີຄວາມໄວ້ເນື້ອເຊື່ອໃຈ, ມີປະສິດທິຜົນ ແລະ ແທດຈິງໃນທຸກຂົງເຂດ.
ຍສໝ - ໃນການເຮັດວຽກກັບສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັສລາວ (LFGA) ນຳໂດຍທ່ານ ທອງທຳມະລາດ, ເລຂາສະມາຄົມ PV GAS ໄດ້ແນະນຳວິສັດການກໍ່ສ້າງ ແລະ ພັດທະນາ, ການວາງແຜນກຳນົດທິດທາງຍຸດທະສາດດຳເນີນທຸລະກິດ LPG ຂອງ PV GAS.
ຍສໝ - ທີ່ການພົບປະ, ທ່ານນາງ ປະທານກຳມາທິການຍຸຕິທຳ ເລທິງາ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານປະທານກຳມາທິການຍຸຕິທຳ ຄຳແພງ ວິລະພັນ ແລະ ຄະນະ ແມ່ນການຢັ້ງຢືນເຖິງສາຍພົວພັນແບບພິເສດ ແລະ ຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າບໍລິສັດຮ່ວມມືສາກົນ 705 ຂຶ້ນກັບກອງບັນຊາການທະຫານເຂດ 2, ກະຊວງປ້ອງກັນປະເທດຫວຽດນາມ; ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ຢູ່ແຂວງອຸດົມໄຊ; ຕາງໜ້າການນຳອຳນາດການປົກຄອງ ພ້ອມກັບບັນດາພະແນກທີ່ກ່ຽວຂ້ອງ ແຂວງອຸດົມໄຊ
ຍສໝ - ຕອນເຊົ້າວັນທີ 25 ມີນານີ້, ຢູ່ໂຮງຮຽນການເມືອງແຂວງ, ຄະນະໂຄສະນາສຶກສາຄະນະພັກແຂວງ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການເຊື່ອມໂຍງໄວໜຸ່ມເຂົ້າເປັນພົນລະເມືອງທົ່ວໂລກ ແລະ ການຫັນເປັນດິຈິຕອນ ເພື່ອຍົກສູງຄວາມຮັບຮູ້ ແລະ ສຶກສາອົບຮົມແນວຄິດອຸດົມການປະຕິວັດ, ຄຸນສົມບັດສິນທຳ, ຊີວິດການເປັນຢູ່ຂອງຊາວຫນຸ່ມ.
ຍສໝ - ຄາບເຂົ້າທຳອິດເມື່ອຮັບລູກລາວ, ພໍ່ແມ່ຫວຽດ ໄດ້ເລືອກເອົາອາຫານທີ່ໃກ້ຊິດຕິດແທດກັບຊີວິດປະຈຳວັນຄື: ໝາກຖົ່ວໂກແວ, ໝາກກ້ວຍດິບ, ຊິ້ນໄກ່, ຊິ້ນໝູ…ແຕ່ໄດ້ຮັບການປຸງແຕ່ງຢ່າງຄ່ອງແຄ້ວ, ແຊບດີເພື່ອຕ້ອນຮັບ. ພິເສດ ໃນຄາບເຂົ້າບໍ່ສາມາດຂາດໝາກເຜັດ ເຄື່ອງປຸງທີ່ນິຍົມຂອງຊາວລາວ.
ຍສໝ - ໃນຕອນບ່າຍວັນທີ 24 ມີນາ, ທ່ານພົນໂທ ຮວ່າງຊວນຈຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນກຸ່ມບ້ານຜາຖີ່, ເມືອງຊໍາເໜືອ, ແຂວງຫົວພັນ, ລາວ
ເນື່ອງໃນໂອກາດເຂົ້າຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ ຄັ້ງທີ 3 ຢູ່ ລາວ, ພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນ 213 ຂອງກອງທັບປະຊາຊົນລາວ. ຮ່ວມເດີນທາງມີພົນຈັດຕະວາ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ຍສໝ - ທີ່ການຕ້ອນຮັບ, ທ່ານພົນໂທ ຮ່ວາງຊວັນຈຽນ ເນັ້ນໜັກເຖິງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາສູງເລື່ອງກະຊວງປ້ອງກັນປະເທດ ສອງປະເທດໄດ້ສົມທົບກັນຈັດຕັ້ງສຳເລັດບັນດາການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ ຫວຽດນາມ ປີ 2022.
ຍສໝ - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນໂທ ກົງທອງ ພົງວິຈິດ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ຍສໝ - ໂດຍແບ່ງປັນທີ່ການຕ້ອນຮັບ, ທ່ານ ມາຍຊວັນແທັງ ຜູ້ຮັກສາການຫົວໜ້າກົມໃຫຍ່ພາສີອາກອນ ຫວຽດນາມ ໃຫ້ຮູ້ວ່າ ປີ 2022 ຂະແໜງພາສີ ຫວຽດນາມ ໄດ້ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການຄຸ້ມຄອງພາສີອາກອນ ໃນນັ້ນໄດ້ຜັນຂະຫຍາຍໃບບິນເອເລັກໂນຕິກໃນຂອບເຂດທົ່ວປະເທດ.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໋າຮຸ່ງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢຶດໝັ້ນໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ.
ຍສໝ - ນອກຈາກ "3 ນຳກັນ" ກັບຄອບຄົວ ຫວຽດນາມ, ບັນດານັກສຶກສາລາວ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳຄື: ໄວ້ອາໄລສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ແນະນຳພໍ່ແມ່ຫວຽດ ຟ້ອນລຳວົງ, ເຕັ້ນບາສະລົບ, ເວົ້າພາສາລາວ, ອອກແຮງງານທຳຄວາມສະອາດຖະໜົນຫົນທາງ.
ຍສໝ - ເຂົ້າຮ່ວມພິທີມີທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າການນຳກະຊວງສຶກສາ ແລະ ກິລາ ລາວ, ຜູ້ຕາງໜ້າບັນດາອົງການທີ່ກ່ຽວຂ້ອງຂອງລາວ, ຜູ້ຕາງໜ້າສະມາຄົມຊາວຫວຽດນາມ ນະຄອນຫຼວງ ວຽງຈັນ, ບັນດາພະນັກງານ, ຄູສອນ, ນັກຊ່ຽວຊານໄດ້ ແລະ ພວມສິດສອນພ້ອມກັບນັກຮຽນ ແລະ ອະດີດນັກຮຽນຂອງໂຮງຮຽນເປັນຈຳນວນຫຼາຍ.