ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ

15:35 | 25/08/2023

ຍສໝ - ໂຄງການ​ທາງ​ລົດ​ໄຟ​ ຫວຽດນາມ-ລາວ, ​ໄລຍະ​ທາງ ວູ້ງ​ອ່າງ - ​ຕານ​ເອິບ -​ ມູ​ຢ້າ, ມີ​ຄວາມ​ຍາວ 103 ກິ​ໂລ​ແມັດ, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ 27.485 ຕື້​ດົ່ງ, ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນຮ່ວມທຸລະກິດ​ ເເດ່ວກາ ​ແລະ ບໍລິສັດ Petroleum Trading Lao Public (PetroTrade) ​ສະເໜີການຄົ້ນຄວ້າລົງທຶນ.

ກຸ່ມບໍລິສັດ ເເດ່ວກາ ແລະ ບໍລິສັດ Petroleum Trading Lao Public (PetroTrade) ໄດ້ມີໜັງສືສະເໜີຕໍ່ກະຊວງຄົມມະນາຄົມຂົນສົ່ງ ພິຈາລະນາ ແລະ ອະນຸມັດໃຫ້ຮ່ວມທຸລະກິດເປັນນັກລົງທຶນ ສະເໜີໂຄງການສາຍທາງລົດໄຟ ວູ້ງ​ອ່າງ - ​ຕານ​ເອິ​ບ -​ ມູ​ຢ້າ ຕາມແບບວິທີ PPP ສອດຄ່ອງກັບຂໍ້ກຳນົດທີ່ຢູ່ຂໍ້ A ຂອງຂໍ້ 1, ມາດຕາ 27, ກົດໝາຍວ່າດ້ວຍການລົງທຶນຕາມແບບວິທີຄູ່ຮ່ວມມືພາກລັດ - ເອກະຊົນ (ກົດໝາຍ​​ PPP).

ສະເໜີຄົ້ນຄວ້າສາຍທາງລົດໄຟເຊື່ອມຕໍ່ ຫວຽດນາມ-ລາວ
ແຜນທີ່ເສັ້ນທາງລົດໄຟ ຫວຽດນາມ-ລາວ (ພາບ: TTXVN).

ຕາມ​ແຜນ​ຜັງທາງ​ລົດ​ໄຟ​ແຫ່ງ​ຊາດ ​ໄລຍະ​ປີ 2030, ​ວິ​ໄສ​ທັດ​ຮອດ​ປີ 2050, ທາງ​ລົດ​ໄຟ​ຫວງ​ວູ້ງ​ອ່າງ - ​ຕານ​ເອິ​ບ -​ ມູ​ຢ້າ ແມ່ນ​ໃນ​ຈຳນວນ 9 ສາຍ​ທາງ​ລົດ​ໄຟ​ໃໝ່​ທີ່​ຈະ​ນຳ​ໃຊ້​ໃນ​ປີ 2030. ​ເສັ້ນ​ທາງນີ້​ມີ​ຄວາມ​ຍາວ 103 ກິ​ໂລ​ແມັດ, ລວງ​ກວ້າງ 1.435 ມີລີແມັດ, ​ເຊື່ອມ​ຕໍ່​ທ່າ​ກຳ​ປັ່ນ ​ວູ້ງ​ອ່າງ (ຮ່າ​ຕິ້ງ) ດ້ວຍຊາຍ​ແດນ​ຫວຽດ​ນາມ - ລາວ ຢູ່​ຈຸດກິ່ວມູ​ຢ້າ.

ໂຄງການດັ່ງກ່າວປະກອບມີ 8 ສະຖານີລົດໄຟ (ສະຖານີລົດໄຟຫຼັກ 1 ແຫ່ງ, ສະຖານີລົດໄຟຄ່ຽນຖ່າຍ 7 ແຫ່ງ), ໂດຍລົງທຶນຕາມຮູບແບບ PPP. ຂອບຂະຫນາດທາງລົດໄຟ 1 ລາງ, ແລ່ນຄວາມໄວ 150 ກິໂລແມັດຕໍ່ຊົ່ວໂມງ, ຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ເຕັກໂນໂລຊີຂອງລົດໄຟຄວາມໄວສູງ ຫຼືແລ່ນດ້ວຍເຄື່ອງຈັກ diezen. ເສັ້ນທາງລົດໄຟ ວຽງຈັນ-ວູ້ງ​ອ່າງ ມີຄວາມຍາວ 554 ກິໂລແມັດ ໄປຜ່ານ ລາວ-ຫວຽດນາມ, ຂອບຂະໜາດທາງລົດໄຟ 1.435 ມີລີແມັດ ດ້ວຍຍອດເງິນລົງທຶນປະມານ 149.550 ຕື້ດົ່ງ.

ນີ້​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນບັນດາ​ໂຄງການ​ທາງ​ລົດ​ໄຟ ຫວຽດນາມ - ລາວ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ລັດຖະບານ​ຫວຽດນາມ ​ແລະ ລາວ, ​ໄດ້​ສະ​ແດງອອກໃນວິວັດການ​​ຜັນຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ 2 ພັກ ​ແລະ ລັດ ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ. ພ້ອມ​ກັນ​ນັ້ນ, ນີ້​ກໍ່ແມ່ນ​ເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ອາ​ຊຽນ ອີກດ້ວຍ.

ດີງເລື້ອງ

ເຫດການ