ການນຳລາວ ຕີລາຄາສູງການຢ້ຽມຢາມຂອງຄະນະກຳມະການສັນຕິພາບ ຫວຽດນາມ

13:52 | 25/08/2023

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ຢືນຢັນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຂອງ 2 ປະ​ເທດ ໄດ້ ແລະ ພວມປະກອບສ່ວນ​ຊຸກຍູ້ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ ຊຸກຍູ້ການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ
ຄະນະຜູ້ແທນ ຄະນະກຳມະການສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ ຄະນະຜູ້ແທນ ຄະນະກຳມະການສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ໂດຍປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ແລະ ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ລາວ, ຕອບຮັບ​ຄຳ​ເຊີນ​ຂອງ​ທ່ານ ສົມ​ມາດ ພົນ​ເສນາ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ, ປະທານ​ຄະນະ​ກຳມະການ​ສັນຕິພາບ ​ແລະ ​ສາມັກຄີ​​ລາວ, ຄະນະ​ຜູ້​ແທນຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ນຳ​ໜ້າ ​ໂດຍ​ທ່ານ ອວງຈູລຶວ, ອະດີດ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ, ປະທານ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ​ລາວ ​ແຕ່​ວັນ​ທີ 19-22 ສິງຫາ.

ເຂົ້າຮ່ວມພິທີກໍ່ຍັງມີທ່ານນາງ ຫງວຽນເຟືອງງາ, ເລຂາຄະນະພັກ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ການນຳລາວ ຕີລາຄາສູງການຢ້ຽມຢາມຂອງຄະນະກຳມະການສັນຕິພາບ ຫວຽດນາມ

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຕອນ​ເຊົ້າ​ວັນ​ທີ 22 ສິງຫາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ - ປະທານ​ສະພາ​ແຫ່ງ​ຊາດ​ລາວ.

ທ່ານ ອວງຈູ​ລື​ວ ​ໄດ້​ສະແດງຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈເຖິງ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາວ ​ໄຊ​ສົມ​ພອນ ພົມວິຫານ ທີ່​ໄດ້​ສະຫຼະ​ເວລາ​ມາ​ຕ້ອນຮັບ​ຄະນະ.

ທ່ານ ອວງຈູ​ລື​ວ ໄດ້​ສະແດງຄວາມຊົມ​ເຊີຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ພັກ, ລັດ ​ແລະ ປະຊາຊົນ​ລາວ ຍາດ​ມາ​ໄດ້​ໃນ​ພາລະກິດ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ລາວ; ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການໜູນຊ່ວຍອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນລາວ ໄດ້ມອບໃຫ້ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ປົດປ່ອຍປະເທດຊາດ ໃນເມື່ອກ່ອນ, ກໍ່ຄືໃນພາລະກິດແຫ່ງການ​ສ້າງ​ສາ ​ແລະ ​ປົກປັກຮັກສາ​ປະ​ເທດຊາດ​ໃນປະຈຸບັນນີ້​.

ການນຳລາວ ຕີລາຄາສູງການຢ້ຽມຢາມຂອງຄະນະກຳມະການສັນຕິພາບ ຫວຽດນາມ

​ໂດຍລາຍ​ງານ​ຕໍ່​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ກ່ຽວ​ກັບ​ໝາກຜົນ​ການ​ເຈລະຈາ​ຜ່ານ​ມາ​ລະຫວ່າງ 2 ຄະນະ​ກຳມະການ​ສັນຕິພາບ, ທ່ານ ອວງຈູ​ລື​ວ ໃຫ້ຮູ້ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ສົມທົບ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວການ​ທູດປະຊາຊົນ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ສັນຕິພາບ​ໂລກ; ໜູນ​ຊ່ວຍ​ການ​ຝຶກ​ອົບ​ຮົມ, ຍົກ​ສູງລະດັບວິຊາສະເພາະ​ໃຫ້​ແກ່​ພະ​ນັກ​ງານ​ທີ່​ເຂົ້າ​ຮ່ວມ​ວຽກ​ງານການ​ທູດປະຊາຊົນ; ແລກປ່ຽນປະສົບການກ່ຽວກັບວຽກງານຂອງສອງຝ່າຍ…

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ສັນ​ຕິ​ພາບ​ຫວຽດ​ນາມ ທີ່​ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ລາວ.

ທ່ານໄດ້ຕີ​ລາຄາ​ສູງ​ໝາກຜົນ​ການ​ເຈລະຈາ​ ລະຫວ່າງ​ຄະນະ​ກຳມະການ​ສັນຕິພາບ​ຂອງ​ສອງ​ປະ​ເທດ, ​ແລະ ຢືນຢັນ​ວ່າ ການ​ຢ້ຽມຢາມ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ຄະນະ​ ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງສອງປະ​ເທດ, ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 21 ສິງຫາ, ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສັນຕິພາບ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ກຳມະການ​ສັນຕິພາບ ​ແລະ ສາມັກຄີ​ຂອງ​ລາວ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ທູດ​ປະຊາຊົນ.

ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບກ່ຽວກັບສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ການ​ເຄື່ອນ​ໄຫວ​ຂອງ​ສອງ​ຄະນະ, ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ພາກ​ພື້ນ ​ແລະ ​ໂລກ.

2 ຄະນະ ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ສຶກສາ​ສັນຕິພາບ ​ແລະ ຕ້ານ​ສົງຄາມ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ສາກົນ, ຊຸກຍູ້​ສັນຕິພາບ, ການ​ຮ່ວມ​ມື ແລະ ການພັດທະນາ.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ທູດ​ປະຊາຊົນ, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ແຈ້ງ​ໃຫ້​ຊາບກ່ຽວ​ກັບແນວຄິດ​ການ​ທູດ​ຂອງ ​ໂຮ່ຈີ​ມິນ, ລະບົບທັດສະນະ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບການທູດ​ປະຊາຊົນ ​ແລະ ​ແບ່ງປັນ​ປະສົບ​ການ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ​ຫວຽດນາມ.

ບັນດາ​ຜູ້​ແທນ ​ໄດ້​ປຶກສາ​ຫາລື ​ແລະ ​ແລກປ່ຽນ​ປະສົບ​ການ​ຢ່າງ​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ລາວ, ​ໄດ້​ສະ​ເໜີ​ຫຼາຍ​ຂໍ້​ສະເໜີແນະ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິພາບ​ການ​ເຄື່ອນ​ໄຫວ​ການທູດ​ປະຊາຊົນ, ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ພົບປະແລກປ່ຽນ​ປະຊາຊົນ ​ແລະ ຄວາມ​ຈຳເປັນຕ້ອງ​ເພີ່ມ​ທະວີ​ການ​ສຶກສາມູນເຊື້ອ, ການ​ສຶກສາກ່ຽວກັບ​ສັນຕິພາບ​ໃຫ້​ແກ່​ລຸ້ນໜຸ່ມ, ໂດຍຜ່ານ​ຫລາຍ​ຮູບ​ການທີ່ຫຼາກຫຼາຍ ​ເພື່ອເພີ່ມ​ພູນ​ຄູນ​ສ້າງ​ ແລະ ເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງຂຶ້ນຕື່ມ.

ຄຳຮຸ່ງ

ເຫດການ