ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ

06:58 | 18/08/2023

ຍສໝ - ຕອນ​ເຊົ້າ​ວັນ​ທີ 14 ສິງຫາ, ສະ​ຫາຍ ຟານ​ຫງວຽນຍືເຄ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ ຄະນະ​ພັກ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ວາລະສານອາລຸນໃໝ່ ລາວ ນຳ​ໂດຍ​ສະຫາຍ ນາງ ວິ​ລະ​ວອນ ພັນທະ​ວົງ, ຮອງຫົວໜ້າກົມໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ
ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ

ທີ່​ການ​ພົບ​ປະ, ສະຫາຍ ຟານ​ຫງວຽນຍືເຄ ​ໄດ້ສະແດງຄວາມ​ຂອບ​ໃຈ​ພັກ, ລັດ ​ແລະ ປະຊາຊົນ​ລາວ ທີ່​ໄດ້ຄຽງບ່າຄຽງໄຫຼ່ ​ແລະ ​ໃຫ້​ກຳລັງ​ໃຈ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໄລຍະທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເນື່ອງ​ຈາກ​ໂລກ​ລະບາດ​ໂຄ​ວິດ-19.

ຫົວໜ້າຄະນະ​ໂຄສະນາສຶກສາ ຄະນະພັກ​ນະຄອນ​ໂຮ່ຈິ​ມິນ ​ເນັ້ນ​ໜັກ​ວ່າ ​ໃນ 10 ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ​ຄື ນະ​ຄອນ​ຫລວງ​ວຽງ​ຈັນ, ​ແຂວງ​ຈຳປາ​ສັກ... ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ປະ​ເທດ.

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືໃນຂົງເຂດໂຄສະນາສຶກສາ, ສື່ມວນຊົນ

ໂດຍຕີ​ລາຄາ​ສູງ​ການ​ພັດທະນາ​ຂອງ​ວາລະສານອາລຸນໃໝ່ - ຫ້ອງການສະພາທິດ​ສະ​ດີ ​ແລະ ພຶດຕິກຳ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ທ່ານ ຟານ​ຫງວຽນຍືເຄ ​ໃຫ້​ຮູ້​ວ່າ: ວາລະສານອາລຸນໃໝ່ ໄດ້​ປະກອບສ່ວນ​ຊ່ວຍ​ໃຫ້​ຜູ້​ອ່ານ​ຂອງ​ສອງ​ປະ​ເທດ ​ໄດ້​ເຂົ້າເຖິງຂ່າວ​ສານ​ກ່ຽວ​ກັບ​ການ​ພັດທະນາ​ຂອງລາວ ກໍ່ຄື​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສອງ​ພັກ ​ແລະ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ລາວ.

ການທີ່​ສອງ​ພັກ ມີການ​ພົບປະ, ແລກປ່ຽນ​ວັດທະນະທຳຢ່າງ​ເປັນ​ປະຈຳ ​ໄດ້​ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ລາວ. ຫົວໜ້າຄະນະ​ໂຄສະນາສຶກສາ ຄະນະພັກ​ນະຄອນ​ໂຮ່ຈິ​ມິນ ປາດ​ຖະໜາ​ວ່າ ການ​ຢ້ຽມຢາມ ​ແລະ ​ແລກປ່ຽນ​ຄະນະ​ຜູ້​ແທນ​ ຈະ​ສືບ​ຕໍ່ດຳເນີນ​ເປັນ​ປະຈຳ​ທຸກໆ​ປີ ​ເພື່ອເຮັດ​ໃຫ້​ການ​ພົວພັນ​ຮ່ວມ​ມືທຸກດ້ານ​ລະຫວ່າງ​ສອງ​ປະ​ເທດ ​ກໍ່​ຄືລະຫວ່າງ​ບັນດາ​ທ້ອງ​ຖິ່ນຂອງ ຫວຽດນາມ - ລາວ ​ນັບມື້ນັບແໜ້ນ​ແຟ້ນກ່ວາ​ອີກ.

ສະຫາຍ ນາງ ວິລະວອນ ພັນທະວົງ ຖືວ່າ ບົນພື້ນຖານສາຍພົວພັນແບບພິເສດອັນຍາວນານ, ລາວ ແລະ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການຮ່ວມມືສອງຝ່າຍ ກໍ່ຄືໃນເວທີປາໄສສາກົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ຫົວໜ້າ​ກົມ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້ສະແດງຄວາມ​ຂອບ​ໃຈ​ບັນດາ​ການ​ນຳ ​ແລະ ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ລາວ, ພິ​ເສດ​ແມ່ນ​ໃນ​ໄລຍະທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ບັ້ນ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19...

ກ່ຽວກັບວຽກງານໂຄສະນາສຶກສາ, ສະຫາຍ ນາງ ວິລະວອນ ພັນທະວົງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ ແລະ ຫວັງວ່າ ການພົວພັນຮ່ວມມື ຈະໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ. ວາລະສານອາລຸນໃໝ່ ແລະ ວາລະສານກອມມູນິດ ກໍ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືໃນໄລຍະໃໝ່, ໃນນັ້ນ ວາລະສານກອມມູນິດ ກໍ່ພວມໜູນຊ່ວຍວາລະສານອາລຸນໃໝ່ ສ້າງວາລະສານເອເລັກໂຕນິກ. ສະຫາຍ ນາງ ວິລະວອນ ພັນທະວົງ ຫວັງວ່າ ວາລະສານອາລຸນໃໝ່ ຈະໄດ້ຮ່ຳຮຽນ ແລະ ແລກປ່ຽນປະສົບການກັບບັນດາສຳນັກຂ່າວສານ ຫວຽດນາມ ເພື່ອປັບປຸງການເຄື່ອນໄຫວຂອງຕົນ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.