ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນ

14:56 | 16/08/2023

ຍສໝ - ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ ແລະ ສະມາຄົມປະຊາຊົນຫວຽດນາມ, ສະມາຄົມວິສາຫະກິດຫວຽດນາມ ປະຈໍາ 3 ແຂວງຄື: ສະຫວັນນະເຂດ, ຄໍາມ່ວນ ແລະ ບໍລິຄໍາໄຊ ໄດ້ຈັດຕັ້ງພິທີມອບຂອງຂວັນໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ, ເຫດດິນເຈື່ອນຢູ່ແຂວງສະຫວັນນະເຂດ, ຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ໃນຊຸມມື້ທີ່ຜ່ານມາ.

ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ
ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນລາວ 2.000 ຄົນ

ທີ່​ພິທີ, ທ່ານ​ນາງ ດັ້ງ​ທິ​ຫາຍ​ເຕືມ, ກົງ​ສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງສະຫວັນນະເຂດ ​ເນັ້ນ​ໜັກ​ວ່າ: ບັນດາ​ເຄື່ອງຂອງທີ່​ໜູນ​ຊ່ວຍປະຊາຊົນ​ລາວ ບໍ່​ພຽງ​ແຕ່​ແມ່ນ​ວັດຖຸ​​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ນ້ຳ​ໃຈຂອງ​ພະນັກງານ​ກົງ​ສູນ ກັບສະມາຄົມປະຊາຊົນຫວຽດນາມ ແລະ ສະມາຄົມວິສາຫະກິດຫວຽດນາມ ​ທີ່ພວມຢູ່ອາ​ໄສ​, ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ບັນດາ​ແຂວງ​ພາກ​ກາງ​ຂອງ​ລາວ ​ ເພື່ອ​ສົມທົບ​ກັນ​ແບ່ງເບົາ​ຄວາມ​ຫຍຸ້ງຍາກກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ປະຊາຊົນ​ບັນດາ​ແຂວງ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເຫດໄພ​ນ້ຳ​ຖ້ວມ​ເມື່ອ​ມໍ່ໆ​ມາ​ນີ້.

ມອບຂອງຂວັນເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ປະສົບໄພນ້ຳຖ້ວມ ແລະ ດິນເຈື່ອນ

ສ່ວນຝ່າຍລາວ, ຜູ້ຕາງໜ້າບັນດາອຳນາດການປົກຄອງແຂວງ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຮູ້ວ່າ: ການໃຫ້ກຳລັງໃຈ ແລະ ການແບ່ງປັນຢ່າງທັນການຂອງຄະນະທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນບັນດາທ້ອງຖິ່ນທີ່ປະສົບກັບຄວາມຫຍຸ້ງຍາກ; ພ້ອມດຽວກັນນີ້, ຜູ້ຕາງໜ້າແຂວງ ກໍ່ຍັງໃຫ້ຮູ້ຕື່ມອີກວ່າ: ຂອງຂວັນຊ່ວຍເຫຼືອດັ່ງກ່າວ ຈະໄດ້ນຳໄປແຈກຢາຍຢ່າງຖືກວິທີ ແລະ ຈະນຳໄປມອບໃຫ້ປະຊາຊົນໃນເຂດປະສົບໄພໃນໄວໆນີ້.

ເປັນທີ່ຮູ້ກັນວ່າ ຝົນທີ່ຕົກໜັກຕິດຕໍ່ກັນມາແຕ່ຕົ້ນເດືອນສິງຫາ 2023 ໄດ້ເຮັດໃຫ້ເກີດເຫດດິນເຈື່ອນ, ກີດຂວາງການສັນຈອນ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາທ້ອງຖິ່ນໃນແຂວງພາກກາງຂອງລາວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.