ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະເຮັດວຽກ ຢູ່ ຈີເລ | |
ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ |
ຄຳແກ້ວ ແມ່ນໜຶ່ງໃນລູກຄົນລາວຂອງຜົວເມຍພວກຂ້ອຍ. ຕອນແລງຂອງວັນໜຶ່ງໃນລະດູໜາວປີ 1968, ມີພະນັກງານໃນໜ່ວຍສະຫະກອນຂອງ ຕາແສງ ວິງກວາງ, ເມືອງຕາມແທັງ, ແຂວງວິງຟູ້ (ດຽວນີ້ແມ່ນຕາແສງດາວຊ້າ, ເມືອງແທັງຖຸຍ, ແຂວງ ຟູ້ເຖາະ) ໃນນັ້ນມີນາຍຄູ ສາວ ເປັນຄົນຫວຽດນາມ ແຕ່ເພິ່ນສາມາດເວົ້າພາສາລາວໄດ້, ໄດ້ນຳເອົາເດັກນ້ອຍລາວ 3 ຄົນມາເຮືອນຂອງພວກຂ້ອຍ, ແຕ່ລະຄົນມີອາຍຸປະມານ 13-14 ປີ, ພວກເດັກມີຮູບຮ່າງຈ່ອຍຜອມ, ນຸ່ງເສື້ອບາງໆ ນັ່ງຈຸ້ມກັນຢູ່.
ນາຍຄູສາວແນະນຳໃຫ້ຮູ້ວ່າ ເດັກ 3 ຄົນນີ້ແມ່ນຄົນລາວ ມີຊື່ວ່າ: ບຸນລັບ, ບຸນເພັງ ແລະ ຄຳແກ້ວ. ເນື່ອງຈາກວ່າສົງຄາມທຳລາຍມ້າງເພ ຈຶ່ງເຮັດໃຫ້ເດັກນ້ອຍລາວປະທານ 1000 ຄົນໄດ້ມາລີ້ໄພຢູ່ຫວຽດນາມ ໂດຍການຊ່ວຍເຫຼືອຂອງລັດຖະບານຫວຽດນາມ ແລະ ໄດ້ນຳມາແຈກຢາຍໃຫ້ຢູ່ນຳຄອບຄົວຂອງປະຊາຊົນຫວຽດນາມທີ່ຕາແສງດາວຊ້າ ແລະ ເມືອງອ້ອມຂ້າງເພື່ອລ້ຽງດູເບິ່ງແຍງ. ຄຳແກ້ວ, ບຸນລັບ, ບຸນເພັງ ຖືກແບ່ງໃຫ້ຢູ່ເຮືອນຂອງພວກຂ້ອຍ. ເນື່ອງຈາກວ່າບໍ່ເຂົ້າໃຈພາສາຊຶ່ງກັນ ແລະ ກັນ ຂ້ອຍ ແລະພວກລູກໆຈຶ່ງສື່ສານກັນດ້ວຍພາສາກາຍ ເຊັ່ນ: ສາຍຕາ, ໃຊ້ມື, ຄຳເວົ້າ... ຂ້ອຍສອນໃຫ້ພວກເຂົ້າຄຳສັບທີ່ງ່າຍດາຍເຊັ່ນ: "ພໍ່", "ແມ່", "ລູກ" ແລະ ໃຊ້ການອອກສັນຍານໃຫ້ພວກລູກໆ ເຂົ້າຄວາມໝາຍ. ຍາມມີເວລາຫວ່າງ ຂ້ອຍສອນໃຫ້ພວກເຂົາຮຽນຟ້ອງສະຫຼະ, ຂຽນພະຍັນຊະນະ ຕົວອັກສອນຫວຽດນາມ. ຄຳສັບທຳອິດທີ່ພວກເຂົາສາມາດຂຽນໄດ້ອ່ານເປັນກໍຄື "ພໍ່ຕຸກ, ແມ່ມາຍ". ດົນດົນໄປພວກເຂົາກໍສາມາດເຂົ້າໃຈ ແລະ ເວົ້າໄດ້ຄຳສັບພື້ນຖານເຊັ່ນ: ຊື່ລູກວ່າ ບຸນລັບ, ບ້ານເກີດເມືອງນ້ອຍຂອງລູກຢູ່ລາວ, ສະບາຍດີພໍ່ແມ່, ລູກເຊີນພໍ່ແມ່ກິນເຂົ້າ...
ຂ້ອຍເອີ້ນພວກລູກໆວ່າ: ອ້າຍຕຸ້ຍ(ບຸນເພັງ), ອ້າຍລັບ(ບຸນລັບ) ແລະ ແກ້ວ(ຄຳແກ້ວ) ເພື່ອໃຫ້ຈື່ງ່າຍ. ໃນຈຳນວນ 3 ຄົນລູກລາວນັ້ນ ຄຳແກ້ວ ເປັນຜູ້ນ້ອຍກວ່າໝູ່ ແລະ ມັກຕິດພັນກັບພໍ່ແມ່ຫຼາຍກວ່າທຸກຄົນ. ເມື່ອຕົກຄ້າຍຄໍ່າລົງແລງມາ ທ້າວແກ້ວ ມັນມັກຈະໄປນັ່ງແຄມເຕົາໄຟເອົາເຟືອງໃຫ້ແມ່ມາຍດັງໄຟຕົ້ມເຂົ້າ ແຕ່ງກິນ, ຫຼັງຈາກນັ້ນມັນກໍຫາພາເຂົ້າ ແລ້ວເຊີນພໍ່ແມ່ກິນເຂົ້າ. ກິນເຂົ້າແລ້ວໆ ມັນກໍຊ່ວຍແມ່ມ້ຽນພາເຂົ້າ, ລ້າງຖ້ວຍ. ເຮືອນຂອງຂ້ອຍມີລູກ 6 ຄົນ. ທັງລູກຫວຽດ ລູກລາວ ພວກຂ້ອຍຮັກເຂົາເທົ່າທຽມກັນ ແຕ່ເປັນໜ້າສົງສານລູກລາວຫຼາຍກວ່າ ເພາະຍ້ອນສົງຄາມພວກເຂົາຈຶ່ງໄດ້ພັດພາກບ້ານເກີດເມືອງນອນ ແລະ ພໍ່ແມ່ ແຕ່ອາຍຸຍັງນ້ອຍໆ. ມີມື້ໜຶ່ງເຫັນທ້າວແກ້ວມັນບໍ່ຫຼີ້ນກັບໝູ່ ນັ່ງເຫງົາຢູ່ລະບຽງເຮືອນຜຄົນດຽວ ຄິດວ່າມັນຄົງຈະຄິດຮອດບ້ານ, ຄິດຮອດພໍ່ແມ່ຫຼາຍ, ຂ້ອຍຈຶ່ງໃຫ້ກຳລັງໃຈມັນວ່າ: "ບໍ່ດົນດອກລູກຄົງຈະໄດ້ກັບເມືອຫາຄອບຄົວ".
ວັນເວລາຜ່ານໄປຢ່າງໄວວາ, ປີ 1970 ທ້າວແກ້ວ ພ້ອມດ້ວຍເດັກລາວຄົນອື່ນໆ ກໍໄດ້ຍ້າຍເຂົ້າໄປຢູ່ໃນໂຮງຮຽນສາມັນພູດອຍເລກ I ວິງຟູ້, ໂຮງຮຽນຕັ້ງຢູ່ທີ່ບ້ານ ເຟືອງຢາວ, ຕາແສງ ວິງກວາງ. ກ່ອນພວກເຮົາຈະຈາກໄປ ຂ້ອຍໄດ້ຫາຄົນມາຖ່າຍຮູບຮ່ວມຄອບຄົວກັບພວກເຂົາໄວ້, ຂ້ອຍຂຽນທີ່ຢູ່ພ້ອມຮູບມອບໃຫ້ທ້າວແກ້ວ, ຮູບໃບດັ່ງກ່າວຖ່າຍໃນປີ 1969, ທ້າວແກ້ວຢືນຢູ່ຂ້າງຂ້ອຍນັບແຕ່ເບື້ອງຂວາມືມາເປັນຜູ້ທີ 3.
ຮູບພາບຄອບຄົວໃນປີ 1969. ທ້າວແກ້ວຢືນຢູ່ຂ້າງຂ້ອຍນັບແຕ່ເບື້ອງຂວາມືມາເປັນຜູ້ທີ 3 |
ທ້າວແກ້ວ ມັນຫໍ່ເອົາຮູບພ້ອມດ້ວຍທີ່ຢູ່ຂອງຂ້ອຍ ແລ້ວກໍມ້ຽນໄວ້ໃນບາໂລເຄື່ອງນຸ່ງ ຊຶ່ງເປັນຊັບສົມບັດຊິ້ນດຽວຂອງມັນ. ຕອນຄໍ່າກ່ອນມື້ຈະອອກເດີນທາງ, ຜົວເມຍພວກຂ້ອຍໄດ້ຈັດພາເຂົ້າອັນແຊບນົວໃຫ້ພວກເຂົາກິນ. ພວກຂ້ອຍສັ່ງພວກເຂົາວ່າ: ຕ້ອງເປັນເດັກຄຳຮູ້ ຟັງຄວາມຄູ-ອາຈານ, ເອົາໃຈໃສ່ການຮຽນ, ຮັກສາສຸຂະພາບ, ຍາມພັກຮຽນກໍມາຢາມພໍ່ແມ່ ແລະ ນ້ອງໆ. ຂ້ອຍຢືນແນມເບິ່ງພວກເຂົາໄປຈົນລັບເງົາຈຶ່ງກັບຄືນ. ໃນເມື່ອກ່ອນຢູ່ເຮືອນຂອງຂ້ອຍມັກຈະໄດ້ຍິນສຽງເວົ້າ, ສຽງຫົວ, ສຽງຢອກໄຍກັນຂອງພວກລູກໆ ຟົດນັນແຊວໆ ແຕ່ບັດນີ້ພວກເຂົາໄປແລ້ວ ກໍເລີຍງຽບເຫງົາ. ພວກລູກຂອງຂ້ອຍເມື່ອບໍ່ມີອ້າຍຄົນລາວຢູ່ນຳແລ້ວ ພວກເຂົາກໍບໍ່ຢອກໄຍກັນຄືເມື່ອກ່ອນອີກ. ພວກຂ້ອຍມັກຖາມຂ່າວຄາວຊາວຫາພວກເຂົາ, ເມື່ອຮູ້ວ່າພວກເຂົາມີຊີວິດການເປັນຢູ່ທີ່ປົກກະຕິແລ້ວຜົວເມຍພວກຂ້ອຍຈຶ່ງຄ່ອຍສະບາຍໃຈ. ເຮືອນພວກຂ້ອຍຫ່າງຈາກໂຮງຮຽນປະມານ 5 ກມ, ເສັ້ນທາງໄປຫາໂຮງຮຽນເປັນທາງຫີນແຮ່ ຄົດລ້ຽວໂງເງ ການສັນຈອນໄປມາມີຄວາມຫຍຸ້ງຍາກ ແຕ່ປານນັ້ນພໍເຖິງມື້ພັກຮຽນ ທ້າວແກ້ວພ້ອມກັບໝູ່ກໍພາກັນຍ່າງມາຢາມພໍ່ແມ່ ແລະ ພວກນ້ອງໆ.
ປີ 1974 ທ້າວແກ້ວໄດ້ຍ້າຍໂຮງຮຽນໄປຮຽນຊັ້ນມັດທະຍົມຕອນປາຍຢູ່ໂຮງຮຽນສາມັນພູດອຍເລກ II ຮ່າບັກ. ໃນຂະນະທີ່ກຳລັງຮໍ່າຮຽນກໍຄືໃນການເຮັດໜ້າທີ່ວຽກງານ ຄຳແກ້ວກໍມັກຈະສົ່ງຂາວໃຫ້ພວກຂ້ອຍຮັບຊາບ ແລະ ຜົວເມຍພວກຂ້ອຍສຸດທີ່ດີໃຈໃນເມື່ອໄດ້ຍິນຂ່າວວ່າທ້າວແກ້ວໄດ້ຮຽນຈົບ ແລະ ໄດ້ກັບຄືນປະເທດແລ້ວໃນປີ 1981 ແລະ ໄດ້ພົບກັບພໍ່ແມ່ຢູ່ລາວພາຍຫຼັງໄດ້ພັດພາກຈາກກັນເປັນເວລາສິບກວ່າປີ. ໃນໜ້າທີ່ການງານນັ້ນ ເມື່ອໄດ້ຍິນຂ່າວວ່າລູກໄດ້ຮັບໜ້າທີ່ຫຼາຍຕຳແໜ່ງ ພວກຂ້ອຍຮູ້ສຶກພາກພູມໃຈ ແລະ ເປັນກຽດຢ່າງຍິ່ງ. ປີໃໝ່ຫວຽດນາມ 2013, ຄຳແກ້ວໄດ້ແຈ້ງໃຫ້ພວກຂ້ອຍຮູ້ວ່າລາວພ້ອມຄະນະຈະໄປອວຍພອນບັນດາແຂວງແຮກສ່ຽວຂອງຫວຽດນາມ, ໃນນັ້ນມີແຂວງອຽນບາຍ ຊຶ່ງເປັນແຂວງໜຶ່ງຢູ່ໃກ້ກັບແຂວງ ຟູ້ເຖາະ. ເນື່ອງຈາກວ່າບໍ່ມີເວລາຫຼາຍ, ເວລາຂາກັບຄຳແກ້ວຈຶ່ງໄດ້ນັດພົບກັນຢູ່ທີ່ຕົວເມືອງ ຮຶງຮວ້າ ແຂວງຟູ້ເຖາະ. ຫຼາຍປີບໍ່ໄດ້ພົບກັນຕ່າງຄົນຕ່າງກໍເບີກບານດີໃຈ, ຄຳແກ້ວໄດ້ຖາມຂ່າວຄາວຫາທຸກຄົນໃນຄອບຄົວ ແລະ ໄດ້ເອົາຂອງຂວັນປີໃໝ່ໃຫ້ພໍ່ແມ່, ໃນນັ້ນມີຕົ້ນໝາກກ້ຽງນ້ອຍ ແລ້ວກໍອຳລາກັນໄປ. ເມື່ອເມືອຮອດເຮືອນຂ້ອຍກໍເອົາຂອງຂວັນທີ່ ຄຳແກ້ວ ເອົາໃຫ້ນັ້ນ ໄປວາງໄວ້ເທິງຮ້ານບູຊາ ແລ້ວຈູດທູບທຽນຍອກຂ່າວໃຫ້ບັນພະບຸລຸດຮັບຊາບ, ຂໍບາລະມີຂອງພວກເພິ່ນໃຫ້ມາກຸ້ມກວມເອົາຄອບຄົວ ແລະ ຄຳແກ້ວ ໃຫ້ຢູ່ດີມີແຮງ, ມີຄວາມຜາສຸກ. ຂ້ອຍເອົາຕົ້ນໝາກກ້ຽງນ້ອຍຕັ້ງໄວ້ສະຖານທີ່ທີ່ເປັນບ່ອນສັກກະບະບູຊາ ແລະ ສາມາຫຼຽວເຫັນໄດ້ງ່າຍ. ເມື່ອແຂກຄົນມາເຮືອນໃຜໃຜກໍຍ້ອງວ່າ ຕົ້ນໝາກກ້ຽງງາມ, ເປັນໝາກຫຼາຍ ຊຶ່ງບົ່ງບອກວ່າ ມີໂຊກລາບ.ຂ້ອຍຕອບວ່າ: "ອັນນີ້ແມ່ນຂອງຂວັນຈາກ ຄຳແກ້ວ ມອບໃຫ້ເປັນຂອງຂວັນປີໃໝ່".
ຕົ້ນໝາກກ້ຽງນ້ອຍທີ່ ທ່ານ ຄຳແກ້ວ ມອບໃຫ້ ໄດ້ປູກຢູ່ໃນສວນຂອງເຮືອນ |
ພາຍຫຼັງໝົດເຕດແລ້ວ, ຂ້ອຍໄດ້ເອົາມັນໄປປູກໄວ້ສວນຂ້າງເຮືອນ ບ່ອນທີ່ສູງ ແລະ ມີແສງສະຫວ່າງ, ມີທາດບຳລຸງພຽງພໍ. ປູກແລ້ວໆ ພວກຂ້ອຍກໍເອົານໍ້າປູນຂາວຫົດຕົ້ນຂອງມັນໃຫ້ທົ່ວເຖິງ ເພື່ອຕ້ານບໍ່ໃຫ້ມີເຊື້ອຣາ, ບົ້ງແມງກິນ. ບໍ່ພຽງເທົ່າໃດວັນມັນກໍແຕກຮາກ, ປົ່ງໃບອ່ອນຂຶ້ນມາ ແລະ ເຕີບໂຕຢູ່ໃນສວນຈົນເທົ້າທຸກວັນນີ້.
ພາບທີ່ຖ່າຍໃນລະດູຮ້ອນປີ 2013, ຄຳແກ້ວ (ຢູ່ນອກສຸດເບື້ອງຂວາມື) ໄດ້ພາລູກສາວ ແລະ ບັນດາໝູ່ເພື່ອນຂອງລູກສາວໄປຢາມພໍ່ເຖົ້າແມ່ເຖົ້າ. |
ຜົວເມຍຂ້າພະເຈົ້າຢູ່ຕໍ່ຫນ້າເຮືອນ ເຊິ່ງເປັນບ່ອນທີ່ບັນດາລູກລ້ຽງເປັນຄົນລາວເຄີຍດໍາລົງຊີວິດຢູ່. |
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ ຄອບຄົວພວກຂ້ອຍກໍຂາດການຕິດຕໍ່ກັບຄຳແກ້ວ, ເມື່ອເບິ່ງຕົ້ນໝາກກ້ຽງນ້ອຍເມື່ອໃດກໍຍິ່ງຄິດຮອດລູກ, ເຖິງແມ່ນລູກຈະຢູ່ແຫ່ງຫົນໃດກໍຕາມ ຂໍແຕ່ໃຫ້ລູກຢູ່ດີມີແຮງ, ມີຄວາມກ້າວໜ້າໃນໜ້າທີ່ການງານ. ປີນີ້ຂ້ອຍມີອາຍຸ 91 ປີແລ້ວ, ແມ່ເຖົ້າກໍ 90 ປີ, ອາຍຸສັງຂານກໍຍັງບໍ່ຫຼາຍ, ສຸຂະພາບກໍອ່ອນເພຍ, ພວກຂ້ອຍມີຄວາມມຸ່ງມາດປາຖະໜາຢາກພົບກັບຄຳແກ້ວອີກ ຊຶ່ງເປັນລູກຊາຍຄົນລາວທີ່ມີຄວາມລຳບາກກາກກຳຫຼາຍປະການ ແຕ່ເຂົາມີຄວາມຮັກ ກະຕັນຍູຮູ້ບຸນຄຸນຂອງພໍ່ແມ່.
ເຈິນວັນຕຸກ