ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ

14:16 | 25/08/2023

ຍສໝ - ຕອນເຊົ້າວັນທີ 16 ສິງຫາ, ທີ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ), ສະຖາບັນປະຫວັດສາດການທະຫານ/ກົມໃຫຍ່ເສນາທິການ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານປະຫວັດສາດການທະຫານ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023.

ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ ຄະນະພະນັກງານກອງທັບປະຊາຊົນລາວ ແລກປ່ຽນບົດຮຽນວຽກງານຊາວໜຸ່ມຢູ່ທີ່ກອງພົນໃຫຍ່ ທີ2 ຢູ່ປະເທດຫວຽດນາມ
ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ ຄະນະພະນັກງານກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ

ກ່າວຄໍາເຫັນທີ່ພິທີເປີດ, ສະຫາຍພົນຈັດຕະວາ, ປອ ຫງວຽນຮວ່າງຍຽນ ຫົວໜ້າສະຖາບັນປະຫວັດສາດການທະຫານ ເນັ້ນໜັກວ່າ, ຜ່ານພຶດຕິກຳຕົວຈິງແຫ່ງການຈັດຕັ້ງ, ການຄຸ້ມຄອງ, ຄົ້ນຄວ້າປະຫວັດສາດການທະຫານ ໄດ້ສະແດງໃຫ້ເຫັນວ່າ ການແລກປ່ຽນ, ກໍາແໜ້ນທິດສະດີ, ບົດຮຽນຈາກການຄົ້ນຄວ້າຜ່ານຊຸດຝຶກອົບຮົມແມ່ນໜຶ່ງໃນບັນດາມາດຕະການປະກອບສ່ວນຍົກສູງປະສິດທິຜົນໃນວຽກງານຄຸ້ມຄອງ, ຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມ, ສະຫຼຸບໜ້າທີ່ການທະຫານ, ການປ້ອງກັນຊາດ.

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ

ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປີດຊຸດຝຶກອົບຮົມວິຊາຊີບປະຫວັດສາດການທະຫານໃຫ້ແກ່ກອງທັບລາວ. (ພາບ: qdnd)

ສະຫາຍພົນຈັດຕະວາ ຫງວຽນຮວ່າງຍຽນ ໃຫ້ຮູ້ວ່າ ຈາກບົດຮຽນແຫ່ງການຈັດຕັ້ງບັນດາຊຸດຝຶກອົບຮົມກ່ອນນີ້ ກໍ່ຄືລະດັບຄວາມຮູ້ຂອງພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມປີນີ້, ສະຖາບັນປະຫວັດສາດການທະຫານໄດ້ປັບປຸງເນື້ອໃນຊຸດຝຶກອົບຮົມຕາມທິດທັງປະກອບເນ້ືອໃນຄວາມຮູ້ພື້ນຖານກ່ຽວກັບວິທີຄົ້ນຄວ້າປະຫວັດສາດການທະຫານ ໃຫ້ບັນດາສະຫາຍຫາກໍ່ເຂົ້າຂະແໜງ, ທັງປັບປຸງ, ບຳລຸງຄວາມຮູ້, ບົດຮຽນຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມໃຫ້ບັນດາສະຫາຍເຄີຍເຮັດວຽກງານປະຫວັດສາດການທະຫານ.

ສ່ວນສະຫາຍພັນໂທ ມີໄຊ ສຸລິສຄໍາສີ ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ໃຫ້ຮູ້ວ່າ ຊຸດຝຶກອົບຮົບແມ່ນໂອກາດທີ່ດີເພື່ອຮັບເອົາຄວາມຮູ້ພື້ນຖານຂອງວິທະຍາສາດປະຫວັດສາດການທະຫານ, ພ້ອມທັງຢັ້ງຢືນວ່າ ຈະຕັ້ງໜ້າເສີມຂະຫຍາຍ ແລະນຳໃຊ້ບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນເອົາຢູ່ຫວຽດນາມ ເຂົ້າໃນການປະຕິບັດໜ້າທີ່, ປະກອບສ່ວນປະຕິບັດວຽກງານຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມຢູ່ປະເທດຕົນຢ່າງມີປະສິດທິຜົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.