ຫວຽດ​ນາມ ​ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ

00:00 | 22/08/2023

ຍສໝ - ຕອນບ່າຍວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ງຕ້ອນຮັບທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ລາວ ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຫວຽດ​ນາມ ​ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ
(ພາບ: baochinhphu.vn)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງກະຊວງ ສາທາລະນະສຸກ ສົມທົບກັນສ້າງແຜນການເພື່ອຫັນເປັນລະອຽດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງປະເທດຢ່າງມີປະສິດທິຜົນ, ກວດກາຄືນເພື່ອພິຈາລະນາ, ຊຸກຍູ້ການຮ່ວມມື, ຍູ້ແຮງການຫັນປ່ຽນດີຈີຕອນໃນຂົງເຂດກວດ, ປິ່ນປົວພະຍາດ… ສ້າງເງື່ອນໄຂໃຫ້ ປຊຊ ລາວ ມາກວດ, ປິ່ນປົວພະຍາດຢູ່ບັນດາໂຮງໝໍຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງກະຊວງ ຄົ້ນຄ້ວາ, ປັບປຸງສັນຍາກ່ຽວກັບການກວດກາການແພດເຂດຊາຍແດນ ສອດຄ່ອງກັບສະພາບການປະຈຸບັນ.

ສ່ວນທ່ານລັດຖະມົນຕີ ບຸນແຝງ ພູມມະໄລສິດ ສະແດງຄວາມປາດຖະໜາ ຢາກສືບຕໍ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນຂົງເຂດສາທາລະນະສຸກ ໂດຍສະເພາະແມ່ນການບຳລຸງສ້າງຊັບພະຍາກອນມະນຸດ, ການແພດພື້ນເມືອງ, ຜະລິດຢຸກຢາ, ວັກຊິນ, ການປ້ອງກັນ, ຕ້ານໂລກລະບາດ, ສຳເລັດໂຄງການກໍ່ສ້າງໂຮງໝໍມິດຕະພາບ ຫວຽດນາມ-ລາວ ຢູ່ແຂວງ ຫັວພັນ… ທ່ານໃຫ້ຮູ້ວ່າ, ລາວ ພ້ອມແລ້ວທີ່ຕ້ອນຮັບບັນດາວິສາຫະກິດ ຫວຽດນາມ ເຂົ້າມາລົງທຶນຢູ່ ລາວ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.