ກະຊວງການຕ່າງປະເທດອັບເດດຂໍ້ມູນກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ໃນເຫດດິນເຊາະເຈື່ອນຢູ່ ປະເທດລາວ

09:59 | 21/08/2023

ຍສໝ - ພາຍຫຼັງ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ວ່າ​ມີ​ຊາວ​ຫວຽດນາມ ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນຢູ່ ລາວ, ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳສະຫວັນ​ນະ​ເຂດ ​ໄດ້ເປັນເຈົ້າການ​ສົມທົບ​ກັບບັນດາ​ອົງການທີ່ມີໜ້າທີ່ຂອງ​ລາວ​ເພື່ອ​ຊອກ​ຄົ້ນ.

ຕອນບ່າຍວັນທີ 17 ສິງຫາ, ໃນການຖະແຫຼງຂ່າວນັດສາມັນ ກະຊວງການຕ່າງປະເທດ ຫວຽດນາມ, ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບວຽກງານປົກປ້ອງພົນລະເມືອງ ຫວຽດນາມ 45 ຄົນ ທີ່ປະສົບເຄາະຮ້າຍໃນເຫດດິນເຊາະເຈື່ອນ ຢູ່ແຂວງ ຄຳມ່ວນ ໃນວັນທີ 4 ສິງຫາ ຜ່ານມາ.

ກະຊວງການຕ່າງປະເທດອັບເດດຂໍ້ມູນກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ໃນເຫດດິນເຊາະເຈື່ອນຢູ່ ປະເທດລາວ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕາມທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ ພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບເຫດດິນເຊາະເຈື່ອນ, ໂດຍປະຕິບັດຕາມຄໍາສັ່ງຊີ້ນຳຈາກການນຳກະຊວງການຕ່າງປະເທດ, ສະຖານກົງສູນໃຫຍ່ຫວຽດນາມ ປະຈຳສະຫວັນນະເຂດ ໄດ້ເປັນເຈົ້າການສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງລາວ ເພື່ອຊອກຫາພົນລະເມືອງ ຫວຽດນາມ.

ໂດຍໄດ້ຮູ້ວ່າ ຕອນບ່າຍວັນທີ 14 ສິງຫາ ຜ່ານມາ ໄດ້ຄົ້ນພົບຊາກສົບຂອງຊາຍຜູ້ໜຶ່ງ. ສະຖານກົງສູນໃຫຍ່ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ ເພື່ອເຮັດລະບຽບການຊ່ວຍເຫຼືອ ແລະ ແຈ້ງໃຫ້ຄອບຄົວຜູ້ກ່ຽວ.

ເນື່ອງໃນໂອກາດນີ້, ກະຊວງການຕ່າງປະເທດ ກໍໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວຜູ້ກ່ຽວ ກໍຄືຜູ້ປະສົບເຄາະຮ້າຍ, ຖືກຜົນເສຍຫາຍໃນເຫດດິນເຊາະເຈື່ອນດັ່ງກ່າວ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.