ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະເຮັດວຽກ ຢູ່ ຈີເລ | |
ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ |
ຮຽນບັນດາເພື່ອນທີ່ຮັກແພງທັງຫຼາຍ! ຂ້າພະເຈົ້າຊື່ ທ້າວ ຄຳແກ້ວ ວົງພິລາ ອະດີດຫົວໜ້າພະແນກການຕ່າງປະເທດ ແຂວງ ວຽງຈັນ ລາວ, ປີນີ້ຂ້າພະເຈົ້າອາຍຸ 67 ປີ, ປັດຈຸບັນຢູ່ເຮືອນເລກທີ 30, ໜ່ວຍ 2, ເມືອງທຸລະຄົມ ແຂວງວຽງຈັນ ລາວ.
ເຄິ່ງສະຕະວັດທີ່ຜ່ານໄປ, ອະດີດແຫ່ງຄວາມເຈັບປວດລວດລ້າວ ແລະ ຄວາມສູນເສຍທີ່ແສນສະຫັດຈາກສົງຄາມ ໄດ້ກາຍເປັນອະດີດຕະການຂອງຊີວິດຂ້າພະເຈົ້າໄປແລ້ວ ແຕ່ພະຄຸນ ແລະ ຄວາມຮັກໄຄ່ຂອງຄອບຄົວຫວຽດນາມທີ່ມີຕໍ່ຂ້າພະເຈົ້ານັ້ນ ມັນຍັງຄົງມີ "ຊີວິດຊີວາ" ຢູ່ຕະຫຼອດເວລາກັບຂອງທີ່ລະນຶກທີ່ພວກເພິ່ນໄດ້ມອບໃຫ້ຊຶ່ງຂ້າພະເຈົ້າຍັງຄົງຖະໜອມຮັກ ແລະ ປົກປັກຮັກສາມັນໄວ້ໃນທຸກວັນນີ້.
ປີ 1968 ຂ້າພະເຈົ້າມີອາຍຸພຽງ 13 ປີ, ເວລານັ້ນ ອາເມລິກາໄດ້ປີນຂຶ້ນໄດຍິງທຳລາຍມ້າງເພ ຫວຽດນາມ ແລະ ລາວ ຢ່າງໜັກໜ່ວງ, ຝ່າຍທະຫານອິດສະຫຼະກັບສັດຕູຕໍ່ສູ້ຍາດຊີງແຜ່ນດິນກັນໃນແຕ່ລະຕະລາງນິ້ວ. ເພື່ອເປັນການປົກປ້ອງການລົ້ມຕາຍຈາກລູກບົ່ມ ລະເບີດຂອງສັດຕູ, ທະຫານປະເທດລາວຈຶ່ງໄດ້ອົບພະຍົບເອົາເດັກນ້ອຍລາວຈຳນວນປະມານ 1000 ນ້ອງໄປລີ້ໄພຢູ່ຫວຽດນາມ, ໃນນັ້ນມີຂ້າພະເຈົ້າຄົນໜຶ່ງ. ຄອບຄົວຫວຽດນາມທີ່ຂ້າພະເຈົ້າໄດ້ຢູ່ນຳເປັນຄອບຄົວທຳອິດໃນເວລານັ້ນແມ່ນຄອບຄົວຂອງເອື້ອຍ ຊວັນກີມ. ຄອບຄົວຂອງເອື້ອຍມີ 3 ຄົນ(ເອື້ອຍ, ແມ່ ແລະ ນ້ອງຊາຍ). ແຕ່ລະມື້ພວກຂ້ອຍກິນເຂົ້າຢູ່ເຮືອນຄົວລວມສະເພາະສຳລັບເດັກນ້ອຍລາວລີ້ໄພ, ເມື່ອຄໍ່າມາຂ້ອຍກໍນອນກັບນ້ອງຊາຍຂອງເອື້ອຍ ຊວັນກີມ, ພວກຂ້ອຍຮັກແພງ, ສະໜິດສະໜົມກັນດີ. ຢູ່ໄດ້ 3 ເດືອນ ທາງການຈັດຕັ້ງກໍໄດ້ຍົກຍ້າຍພວກຂ້ອຍໃຫ້ໄປຢູ່ແຂວງ ວິງຟູ (ດຽວນີ້ແມ່ນແຂວງ ຟູເຖາະ) ເພາະມັນໃກ້ກັບໂຮງຮຽນ ແລະ ໄລຍະນີ້ເອງກໍແມ່ນໄລຍະທີ່ປະຊາຊົນຫວຽດນາມກຳລັງຫ້າງຫາກະກຽມຕ້ອນຮັບປີໃໝ່, ເອື້ອຍ ຊວັນກີມ ແລະ ນ້ອງຊາຍຂອງລາວໄດ້ມອບບັດອວຍພອນປີໃໝ່ໃຫ້ກັບຂ້ອຍຄົນລະໃບ ເພື່ອໄວ້ເປັນທີ່ລະນຶກໃນເວລາຈາກກັນ.
ບັດອວຍພອນຂອງເອື້ອຍ ຊວັນກີມ ທີ່ມອບໃຫ້ຂ້ອຍນັ້ນຢູ່ກາບປົກທາງນອກມີຮູບວັດເສົາດຽວ ແລະ ມີເສັ້ນວົງມົນອ້ອມຮອບ, ຢູ່ຕິດກັບຂ້າງເບື້ອງຊ້າຍມີຮູບກິ່ງດອກໄມ້ສີມ່ວງ ເຮັດດ້ວຍແພກຳມະຍີ່ ແລະ ຢູ່ເບື້ອງລຸ່ມມີຕົວອັກສອນຂຽນວ່າ: "ສະບາຍດີປີໃໝ່". ເບື້ອງໃນຂອງບັດອວຍພອນເອື້ອຍຂຽນວ່າ: "ມອບໃຫ້ນ້ອງ, ອວຍພອນໃຫ້ນ້ອງເປັນເດັກຄຳຮູ້, ມີສຸຂະພາບແຂງແຮງ, ເປັນເດັກລື້ນເລີງ, ຮັກຊິວິດ, ເອົາໃຈໃສ່ໃນການສຶກສາຮໍ່າຮຽນ ແລະ ໃນໜ້າທີ່ການງານ ເພື່ອໃຫ້ສົມກັບຄວາມມຸ່ງຫວັງຕັ້ງໃຈຂອງນ້ອງ...". ພ້ອມດຽວກັນນັ້ນເອື້ອຍຍັງໄດ້ເອົາເງິນໃບ 5 ຫ່າວ ແລະ ໃບ 10 ຊູ ແນບໄວ້ກັບບັດເພື່ອເປັນການສະຫຼອງ ເພິ່ມດວງອາຍຸໃຫ້ກັບຂ້ອຍ.
ສ່ວນບັດອວຍພອນຂອງນ້ອງຊາຍລາວ ເປັນພາບແຕ້ມກິ່ງດວງດອກໄມ້ 3 ດອກດ້ວຍມື ທີ່ກຳລັງອ້າກີບເບັ່ງບານຕ້ອນຮັບຫ່າຝົນຫ່າທຳອິດຂອງລະດູບານໃໝ່... ຢູ່ເບື້ອງຂ້າງຂຽນວ່າ: "ຂໍມອບໃຫ້ເພື່ອນແກ້ວ, ເພື່ອນທີ່ຮັກແພງ". ບັດອວຍພອນທັງສອງມີຂະໜາດເທົ່າກັນ, ຊຶ່ງມີຄວາມກ້ວາງ 8,5 ຊມ ແລະ ລວງຍາວ 12 ຊມ, ແຕ້ມດ້ວຍຄອງນໍ້າມຶກທີ່ສົດໃສ ແລະ ເຕັມໄປດ້ວຍຄວາມລະເມີເຝີຝັນຂອງເດັກທີ່ໄຮ້ດຽງສາ.
ກ່ອນມື້ຈະຈາກຄອບຄົວຂອງເອື້ອຍໄປ, ເອື້ອຍຊວັນກີມ ໄດ້ຫຸ້ມຫໍ່ບັດອວຍພອນທັງສອງ ແລ້ວເອົາໃສ່ຖົງໃຫ້ຂ້ອຍ, ແມ່ ແລະ ນ້ອງຊາຍຂອງລາວໄປສົ່ງທາງຂ້ອຍຈົນສຸດຮ່ອມເຮືອນອອກສູ່ທາງໃຫ່ຍ ແລ້ວຈຶ່ງອຳລາຈາກກັນໄປ ດ້ວຍຢາດນໍ້າຕາທີ່ຄິດຮອດຄິດເຖິງຢ່າງສຸດຊຶ້ງ.
ເມື່ອພະນັກງານຂອງຫວຽດນາມຍົກຍ້າຍເດັກນ້ອຍລາວໃຫ້ຂຶ້ນໄປຢູ່ທີ່ຕາແສງ ດາວຊ້າ ເມືອງແທັງຖຸຍ ແຂວງ ວິງຟູ, ຂ້ອຍພ້ອມດ້ວຍເພື່ອນລາວ 2 ຄົນຄື: ບຸນລັບ ແລະ ບຸນເພັງ ຖືກຈັດໃຫ້ຢູ່ເຮືອນຂອງພໍ່ ຕຸກ-ແມ່ມາຍ. ພໍ່ ຕຸກ ເປັນຄົນຜອມສູງ, ສ່ວນແມ່ມາຍເປັນຄົນຕໍ່າເກິ່ງ. ພໍ່ຕຸກເພິ່ນເຮັດວຽກໃຫ້ກັບສະຫະກອນຂອງບ້ານ, ສ່ວນແມ່ມາຍຢູ່ເຮືອນ ເຮັດສວນ ເຮັດນາ ແລະ ດູແລຄອບຄົວ. ພໍ່ຕຸກເປັນຄົນສະບາຍ ໃຈດີ ມັກຖາມນັ້ນຖາມນີ້ກັບພວກຂ້ອຍຢູ່ສະເໝີ, ສ່ວນແມ່ ມາຍ ເປັນຄົນໜັກປາກ ເວົ້າໜ້ອຍ ແຕ່ໃຈດີ.
ໃນເບື້ອງຕົ້ນ ພວກຂ້ອຍເວົ້າພາສາຫວຽດນາມບໍ່ທັນເປັນ, ໄດ້ແຕ່ໃຊ້ພາສາກາຍກັບພໍ່ແມ່. ເວລາກິນເຂົ້າພໍ່-ແມ່ກໍຊີ້ມືໃສ່ປາກ ສື່ຄວາມໝາຍວ່າກິນ, ແມ່ໃຊ້ມືຂະຫຍີ່ເຄື່ອງ ສື່ຄວາມໝາຍວ່າ ຊັກເຄື່ອງ, ອື່ນໆ ແລະ ອື່ນໆ. ຢູ່ດົນໄປ ພວກຂ້ອຍກໍຄ່ອຍເຂົ້າໃຈ ແລະ ເວົ້າພາສາຫວຽດໄດ້ໃນທີ່ສຸດ. ມີບາງຄັ້ງພໍ່ຖາມວ່າ: ລຶ້ງກິນເຂົ້າຫວຽດນາມແລ້ວບໍ່? ແຊບບໍ່? ມີອາຫານອັນໃດຂອງລາວຄ້າຍຄືກັບອາຫານຫວຽດນາມບໍ່? ໃນຄອບຄົວມີອ້າຍ-ເອື້ອຍນ້ອງນຳກັນຈັກຄົນ? ພໍ່-ແມ່ເຮັດຫຍັງ? ເມື່ອພວກເພີ່ນຮູ້ວ່າພວກຂ້ອຍຄິດຮອດບ້ານເກີດເມືອງນອນ, ຄິດຮອດປະເທດຊາດ, ພໍ່ກໍມັກຈະໃຫ້ກຳລັງໃຈສະເໝີວ່າ: "ຢ່າງໃດສົງຄາມກໍຕ້ອງຈົບລົງໄວ ແລ້ວພວກລູກຈະໄດ້ພົບໜ້າພໍ້ຕາກັບຄອບຄົວຢູ່ລາວ" ການດຳລົງຊີວິດຢູ່ຮ່ວມກັບຄອບຄົວຂອງພໍ່-ແມ່ນັ້ນເຖິງແມ່ນວ່າພາສາປາກເວົ້າ, ເຊື້ອຊາດຕ່າງກັນກໍຕາມ ແຕ່ກໍເຕັມໄປດ້ວຍຄວາມຮັກໄຄ່ ສະໜິດສະໜົມ ເມດຕາກະລຸນາຊຶ່ງກັນ ແລະ ກັນ, ສະເໝີພາບກັນ.
ພໍ່ບອກວ່າ: "ເຖິງຈະແມ່ນລູກຫວຽດ ຫຼື ລູກຄົນລາວ ກໍລ້ວນແຕ່ມີຄວາມຮັກເທົ່າທຽມກັນ". ແຕ່ລະວັນ, ພວກຂ້ອຍຫຼີ້ນຍິງໝາກບີກັບເດັກໆ ໃນໝູ່ບ້ານ. ໜ່ວຍໝາກບີເຮັດດ້ວຍດິນດາກປັ້ນເປັນໜ່ວຍມົນໆ ແລ້ວ ຍ້ອມດ້ວຍຫຼາກຫຼາຍສີຕ່າງກັນ, ມີທັງສີຂຽວ ສະແດງ... ຂ້ອຍບໍ່ເຄີຍເຫັນພໍ່ ຕຸກ ແລະ ແມ່ ມາຍ ຮ້າຍດ່າລູກຈັກເທື່ອ.
ມີເທື່ອໜຶ່ງ, ບັງເອີນຕີນຂອງຂ້ອຍໄປເຕະເອົາຊຸດນໍ້າຊາຂອງພໍ່ທີ່ຕັ້ງໄວ້ພື້ນເຮືອນ, ຊື່ງວ່າພໍ່ຊື້ມາໃໝ່ໆ ຂ້ອຍຈົນໜ້າຫຼ່າຕາຈືດບໍ່ຈັກຊິເວົ້າແນວໃດ ແຕ່ພໍ່ກໍບໍ່ໄດ້ວ່າຫຍັງ, ເພິ່ນໄດ້ແຕ່ຊອກເກັບເອົາບິ້ງແຕກຂອງມັນໄປຖິ້ມຢ້ານວ່າມີຄົນໄປຢຽບເອົາ ຈະເປັນອັນຕະລາຍ, ພໍ່ບອກກັບຂ້ອຍວ່າ: "ແຕກແລ້ວກະຢ່າ, ຊື້ເອົາໃໝ່. ເທື່ອໜ້າໃຫ້ລະມັດລະວັງຕື່ມອີກ". ຢູ່ອ້ອມເຮືອນຂອງເພິ່ນມີສວນຄົວ ທີ່ຂຽວສະອຸ່ມໄປດ້ວຍຜັກນານາຊະນິດຕະຫຼອດປີ, ມີທັງກົກຄໍ້ ແລະ ສຸມກ້ວຍ.
ແຕ່ລະມື້ພວກຂ້ອຍເອົາກະຖຸນໄປຈອບຍິງໂຕເຈຍທີ່ມາຈັບຢູ່ໃນໃບຄໍ້, ພາກັນໄປຊອກເກັບເອົາໝາກເຜັດຂີ້ໜູທີ່ເກີດຂຶ້ນຢູ່ຕາມຂອບແຄແຈຮົ້ວ, ແລ້ວເອົາມາດອງໃສ່ກັບນໍ້າເກືອເພື່ອໄວ້ກິນກັບເຂົ້າ. ຢູ່ເດີ່ນຕໍ່ໜ້າເຮືອນມີນໍ້າສ້າງເລີກ, ນໍ້າໃສສະອາດດີ, ພວກຂ້ອຍເອົາກະປ໋ອມປ່ອນລົງຕັກ ແລ້ວພ້ອມກັນດຶງຂຶ້ນມາເພື່ອອາບ ແລະ ຊັກເຄື່ອງ. ບາງຄັ້ງບາງຄາວຂ້ອຍກໍໄດ້ໄປຕະຫຼາດຊື້ເຄື່ຶອງນຳແມ່, ເວລານັ້ນ 1 ຫ່າວຊື້ໄດ້ໝາກກ້ວຍຫວີຍັກໃຫຍ່. ແມ່ສອນໃຫ້ຂ້ອຍວິທີຕົ້ມເຂົ້າເປົ່າໄຟດ້ວຍເຟືອງ, ແມ່ບອກວ່າກຳເຟືອງໃຫ້ແໜ້ນ ແລ້ວລົນແປວໄຟໃສ່ກົ້ນໝໍ້ຈົນກວ່າເຂົ້າຈະສຸກ. ແມ່ບອກວ່າ: "ຖ້າບໍ່ມັດເຟືອງ ກໍໃຫ້ຈູດເຟືອງເທື່ອລະໜ້ອຍລົນໃສ່ກົ້ນໝໍ້ໃຫ້ສະໝໍ່າສະເໝີຈົນກວ່າເຂົ້າຈະສຸກ". ໄລຍະນັ້ນສົງຄາມຮ້າຍກາດທີ່ສຸດ, ຊິວິດການເປັນຢູ່ຂອງປະຊາຊົນລຳບາກ ຍາກແຄ້ນ ເຂົ້າຂາດແລງ ແກງຂາດໝໍ້. ຄາບໃດມີຜັກບົ້ງລວກຈໍ້າກັບນໍ້າປາກໍຖືວ່າດີທີ່ສຸດແລ້ວ, ມີບາງຄອບຄົວກິນມັນຕາງເຂົ້າ, ແຕ່ປານນັ້ນພໍ່ແມ່ຍັງບິແບ່ງໃຫ້ພວກຂ້ອຍໄດ້ກິນເຂົ້າຂາວສົດ, ສ້າງເງື່ອນໄຂ ອຳນວຍຄວາມສະດວກໃຫ້ພວກຂ້ອຍໄດ້ຢູ່ກິນ, ນຸ່ງຖືງາມກວ່າ ເພື່ອໃຫ້ມີການຮໍ່າຮຽນທີ່ດີ.
ປີ 1970, ພວກຂ້ອຍໄດ້ຍ້າຍເຂົ້າໄປຢູ່ໃນໂຮງຮຽນ, ກ່ອນຈະຈາກໄປ ຕ່າງຄົນກໍຕ່າງສະອື້ນດ້ວຍນໍ້າຕາ, ພໍ່ຕຸກ ແມ່ມາຍ ໄດ້ສັ່ງຂ້ອຍໄວ້ຫຼາຍຢ່າງ. ພໍ່ໄດ້ເອົາທີ່ຢູ່ຂອງເພິ່ນພ້ອມດ້ວຍຮູບທີ່ພວກຂ້ອຍຖ່າຍຮ່ວມກັບຄອບຄົວຂອງເພິ່ນໃນປີ 1969 ໃຫ້ຂ້ອຍ.
ຮູບຖ່າຍດັ່ງກ່າວມີຄວາມຍາວ 3,7 ຊມ ແລະ ກວ້າງ 2,5 ຊມ ເປັນຮູບຂາວ-ດຳ, ແຕ່ດຽວນີ້ມັນໄດ້ກາຍເປັນສີເຫຼືອງຕາມການເວລາ. ໃນຮູບໃບນັ້ນລວມມີ: ແມ່ມາຍ ຢືນຢູ່ເບື້ອງຊ້າຍມືແຖວຫຼັງຄົນທຳອິດ, ນຸ່ງເສື້ອສີກະເບົາ, ເກົ້າຜົມ; ຕໍ່ຈາກນັ້ນແມ່ນພໍ່ຕຸກ ເປັນຜູ້ທີ່ສອງ, ນຸ່ງເສື້ອສີຂາວ ອຸ້ມແອນ້ອຍ. ລູກຄີງຂອງພວກເພີ່ນ 3 ຄົນນ້ອຍກວ່າໝູ່ຢືນຢູ່ແຖວໜ້າທາງເບື້ອງຊ້າຍມື, ສ່ວນລູກລ້ຽງຄົນລາວ 3 ຄົນ ຢືນຢູ່ແຖວຫຼັງທາງເບື້ອງຂວາມື, ຜູ້ທີ່ສູງກວ່າໝູ່ແມ່ນ ບຸນລັບ, ຖັດຈາກນັ້ນແມ່ນ ບຸນເພັງ. ສ່ວນຂ້ອຍຢືນຢູ່ທາງຫຼັງຕິດກັບພໍ່ຕຸກ ແລະ ກໍເປັນຜູ້ນ້ອຍກວ່າໝູ່ໃນຈຳນວນລູກຄົນລາວຂອງພໍ່ແມ່. ຂ້ອຍເອົາຝາມືຮີດບັດອວຍພອນທີ່ນ້ອງຊາຍ ແລະ ເອື້ອຍ ຊວັນກີມມອບໃຫ້ ພ້ອມດ້ວຍຮູບຖ່າຍຮ່ວມກັບຄອບຄົວພໍ່ຕຸກໃຫ້ລະອຽດດີ ແລ້ວເອົາເຈ້ຍມາຫໍ່ມັນໄວ້, ຫຼັງຈາກນັ້ນກໍໃສ່ຖົງຢາງອີກຊັ້ນໜຶ່ງ ເພື່ອຕ້ານຄວາມຊຸ່ມ ໂດຍບໍ່ປິດປາກຖົງຢາງ ເພື່ອໃຫ້ອາກາດລະບາຍຖ່າຍເທໄດ້ດີ ແລ້ວກໍເອົາມ້ຽນໄວ້ໃນບາໂລເຄື່ອງນຸ່ງທີ່ທະຫານປະເທດລາວເອົາໃຫ້ຂ້ອຍກ່ອນຈະໄປຫວຽດນາມ.
ເມື່ອມີຟ້າລົມຝົນຕົກຂ້ອຍກໍມັກຈະໄຂເອົາອອກມາເຊັດຖູເປັນປະຈຳ ເພື່ອບໍ່ໃຫ້ມັນມີຄວາມອັບຊື້ນ, ຍ້ອນແນວນັ້ນມັນຈຶ່ງມີຄວາມໃໝ່ ແລະ ແຂງແຮງດີ, ຄອງນໍ້າມຶກກໍບໍ່ຫຼ່າສີຈົນເທົ້າທຸກວັນນີ້. ກ່ອນໜ້າຍັງບໍ່ໄດ້ກັບປະເທດ, ຂ້ອຍຮັກສາມັນໄວ້ຕິດຕົວຢູ່ຕະຫຼອດເວລາ ເພື່ອເປັນພະລັງບວກເຕີມເຕັມໃຫ້ຂ້ອຍຜ່ານຜ່າຄວາມຫຍຸ້ງຍາກນານາປະການຂອງຊີວິດ. ປີ 1981 ຂ້ອຍຈຶ່ງໄດ້ກັບຄືນປະເທດ ແລະ ມາເຖິງເວລານີ້ກໍເປັນເວລາ 40 ກວ່າປີແລ້ວ, ແຕ່ຂ້ອຍກໍຍັງມີຄວາມຮູ້ສຶກເໝືອນກັບວ່າຕົນເອງໄດ້ພັດພາກຈາກບ້ານເກີດເມືອງນອນອີກຄັ້ງ. ດຽວນີ້ຮູບຖ່າຍຮ່ວມກັບຄອບຄົວຂອງພໍ່ແມ່ຫວຽດນາມ ແລະ ບັດອວຍພອນທີ່ເອື້ອຍ ຊວັນກີມ ແລະ ນ້ອງຊາຍລາວມອບໃຫ້ນັ້ນກໍໄດ້ປ່ຽນສີໄປຕາມການເວລາ, ເຖິງຢ່າງໃດກໍຕາມ ຂ້ອຍກໍຍັງຄົງຮັກສາມັນໄວ້ເປັນຢ່າງດີ. ຄົນມີນໍ້າໃຈ ຂອງທີ່ລະນຶກມີວິນຍານ ເຖິງແມ່ນວ່າການເວລາຈະຜ່ານພົ້ນໄປຫຼາຍກວ່າເຄິ່ງສະຕະວັດແລ້ວກໍຕາມ ແຕ່ຂອງທີ່ລະນຶກນັ້ນ ມັນຄົງເປັນພະຍານທີ່ສຳຄັນແຫ່ງຄວາມຊົງຈຳຂອງຂ້ອຍຕໍ່ຜູ້ທີ່ເປັນພໍ່ ເປັນແມ່, ເປັນເອື້ອຍຄົນຫວຽດນາມທີ່ໄດ້ໃຫ້ການຊ່ວຍເຫຼືອ ອູ້ມຊູຂ້ອຍຕະຫຼອດໄລຍະທີ່ຜ່ານມາ ພ້ອມທັງບອກໃຫ້ຂ້ອຍຮູ້ວ່າ ມີຄອບຄົວໜຶ່ງຢູ່ຫວຽດນາມ. ເວລານັ້ນເຖິງແມ່ນວ່າພວກຂ້ອຍ ແລະ ຄອບຄົວພໍ່ແມ່ຈະທຸກຍາກລຳບາກປານໃດກໍຕາມ ແຕ່ກໍເຕັມໄປດ້ວຍຄວາມຮັກອັນອົບອຸ່ນ, ເມດຕາກະລຸນາຊຶ່ງກັນ ແລະ ກັນ.
ນັບແຕ່ມື້ໄດ້ພັດພາກຈາກຄອບຄົວຂອງເອື້ອຍ ຊວັນກີມ ໄປໃນປີ 1968 ຈົນເຖິງທຸກວັນນີ້ ຕົນເອງກໍຍັງບໍ່ທັນໄດ້ມີໂອກາດກັບຄືນໄປພົບກັບເອື້ອຍເລີຍ. ເນື່ອງຈາກວ່າເສັ້ນທາງໄປມາຫາສູ່ກັນກໍຍາວໄກ, ໜ້າທີ່ວຽກງານກໍໜັກໜ່ວງ ຈຶ່ງບໍ່ມີໂອກາດໄດ້ຫວນກັບຄືນ ຟູ້ເຖາະ ເພື່ອໄປຢ້ຽມຢາມພໍ່ແມ່ຢູ່ຫວຽດນາມ. ມາເຖິງປີ 2013 ກໍຂາດການຕິດຕໍ່ພົວພັນກັບພໍ່ແມ່. ມີຫຼາຍເທື່ອຂ້ອຍໄດ້ຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນຫວຽດນາມ ຊອກຖາມ ຊາວຫາແຕ່ກໍບໍ່ມີວີ່ແວວ. ແຕ່ລະເທື່ອເມື່ອຄິດເຖິງຫວຽດນາມ, ຄິດເຖິງພໍ່ແມ່ ຜູ້ທີ່ໃຫ້ການຊ່ວຍເຫຼືອອູ້ມຊູ, ລ້ຽງດູເດັກນ້ອຍລາວຫຼາຍພັນຄົນຄືດັ່ງພວກຂ້ອຍ ແລະ ປົກປ້ອງປະເທດຊາດລາວໃນຍາມເສິກສົງຄາມມາຄັ້ງໃດຂ້ອຍມັກຈະເອົາຂອງທີ່ລະນຶກອອກມາເບິ່ງ. ເວລານີ້ມີຄວາມຮູ້ສຶກເໝືອນກັບວ່າເອື້ອຍ ຊວັນກີມ, ພໍ່ຕຸກ ແມ່ມາຍ ແລະ ພວກນ້ອງໆຫວຽດນາມ ກຳລັງໂອ້ລົມກັບຕົນເອງຢູ່. ເມື່ອກ່ອນ, ພໍ່ຕຸກເວົ້າກັບຂ້ອຍ ແລະ ລູກໆ ຄົນລາວວ່າ: "ຫວຽດນາມ ແລະ ລາວ ບໍ່ສະເພາະແຕ່ເປັນເພື່ອນມິດກັນ" ແຕ່ຫາກຍັງຜູກພັນກັນເໜືອນອ້າຍ-ນ້ອງຮ່ວມສາຍເລືອດດຽວກັນ, "ເໝືອນອ້າຍ-ນ້ອງຮ່ວມອຸທອນດຽວກັນ ຍາມຕົກທຸກໄດ້ຍາກກໍຊ່ວຍເຫຼືອກັນ". ຢາກຂໍວິ່ງວອນໃຫ້ທຸກເຊື້ອຊາດ ຊົນເຜົ່າ, ຜິວສີ ແລະ ບັນດາປະເທດທີ່ຢູ່ໃກ້ຄຽງກັນໃນໂລກນີ້ໃຫ້ມີຄວາມສາມັກຄີ, ຮັກແພງ ກັນເໝືອນດັ່ງຫວຽດນາມ ແລະ ລາວ ໂລກມະນຸດຄົງຈະມີຄວາມສະຫງົບສຸກດີ! ແລະ ຂ້ອຍກໍຫວັງຢ່າງຍິ່ງວ່າ ຈາກຂອງທີ່ລະນຶກທີ່ກ່າວມານັ້ນ ຈະຊ່ວຍໃຫ້ຂ້ອຍຊອກຫາຄອບຄົວຂອງເອື້ອຍ ຊວັນກີມ, ພໍ່ຕຸກ ແມ່ມາຍໄດ້ໃນທີ່ສຸດ.
ຄຳແກ້ວ ວົງພິລາ