ການຮ່ວມມືດ້ານຍຸຕິທໍາ ຫວຽດນາມ - ລາວ ນຳມາຜົນປະໂຫຍດທີ່ແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ

00:00 | 18/08/2023

ຍສໝ - ການພົວພັນ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິ​ທຳ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ ​ແລະ ລະຫວ່າງ​ກະຊວງ, ຂະແໜງການ​ຍຸຕິ​ທຳ​ຂອງສອງປະ​ເທດ​ເວົ້າ​ສະ​ເພາະ ​ແມ່ນ​ສ່ວນໜຶ່ງທີ່​ສຳຄັນ​ຂອງທັງໝົດ​ການ​ພົວພັນ​ມິດຕະພາບພິເສດອັນຍິ່ງໃຫຍ່​ລະຫວ່າງ​ສອງພັກ, ສອງລັດ ແລະ ​ປະຊາຊົນສອງປະເທດ ຫວຽດນາມ - ລາວ. 40 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງສອງກະຊວງ, ຂະແໜງການຍຸຕິທຳ ຫວຽດນາມ - ລາວ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາຕາມທິດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ດ້ວຍເນື້ອໃນການຮ່ວມມືທີ່ອຸດົມສົມບູນທັງຢູ່ຂັ້ນສູນກາງ ແລະ ຢູ່ຂັ້ນທ້ອງຖິ່ນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ນຳ​ມາເຊິ່ງ​ຜົນ​ປະ​ໂຫຍ​ດທີ່ແທດຈິງ​ຫຼາຍ​ຢ່າງ​ໃຫ້ແກ່​ປະຊາຊົນ​ສອງ​ປະ​ເທດ.

ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານການທູດລະຫວ່າງຫວຽດນາມ ແລະກູບາ ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານການທູດລະຫວ່າງຫວຽດນາມ ແລະກູບາ
ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ ແຂວງ ເຊີນລາ ເພີ່ມທະວີການຮ່ວມມືກັບບັນດາແຂວງທາງພາກເໜືອຂອງລາວ

ບັນດາຕົວເລກທີ່ສະແດງອອກໃຫ້ເຫັນ

​ໃນ​ປີ 2019, ກ໊ວາງ​ບິງ ​ແມ່ນ​ແຂວງ​ທຳ​ອິດ​ໃນ 10 ​ແຂວງ​ຢູ່ເຂດ​ຊາຍ​ແດນ ຫວຽດນາມ - ລາວ ​ໄດ້​ສຳ​ເລັດ​ບັນດາ​ເນື້ອ​ໃນ​ຂອງ​ການຕົກລົງລະຫວ່າງ​ລັດຖະບານສອງປະ​ເທດ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາຄົນ​ອົບ​ພະຍົບ​ຢ່າງເສລີ ​ແລະ ການ​ແຕ່ງງານທີ່ບໍ່ຈົດທະບຽນ​ຢູ່​ເຂດ​ຊາຍ​ແດນ. ພ້ອມ​ກັນ​ນັ້ນ, ກໍ​ແມ່ນ​ທ້ອງ​ຖິ່ນ​​ທຳ​ອິດ​ທີ່​ປະທານ​ປະ​ເທດ​ ​ເຊັນຂໍ້ຕົກລົງ​ອະນຸມັດ​ໃຫ້​ພົນລະ​ເມືອງ​ລາວ​ໄດ້ຮັບ​ສັນຊາດ​ຫວຽດນາມ.

ຊຸມ​ປີ​ຜ່ານມາ​, ຄົນ​ອົບ​ພະຍົບຢ່າງເສລີຈາກ​ລາວ​ຢູ່​ເຂດ​ຊາຍ​ແດນ​ໄດ້ຮັບສັນຊາດ​​ຫວຽດນາມນັບ​ຮ້ອຍ​ຄົນ. ພາຍຫຼັງໄດ້ສັນຊາດຫວຽດນາມແລ້ວ, ເຈົ້າໜ້າທີ່ຍຸຕິ​ທຳຈິ່ງແນະນໍາວິທີເຮັດບັນດາລະບຽບການໃຫ້ພົນລະເມືອງຄື: ການຈົດທະບຽນການເກີດ, ການແຕ່ງດອງ, ພ້ອມກັນນັ້ນ ກໍໄດ້ແກ້ໄຂບັນດານະໂຍບາຍ, ສະຖຽນລະພາບການດໍາລົງຊີວິດ, ການເຊື່ອມຕົວເຂົ້າກັບຊີວິດປະຈໍາວັນທີ່ເຂດພັກພາອາໄສ.

ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ໝາກຜົນ​ທີ່​ແທດ​ຈິງ​ຈາກ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ, ຂະແໜງການ​ຍຸຕິ​ທຳ​ຂອງສອງປະ​ເທດ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1982 - ໜຶ່ງ​ປີ​ພາຍຫຼັງ​ທີ່ກະຊວງ​ຍຸຕິ​ທຳ​ ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຄືນ​ໃໝ່, ​ດ້ວຍການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິທໍາ ​ລະຫວ່າງ​ ສສ ຫວຽດນາມ ແລະ ສປປ ລາວ. ນີ້​ແມ່ນ​ເອກະສານ​ສຳຄັນ, ເຊິ່ງເປັນພື້ນຖານ​ດ້ານ​ການ​ເມືອງ - ຍຸຕິທໍາ ​ເພື່ອ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຍຸຕິ​ທຳ​ຂອງສອງປະ​ເທດ​ພ້ອມກັນ ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງການຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິ​ທຳ.

ນັບ​ແຕ່​ນັ້ນ​ມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ​ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ​ລາວ ​ໄດ້​ຮັບ​ການເພິ່ມພູນຄູນສ້າງ​, ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ ເຊິ່ງບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່ຕັ້ງໜ້າ. ສອງ​ກະຊວງ​ໄດ້​ມີ​ການ​ແລກປ່ຽນ​ຄະນະ​ຂັ້ນການ​ນຳ​ກະຊວງ 30 ກວ່າຄະນະ; ຄະນະຂັ້ນ​ກົມ ​ແລະ ວິຊາການ 80 ກວ່າ​ຄະນະ ​ເພື່ອຊອກຮູ້ ແລະ ແລກປ່ຽນປະສົບ​ການ​ເຊິ່ງກັນ ​ແລະ ກັນ, ຮັບ​ໃຊ້​ວຽກ​ງານ​ເຮັດໃຫ້​ລະບົບ​ກົດໝາຍສົມບູນແບບ, ປັບປຸງວຽກງານຍຸຕິທໍາ, ສ້າງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ​ຢູ່ທັງສອງ​ປະ​ເທດ.

ກະຊວງຍຸຕິທຳຫວຽດນາມ ໄດ້ໜູນຊ່ວຍກະຊວງຍຸຕິທຳລາວໃນການຄົ້ນຄວ້າ ແລະ ຍື່ນສະເໜີຜ່ານບັນດາເອກະສານກົດໝາຍສຳຄັນຄື ລັດຖະທຳມະນູນສະບັບທຳອິດປີ 1991, ປະມວນກົດໝາຍແພ່ງ 2019, ກົດໝາຍວ່າດ້ວຍຄວາມຮັບຜິດຊອບຊົດເຊີຍຂອງລັດ 2019, ກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນທາງແພ່ງ 2022 ແລະ ປະຈຸບັນພວມສືບຕໍ່ໜູນຊ່ວຍໃນການສ້າງກົດຫມາຍປະກາດໃຊ້ເອກະສານຂໍ້ກຳນົດກົດໝາຍ, ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ...

ໂດຍກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິທໍາ ລະຫວ່າງກະຊວງ​ຍຸຕິ​ທຳ ຫວຽດນາມ ​ແລະ ກະຊວງ​ຍຸຕິ​ທຳ ລາວ ​ໃນ​ວັນ​ທີ 24 ສິງຫາ, ທ່ານ​ນາງ ຫງວຽນ​ທິຮ່ວາງ​ເວີນ, ຮອງ​ຫົວໜ້າຜູ້​ປະຈໍາການຄະນະພົວພັນ​ຕ່າງປະ​ເທດ​ສູນກາງ ​ໃຫ້​ຮູ້​ວ່າ: ​ 40 ປີຜ່ານມາ ການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ລາວ ​ເວົ້າ​ລວມ ​ແລະ ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິ​ທຳ​ເວົ້າ​ສະເພາະ​ ນັບມື້ນັບຕິດພັນກັນ​ຢ່າງ​ສະໜິດສະໜົມ, ພັດທະນາຢ່າງເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ. ກະຊວງ​ຍຸຕິ​ທຳ​ສອງ​ປະ​ເທດພົວພັນ​ຮ່ວມ​ມືນຳກັນ ​ບໍ່​ພຽງ​ແຕ່​ແກ້​ໄຂ​ບັນຫາ​ມະຫາ​ພາກ​ເທົ່າ​ນັ້ນ, ຫາກ​ຍັງ​ແກ້​ໄຂ​ບັນຫາ​ສະ​ເພາະ​ຄື​ ສັນຊາດ, ສໍາມະໂນຄົວສໍາລັບ​ພົນລະ​ເມືອງທີ່ດໍາລົງຢູ່ເຂດ​ຊາຍ​ແດນ, ຊຸກຍູ້​ວຽກ​ງານ​ຈັດຕັ້ງ​ການປະຕິບັດຄໍາຕັດສິນທາງແພ່ງ.

ກະຊວງຍຸຕິທຳຫວຽດນາມ (ໂດຍຜ່ານມະຫາວິທະຍາໄລກົດໝາຍຮ່າໂນ້ຍ) ໄດ້ບຳລຸງສ້າງນັກສຶກສາລາວລະດັບປະລິນຍາຕີ 193 ຄົນ, ລະດັບປະລິນຍາໂທ 166 ຄົນ, ແລະ ພິເສດແມ່ນນັກຄົ້ົ້ນຄວ້າລາວ 4 ຄົນທີ່ໄດ້ຮັບໃນປະກາດສະນີຍະບັດລະດັບປະລິນຍາເອກ. ວິທະຍາ​ໄລ​ກົດໝາຍ​ພາກ​ກາງ (​ເມື່ອ​ກ່ອນ​ແມ່ນ​ໂຮງຮຽນ​ກົດໝາຍ​ດົງ​ເຮີ໊ຍ ຊັ້ນກາງ) ​ໄດ້​ບຳລຸງສ້າງ​ນັກ​ສຶກສາ 300 ກວ່າ​ຄົນ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຢູ່​ລາວ.

ນອກຈາກນັ້ນ, ໂຄງການ ODA ໂດຍລັດຖະບານມອບໝາຍໃຫ້ກະຊວງຍຸຕິທຳຫວຽດນາມ ເປັນປະທານໜູນຊ່ວຍກະຊວງຍຸຕິທຳຂອງລາວ (ສະຖາບັນຍຸຕິທຳແຫ່ງຊາດລາວ) ກໍພວມເຂົ້າສູ່ໄລຍະສະຫຼຸບ. ໂດຍຜ່ານ​ກົນ​ໄກກອງ​ປະຊຸມ​ຍຸຕິທໍາ​ຂອງ​ບັນດາ​ແຂວງທີ່ຮ່ວມເສັ້ນ​ຊາຍ​ແດນ​ ເຊິ່ງໄດ້​ຈັດ​ຂຶ້ນ​ໃນ​ປີ 2011, ສອງ​ກະຊວງ​ໄດ້​ສົມທົບ​ກັນ​ແກ້ໄຂໄດ້​ຫຼາຍ​ວຽກ​ງານ​​ສະ​ເພາະ ​ເຊັ່ນ: ສໍາລັບຝ່າຍຫວຽດນາມໄດ້ແກ້ໄຂບັນຫາຄື ໃຫ້ພົນລະເມືອງລາວທີ່ອົບພະຍົບຢ່າງເສລີ ຮັບສັນຊາດຫວຽດນາມ ແລະ ການແຕ່ງດອງທີ່ບໍ່ຈົດທະບຽນ ຈໍານວນ 1.516 / 1.836 ກໍລະນີ (82,6%); ຝ່າຍລາວ, ແກ້ໄຂບັນຫາຮັບສັນຊາດລາວບັນລຸ 2.726 / 6.571 ກໍລະນີ (41.5%); ​ເພີ່ມ​ທະວີ​ວຽກ​ງານ​ເຜີຍ​ແຜ່​, ສຶກສາກ່ຽວກັບກົດໝາຍ, ໜູນ​ຊ່ວຍ​ດ້ານ​ກົດໝາຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ຢູ່​ເຂດ​ຊາຍ​ແດນ, ປະກອບສ່ວນ​ເຂົ້າໃນການສ້າງ​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ​ສັນຕິພາບ, ສະຖຽນລະພາບ .

ເພີ່ມທະວີການພົວພັນຮ່ວມມື

ໂດຍຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ລາວ ​ໄພ​ວີ ສີ​ບົວ​ລະ​ພາ​, ມູນເຊື້ອ 40 ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິທໍາ ລະຫວ່າງ ຫວຽດນາມ - ລາວ ​ໄດ້​ນຳ​ມາເຊິ່ງຜົນ​ປະ​ໂຫຍ​ດທີ່ແທດຈິງຫຼາຍ​ຢ່າງ, ບໍ່​ພຽງ​ແຕ່​ຊ່ວຍໃຫ້​ປະຊາຊົນ​ບັນດາບ້ານທີ່ຢູ່ສອງ​ຝັ່ງ​ຊາຍ​ແດນ​ມີຊີວິດການເປັນຢູ່ຢ່າງໝັ້ນຄົງ, ພ້ອມກັນປົກ​ປັກ​ຮັກ​ສາ​ເສັ້ນ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ, ຫາກຍັງ​ປະ​ກອບ​ສ່ວນເຂົ້າໃນການ​ເພີ່ມພູນຄູນສ້າງນໍ້າໃຈ​ມິດ​ຕະ​ພາບ​ແບບ​ພິ​ເສດ, ຊື່ສັດບໍລຸສຸດລະ​ຫວ່າງ​​ສອງ​ຊາດອີກດ້ວຍ.

ການຮ່ວມມືດ້ານຍຸຕິທໍາ  ຫວຽດນາມ - ລາວ ນຳມາຜົນປະໂຫຍດທີ່ແທດຈິງຫຼາຍຢ່າງໃຫ້ແກ່ປະຊາຊົນສອງປະເທດ

ຕາງໜ້າກົມຮ່ວມມືສາກົນ ( ກະຊວງຍຸຕິທໍາຂອງສອງປະເທດ) ລົງນາມໂຄງການຮ່ວມມືໃນປີ 2023 (ພາບ: ທູຮັ່ງ).

​ໃນ​ສະພາບ​ການ​ໃໝ່​ຄື​ປະຈຸ​ບັນ, ຫຼາຍ​ບັນຫາ​ສືບ​ຕໍ່ໄດ້​ຍົກ​ອອກ​ມາ​ໃຫ້​​ກະຊວງ, ຂະ​ແໜງ​ການ​ຍຸຕິ​ທຳ​ຂອງສອງປະ​ເທດ​ຄື ວຽກງານດ້ານສໍາມະໂນຄົວ, ສັນຊາດ, ການ​ຢັ້ງຢືນ​ຢູ່​ເຂດ​ຊາຍ​ແດນ; ການໂຄສະນາ, ສຶກສາ ແລະ ໜູນຊ່ວຍດ້ານກົດໝາຍໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ລາວ; ການສົມທົບກັນເພື່ອ​ຝຶກ​ອົບຮົມຖັນແຖວພະນັກງານຍຸຕິທໍາ...

ໂດຍເສີມຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້, ​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ກະຊວງ​ຍຸຕິ​ທຳ​ຈະ​ສືບ​ຕໍ່ນໍາບັນດາ​ການ​ເຄື່ອນ​ໄຫວຂອງການ​ຮ່ວມ​ມືເຂົ້າສູ່ລວງເລິກ ແລະ ມີ​ປະສິດທິ​ຜົນ. ສອງຝ່າຍ​ຈະ​ສຳ​ເລັດ​ການ​ເຈລະຈາ​ໂດຍ​ໄວ ​ເພື່ອ​ເຊັນ​ສັນຍາ​ວ່າ​ດ້ວຍ​ການ​ໜູນຊ່ວຍດ້ານ​ຍຸຕິທໍາ​ທາງ​ແພ່ງ, ຍົກສູງ​ປະສິດທິ​ຜົນ​ຂອງການ​ປະຕິບັດ​ຄວາມຮຽກຮ້ອງຕ້ອງການດ້ານ​ຍຸຕິທໍາ​ທາງແພ່ງ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກ່ຽວກັບການ​ໜູນຊ່ວຍດ້ານ​ຍຸຕິທໍາ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ, ​ໃນ​ນັ້ນ​ມີ​ການ​ສົມທົບຜັນຂະຫຍາຍເພື່ອ​ປະ​ຕິ​ບັດ ​ຫົວຄິດປະດິດສ້າງ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ໜູນ​ຊ່ວຍດ້ານ​ຍຸຕິທໍາ​ທາງ​ແພ່ງ​ໃນ​ອາ​ຊຽນ.

ກະຊວງ​ຍຸຕິ​ທຳ​ລາວ ຈະສືບ​ຕໍ່​ເພີ່ມ​ທະວີສົ່ງ​ນັກ​ສຶກສາ​ມາຫວຽດນາມ​ຮຽນ​ກົດໝາຍ​ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ຮ່າ​ໂນ້ຍ ​ແລະ ວິທະຍາ​ໄລ​ກົດໝາຍ​ພາກ​ກາງ, ສົ່ງ​ພະນັກງານ​ໄປ​ຮ່ຳຮຽນ​ຢູ່ ຫວຽດນາມ ຕາມ​ບັນດາ​ທຶນ​ການສຶກສາ​ເພື່ອບໍາງລຸງສ້າງລະດັບປະລິນຍາ​ໂທ ​​​ແລະ ລະດັບປະລິນຍາເອກດ້ານ​ກົດໝາຍ.

ສອງອົງການຈັດຕັ້ງກໍ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ປຶກສາ​ຫາລື ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ແກ້​ໄຂ​ບັນດາ​ກໍລະນີກ່ຽວກັບ​ສັນຊາດ​ທີ່​ກ່ຽວຂ້ອງ​ກັບພົນລະເມືອງ ຫວຽດນາມ ​ແລະ ລາວ. ກ່ຽວກັບໂຄງການ ODA ທີ່ໜູນຊ່ວຍສະຖາບັນຍຸຕິທໍາແຫ່ງຊາດລາວ, ສອງກະຊວງຍຸຕິທຳຈະສົມທົບກັນຢ່າງແໜ້ນແຟ້ນເພື່ອສໍາເລັດໂຄງການໃນເດືອນທັນວາ 2022 ຕາມຂໍ້ກໍານົດຂອງເອກະສານໂຄງການ, ຮັບປະກັນມີປະສິດທິຜົນຢ່າງແທດຈິງ, ຕອບສະໜອງຄວາມຕ້ອງການກ່ຽວກັບການບໍາລຸງສ້າງຊັບພະຍາກອນມະນຸດໃຫ້ຝ່າຍລາວ.

ບັນດາ​ອົງການ​ຍຸຕິທໍາ​ທ້ອງ​ຖິ່ນ​ສືບ​ຕໍ່​ຊຸກຍູ້​ກວ່າອີກກ່ຽວກັບການ​ໂຄສະນາ​ເຜີຍ​ແຜ່​, ​ສຶກສາທາງກົດໝາຍ, ການ​ຊ່ວຍ​ເຫຼືອ​ດ້ານ​ກົດໝາຍ​ດ້ວຍ​ຫຼາຍຮູບ​ແບບ​ຢ່າງມີໄຫວພິບ, ມີຫົວຄິດປະດິດສ້າງ ​ເພື່ອ​ຊ່ວຍ​ໃຫ້​ພົນລະ​ເມືອງ​ຂອງສອງປະ​ເທດ​ທີ່ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນໄດ້ເຂົ້າ​ໃຈ​ຢ່າງ​ຄົບ​ຖ້ວນ​ບັນດາ​ເນື້ອ​ໃນ​ຂອງ​ສົນທິສັນຍາສາກົນ ​ແລະ ຂໍ້​ຕົກລົງ​ສາກົນ​ທີ່​ໄດ້​ເຊັນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ກັບ​ເຂດ​ຊາຍ​ແດນ, ຈາກນັ້ນ ຕ້ອງມີສະຕິ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ, ບໍ່​ລະ​ເມີດ​ກົດ​ໝາຍເພື່ອຕ້ອງຖືກການແກ້ໄຂ, ຮູ້ວິທີ​ນຳ​ໃຊ້​ກົດ​ໝາຍເພື່ອ​ເຂົ້າ​ຮ່ວມ​ການ​ພົວ​ພັນ​ທາງ​ສັງ​ຄົມ, ປ້ອງກັນ​ສິດ ແລະ ຜົນ​ປະ​ໂຫຍດອັນຊອບທຳຂອງຕົນ.

ທີ່ການຕ້ອນຮັບ​ທ່ານ​ລັດຖະມົນຕີ​ ກະຊວງ​ຍຸຕິ​ທຳ​ລາວ ໄພວີ ສີບົວລີພາ ​ໃນ​ວັນ​ທີ 22 ສິງຫາ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ກົດໝາຍ ​ແລະ ຍຸຕິທໍາ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໃນຕະຫຼອດ 40 ປີຜ່ານມາ, ປະກອບສ່ວນ​ອັນໃຫຍ່ຫຼວງ​ເຂົ້າ​ໃນ​ການ​ເຮັດໃຫ້ກົດໝາຍສົມບູນແບບ, ມຸ່ງ​ໄປ​ເຖິງ​ການປັບປຸງ​ກົດໝາຍ​ຂອງ​ສອງ​ກະຊວງ​ຍຸຕິ​ທຳ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ສອງ​ປະເທດ ຫວຽດນາມ - ລາວ ​ເວົ້າ​ລວມ; ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ​ຖື​ການ​ປັບປຸງ​ກົດບັນຢັດ​ແມ່ນ​ໜຶ່ງ​ໃນສາມຂັ້ນຕອນເພື່ອ​ບຸກທະລຸ​ຍຸດ​ທະ​ສາດ​ຕາມ​​ຈິດ​ໃຈ​ເອກະສານກອງ​ປະຊຸມ​ໃຫຍ່ຂອງພັກ​ຄັ້ງ​ທີ XII, XIII.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້ຮູ້​ວ່າ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ​ໃນ​ຂົງ​ເຂດ​ກົດໝາຍ ​ແລະ ຍຸຕິ​ທຳ, ພິ​ເສດ​ແມ່ນ​ການຊຸກຍູ້​ຮ່ວມ​ມື​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ຝ່າຍລາວເພີ່ມທະວີໃນການສົ່ງນັກສຶກສາ, ນັກຮຽນ, ນັກຄົ້ນຄວ້າບຳລຸງສ້າງກ່ຽວກັບກົດໝາຍຢູ່​ບັນດາ​ສະ​ຖາ​ນທີ່ບຳລຸງສ້າງຂອງຫວຽດນາມ, ແບ່ງປັນປະສົບການໃນການ​ເຮັດໃຫ້ກົດບັນຍັດ​ສົມບູນ​ແບບ ​ແລະ ສ້າງລັດແຫ່ງອຳນາດກົດໝາຍ​ສັງຄົມ​ນິຍົມ.

ຫອມມາລາ

ເຫດການ
302 Found

Found

The document has moved here.