| ສະຖານທູດລາວ ປະຈໍາ ຫວຽດນາມ ແລະ ວາລະສານຍຸກສະໄໝ ເຊັນຂໍ້ຕົກລົງຮ່ວມມືສື່ມວນຊົນໃນປີ 2022 | |
| ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນປີໃໝ່ລາວ ຢູ່ສະຖານທູດລາວ ປະຈຳຫວຽດນາມ |
ທີ່ການພົບປະ, ສະຫາຍ ສິນໃຈ ມະນີວັນ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ ແລະປະຊາຊົນຫວຽດນາມ ບັນລຸໄດ້ໃນຕະຫຼອດ 78 ປີຜ່ານມາ, ເນັ້ນໜັກເຖິງຄວາມໝາຍຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຄວາມສາມັກຄີແບບພິເສດ ແລະມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງປະເທດ; ພ້ອມທັງຢືນຢັນວ່າ: ສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງຂອງລາວ ມີການປະກອບສ່ວນສຳຄັນຂອງຫວຽດນາມ.
ໃນສະພາບທົ່ວໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ສົ່ງຜົນສະທ້ອນບໍ່ໜ້ອຍເຖິງເສດຖະກິດ - ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນ, ລັດຖະບານ ແລະປະຊາຊົນສອງປະເທດຕັດສິນໃຈໜູນຊ່ວຍກັນ, ສະແດງໃຫ້ເຫັນນ້ຳໃຈເພື່ອນມິດສະຫາຍ, ອ້າຍນ້ອງ ແລະ ມູນເຊື້ອອຸ່ມຊູຊ່ວຍເຫຼືອກັນລະຫວ່າງສອງຊາດ ຫວຽດນາມ - ລາວ.
![]() |
| ຜູ້ຕາງໜ້າສະຖານທູດລາວ ປະຈຳອົດສະຕາລີ ອວຍພອນພະນັກງານ, ລັດຖະກອນສະຖານທູດຫວຽດນາມ ປະຈຳອົດສະຕາລີ ເນື່ອງໃນໂອກາດວັນຊາດຫວຽດນາມ. |
ສະຫາຍເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ບັນດາບາດກ້າວໃໝ່ໃນການພົວພັນສາມັກຄີແບບພິເສດ ແລະມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ, ເຊິ່ງສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການຢ້ຽມຢາມລາວ ຢ່າງເປັນທາງການຂອງສະຫາຍປະທານປະເທດ ຫວໍວັນເຖືອງ ໃນເດືອນເມສາ ຜ່ານມາ.
ກ່ຽວກັບການຮ່ວມມືລະຫວ່າງສອງສະຖານທູດ, ສະຫາຍເອກອັກຄະລັດຖະທູດ ຫງວຽນເຕິດແທ່ງ ປາດຖະໜາວ່າສອງອົງການຈະຮັດແໜ້ນການສົມທົບກັນ, ໜູນຊ່ວຍເຊິ່ງກັນ ແລະກັນ, ເຮັດໃຫ້ການພົວພັນອັນດີງາມລະຫວ່າງສອງກະຊວງການຕ່າງປະເທດເລິກເຊິ່ງກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ ກໍ່ຄືໃນຂອບເຂດພາກພື້ນ ແລະຫຼາຍຝ່າຍ.
ໃນບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ພະນັກງານສະຖານທູດສອງປະເທດໄດ້ແບ່ງປັນ ແລະຫວນຄືນນໍ້າໃຈ ແລະມູນເຊຶ້ອສະໜິດຕິກພັນ, ຄວາມສາມັກຄີຖານອ້າຍນ້ອງຂອງລຸ້ນພໍ່ລຸ້ນອ້າຍສອງປະເທດໃນໄລຍະທາງປະຫວັດສາດປົກປັກຮັກສາ ແລະສ້າງສາປະເທດຊາດ.
ຄຳຮຸ່ງ
ທ່ານອາດຈະມັກ
ລັດຖະມົນຕີກະຊວງການຕ່າງປະເທດລາວ: ຫວຽດນາມໃຫ້ການຊ່ວຍເຫຼືອຢ່າງຈິງໃຈ ແລະ ຈົງຮັກພັກດີໃຫ້ແກ່ລາວ
Hikaru Watanabe: ພາສາຫວຽດນາມ ທີ່ດີຈາກສິ່ງທີ່ງ່າຍດາຍຫຼາຍ, ສຽງຈ່າວຕອນເຊົ້າ, ທັກທາຍປະຈໍາວັນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດບັນດາການເຄື່ອນໄຫວຢູ່ G20 ແລະ ບັນດາການເຄື່ອນໄຫວ 2 ຝ່າຍຢູ່ ອາຟະລິກາໃຕ້ ຢ່າງຈົບງາມ
ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ ແລະ ກອງປະຊຸມໃຫຍ່ແຂ່ງຂັນຜູ້ຮັກຊາດ ໄລຍະ 2025 - 2030
