ຄົວລາວ - ລົດຊາດລາວໃນໃຈກາງຮ່າໂນ້ຍ

10:14 | 25/08/2023

ຍສໝ - ໃນ​ຖະໜົນ​ອາຫານ ຕົ໋ງຢຸຍເຕີນ ທີ່​ຄຶກຄື້ນ​ຢູ່​ໃຈກາງ​ ​ຮ່າ​ໂນ້ຍ, ມີ​ຮ້ານ​ອາຫານ​ລາວ​ແຫ່ງ​ໜຶ່ງ​ຊື່ວ່າ ຄົວລາວ. ດ້ວຍສີນ້ຳຕານເຫຼືອງແບບດັ້ງເດີມເປັນຫຼັກ, ຮ້ານອາຫານໄດ້ສ້າງຄືນຄວາມປະທັບໃຈພາບພະທາດຫຼວງ ໄດ້ຕິດຢູ່ທາງໜ້າຂອງຮ້ານ - ຢູ່ຂ້າງປ້າຍ “ຄົວລາວ” ທີ່ໂດດເດັ່ນຢູ່ໃນບັນດາກີບດອກຈຳປາ - ດອກໄມ້ປະຈໍາຊາດລາວທີ່ສວຍງາມ.

CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023 CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023
ລົດຊາດຂອງບ້ານເກີດເມືອງນອນ ສະຫງວນໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ ລົດຊາດຂອງບ້ານເກີດເມືອງນອນ ສະຫງວນໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ ຮຸງກາຣີ

ສະຖາປັດຕະຍະກຳພາຍໃນຮ້ານຄົວລາວຍັງມີສະໄຕແບບໃໝ່ໆ, ທັນສະໄໝ, ຝາເຮືອນ ຖືກຕົກແຕ່ງດ້ວຍຫຼາຍສີສັນ, ຮູບພາບເອກະລັກພິເສດ, ໜ້າຈັບຕາ. ນີ້​ແມ່ນ​ການ​ສົມທົບ​ກັນ​ຢ່າງ​ຄ່ອງ​ແຄ້ວ​ລະຫວ່າງ​ສອງ​ວັດທະນະທຳ ຫວຽດນາມ - ລາວ, ທັງ​ທີ່​ຄຸ້ນ​ເຄີຍ ​ແລະ ​ແປກໃໝ່.

ຢູ່ໃນຮ້ານ ນອກຈາກ​ ເຂັ້ມຂຸ້ນໄປດ້ວຍ​ສີສັນວັດທະນະທຳ​ລາວແລ້ວ, ກໍຍັງ​ມີ​ການ​ປະກົດ​ຕົວ​ຂອງ​ດົນຕີ​ລາວ. ຢູ່ທີ່ນັ້ນ, ວົງດົນຕີລາວຈະສະແດງໃນທຸກຄືນວັນສຸກ ແລະ ວັນເສົາຂອງແຕ່ລະອາທິດ.

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ

ແຂກມາຊີມອາຫານລາວຢູ່ຄົວລາວ

ເຈົ້າຂອງຮ້ານແຫ່ງນີ້ແມ່ນ ທ່ານ ພົມພິທັດ ອຸປະເສີດ, ຄູສອນພາສາລາວ, ມະຫາວິທະຍາໄລພາສາຕ່າງປະເທດ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ປີ 2020, ຄົວລາວ ໄດ້ເປີດຢູ່ດາລາດ ແລະ ຮ່າໂນ້ຍ. ທີ່ຮ່າໂນ້ຍ, ຄົວລາວ ມີສອງສາຂາ. ສາຂາ 1 ຕັ້ງຢູ່ ເລກທີ 1 ຮ່ອມ 82 ຈົ່ວລ໋າງ, ດົ໋ງດາ, ຮ່າໂນ້ຍ. ສາຂາ 2 ຕັ້ງຢູ່ ເລກທີ 8 ຕົ່ງຢຸຍເຕີນ, ຮ່າງບົງ, ຮວ່ານກ໋ຽມ, ຮ່າໂນ້ຍ.

ໂດຍຄວາມຫວັງຢາກໂຄສະນາເຜີຍແຜ່ວັດທະນະທໍາອານາຈັກລ້ານຊ້າງທີ່ຫວຽດນາມ, ຄົວລາວ ໄດ້ອອກແບບຕາມສະໄຕສະຖາປັດຕະຍະກໍາຂອງວັດທະນະທໍາລາວ. ຍ່າງເຂົ້າສູ່ຄົວລາວ, ແຂກກໍເໝືອນໄດ້ກ້າວເຂົ້າສູ່ເຮືອນແບບລາວທີ່ນ້ອຍໆ, ອົບອຸ່ນ... ແຕ່ມີລັກສະນະສະເພາະພິເສດເຊິ່ງເປັນເອກະລັກຂອງພື້ນຖານວັດທະນະທໍາລາວ.

ຮ້ານອາຫານມີພໍ່ຄົວສາມຄົນ. ພໍ່ຄົວຜູ້ໜຶ່ງມີອາຍຸສູງ - ເປັນພໍ່ຄົວຫຼັກ, ຮັບຜິດຊອບແຕ່ງອາຫານພື້ນເມືອງ. ຍ້ອນວ່າ ປົກກະຕິຄົນທີ່ມາທີ່ນີ້ມັກຈະເປັນຄົນລາວ ທີ່ສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ ຫວຽດນາມ, ຫຼື ຄົນຫວຽດນາມ ທີ່ເຄີຍຢູ່ລາວ ເມື່ອກັບເມືອບ້ານ, ເຂົາເຈົ້າຢາກໄດ້ກິນອາຫານທີ່ເປັນຄວາມຊົົງຈຳຂອງໄລຍະໜຶ່ງທີ່ເຄີຍຢູ່ລາວນັ້ນ ເຊັ່ນ ລາບ, ເຂົ້າໜຽວ, ແກງປາ...

ພໍ່ຄົວຜູ້ທີ່ໜຸ່ມກວ່າໄດ້ຮັບຜິດຊອບການປຸງແຕ່ງບັນດາເຍື່ອງອາຫານລາວໃໝ່ໆເຊັ່ນ ອາຫານຈານດຽວ, ປີ້ງຊີ້ນ... ແຕ່ລະປີມີນັກສຶກສາລາວມາຮຽນຢູ່ຫວຽດນາມປະມານ 1.500 ຄົນ, ສ່ວນຫຼາຍເຂົາເຈົ້າມັກອາຫານໃໝ່ໆ, ກິນໄວ, ບາງທີຈຶ່ງເລືອກອາຫານພື້ນເມືອງ…. ແລະພໍ່ຄົວຄົນໜຶ່ງຈະຮັບຜິດຊອບການໂຄສະນາ “ອາຫານພິເສດ” - ຕໍາລາວ 40 ເຍື່ອງ. ຖ້າຫາກວ່າມີເວລາ, ເຈົ້າຂອງຮ້ານກໍລົງມືເຮັດຕໍາເຊິ່ງເປັນອາຫານເອກະລັກ.

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ

ມາຄົວລາວແຂກຈະສໍາຜັດໄດ້ເຖິງພື້ນຖານວັດທະນະທຳອາຫານຂອງດິນແດນລ້ານຊ້າງທັງດ້ານຮູບ-ກິ່ນ- ລົດຊາດ

ເຈົ້າຂອງຮ້ານ ທ່ານ ພົມພິທັດ ອຸປະເສີດ ໃຫ້ຮູ້ວ່າ, ເມນູຂອງຄົວລາວມີອາຫານ 300 ເຍື່ອງທີ່ເປັນເອກະລັກສະເພາະ, ເຊິ່ງໄດ້ປຸງແຕ່ງຈາກວັດຖຸດິບທີ່ສົດໆໃໝ່ໆ, ປະສົມກັບເຄື່ອງປຸງທີ່ເປັນເອກະລັກຂອງລາວ. ​ໃນເມນູ​ນັ້ນ ​ມີ​ແກງ 30 ເຍື່ອງ​ເຊິ່ງມາ​ຈາກ 18 ​ແຂວງ​ຂອງ​ລາວ, ​ມີຕໍາ 37 ເຍື່ອງ, ​ເຂົ້າແບ່ງ​ອອກ​ເປັນ 2 ປະເພດ, ​ເຂົ້າຜັດ 20 ເຍື່ອງ, ​ເຂົ້າ​ຈ້າວ 20 ເຍື່ອງ, ສະຫຼັດລາວ​ປະມານ 30 ​ເຍື່ອງ, ເຂົ້າປຽກ, ເຂົ້າປຸ້ນ, ອາຫານຈືນ, ປີ້ງ, ໜື້ງ, ເຄື່ອງດື່ມ... ນອກຈາກນັ້ນ, ຄົວລາວ ຍັງມີຊື່ສຽງກ່ຽວກັບລາບທີ່ແຊບໆຄື ລາບເປັດ, ໝູ, ງົວ ເຊິ່ງຖືກຄັດເລືອກຢ່າງລະມັດລະວັງເພື່ອເຮັດໃຫ້ລົດຊາດຂອງອາຫານມີຄວາມດຶງດູດກວ່າ.

ແກງ​ລາວຊ່ວຍໃຫ້​ອຸ່ນທ້ອງ​​ຍາມ​ລົມ​ຕາ​ເວັນ​ອອກ​ໃກ້ຈະມາເຖິງ, ເຊິ່ງເໝາະ​ສົມ​ກັບ​ອາ​ກາດ​ຍາມ​ນີ້. ດ້ວຍລົດຊາດສົ້ມຫວານ, ແກງຕົ້ມຍໍາທີ່ເບິ່ງຄືວ່າຄຸ້ນເຄີຍກັບຫຼາຍຄົນແລ້ວ ແຕ່ຈະມີລົດຊາດແປກຍ້ອນໄດ້ປຸງແຕ່ງຕາມແບບພື້ນເມືອງລາວ ແລະ ວັດຖຸດິບເອົາມາຈາກດິນແດນລ້ານຊ້າງ. ແກງຕົ້ມຍໍາລາວ ໄດ້ມີວິທີການປຸງແຕ່ງແບບພິເສດ, ເຊິ່ງສຸມໃສ່ເຂົ້າໃນການກະຕຸ້ນຄວາມຮູ້ສຶກຂອງຜູ້ຊີມອາຫານ. ດັ່ງນັ້ນ, ນີ້ຈະເປັນທາງເລືອກທີ່ດີໃນເວລາເຕົ້າໂຮມທີ່ມີຄວາມພິເສດ ແລະ ອາດລືມໄດ້ຍາກ.

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ

ແຕ່ລະເຍື່ອງອາຫານທີ່ແຕ່ງຈາກປາຢູ່ຄົວລາວ ດ້ວຍຫຼາຍວິທີປຸງແຕ່ງແຕກຕ່າງກັນ, ແຕ່ກໍນໍາມາລົດຊາດທີ່ແຕກຕ່າງ ແລະ ພິເສດ

ແຕ່ລະເຍື່ອງອາຫານທີ່ແຕ່ງຈາກປາ ດ້ວຍຫຼາຍວິທີປຸງແຕ່ງແຕກຕ່າງກັນ, ກໍນໍາມາລົດຊາດແຕກຕ່າງກັນ ແລະ ພິເສດ. ດ້ວຍລົດຊາດສົດໆໃໝ່ຄື ເຍື່ອງປາໜື້ງໝາກນາວ. ຫຼືລົດຊາດເຜັດ, ສົ້ມ, ຫອມ ຂອງ ປາລາດຊອດ ວຽງຈັນ. ເມື່ອໃດຢາກຊີມລົດຊາດແບບທໍາມະຊາດ, ພິເສດ ສາມາດຊີມປານໍ້າຂອງຢ້າງ. ນອກຈາກນັ້ນ, ຄົວລາວຍັງມີອາຫານຢໍ່ພັນຈໍ້າແຈ່ວແບບລາວກິນກັບຜັກປອດສານເຄມີນຳອີກ.

ບາງຮູບຄົວລາວ:

ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ
ຫວຽດນາມ ຍາມໃດກໍ່ມານະພະຍາຍາມປັບປຸງຍົກສູງຜົນປະໂຫຍດຂອງປະຊາຊົນ ແລະ ກຸ່ມຄົນດ້ອຍໂອກາດ

ຄຳຮຸ່ງ

302 Found

Found

The document has moved here.