ຂີດໝາຍປະຫວັດສາດຂອງການຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ

00:00 | 26/08/2023

ໄຊຊະນະຂອງບັ້ນຮົບຈັ້ງທ່າ ທົ່ງໄຫຫີນ - ຊຽງຂວາງ ປີ 1972 ໃນສະໜາມຮົບ ຢູ່ລາວ ກ່ອນນີ້ 50 ປີ ເປັນຂີດໝາຍສໍາຄັນຂອງການຮ່ວມສໍາພັນສູ້ຮົບພິເສດ ລາວ-ຫວຽດນາມ, ສະແດງໃຫ້ເຫັນນໍ້າໃຈສາມັກຄີລະຫວ່າງສອງປະເທດ, ຄຽງບ່າຄຽງໄຫຼ່ໃນແຕ່ລະຂຸມຄອງເພື່ອຕໍ່ສູ້ຕ້ານສັດຕູລວມ, ເສີມສ້າງໜ້າປະຫວັດສາດອັນສະຫງ່າອົງອາດກ່ຽວກັບການພົວພັນພິເສດລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ລາວ ແລະຫວຽດນາມ ຕື່ມອີກ.

ຫວຽດນາມ ຢືນອັນດັບ 3 ໃນຈໍານວນ 54 ປະເທດ ແລະເຂດແຄວ້ນ ລົງທຶນຢູ່ ລາວ ຫວຽດນາມ ຢືນອັນດັບ 3 ໃນຈໍານວນ 54 ປະເທດ ແລະເຂດແຄວ້ນ ລົງທຶນຢູ່ ລາວ
ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ນັກ​ກິລາປະເທດຕ່າງໆ ເຂົ້າຮ່ວມ ​ຊີ​ເກມ ​ຄັ້ງ​ທີ 31 ​ຢ້ຽມຊົມບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ
ຊ່ຽວຊານທະຫານຫວຽດນາມ ຝຶກແອບອົບຮົມເຕັກນິກນໍາໃຊ້ປືນໃຫຍ່ 12 ເລົາ ໃຫ້ກອງກໍາລັງໄຟເພດຍິງ ທະຫານປະເທດ ລາວ, ປີ 1972. ພາບ: ເອກະສານ.
ຊ່ຽວຊານທະຫານຫວຽດນາມ ຝຶກແອບອົບຮົມເຕັກນິກນໍາໃຊ້ປືນໃຫຍ່ 12 ເລົາ ໃຫ້ກອງກໍາລັງໄຟເພດຍິງ ທະຫານປະເທດ ລາວ, ປີ 1972. ພາບ: ເອກະສານ.

ກ້າວເຂົ້າສູ່ປີ 1972, ຈາກສະພາບຕົວຈິງຢູ່ສະໜາມຮົບ ແລະບັນດາໄຊຊະນະຢູ່ ລາວ ແລະຫວຽດນາມ, ຄະນະພັກການທະຫານສູນກາງ ສອງປະເທດ ໄດ້ກໍານົດວ່າ ໃນລະດູຝົນປີ 1972 ສັດຕູ ຈະບຸກໂຈມຕີ ເພື່ອບຽດຢຶດເອົາບໍລິເວນຍຸດທະສາດ ທົ່ງໄຫຫີນ ແນໃສ່ນາບຂູ່, ຕັດແບ່ງເຂດປົດປ່ອຍຂອງການປະຕິວັດລາວ, ດ້ວຍຄວາມຫວັງຈະປີ້ນຕ່າວສະຖານະການໃນສະໜາມຮົບຢູ່ເຂດນີ້ເວົ້າສະເພາະ ແລະສະໜາມຮົບ ລາວ ເວົ້າລວມ. ບົນພື້ນຖານຄວາມຕັດສິນໃຈຍຸດທະສາດ, ຄະນະພັກການທະຫານສູນກາງ ລາວ ໄດ້ຄົ້ນຄວ້າ, ແລກປ່ຽນ, ເຫັນດີ ແລະເປັນເອກະພາບກັບແຜນນະໂຍບາຍຂອງຄະນະພັກການທະຫານສູນກາງຫວຽດນາມ ຕັດສິນເປີດບັ້ນຮົບຈັ້ງທ່າ ທົ່ງໄຫຫີນ-ຊຽງຂວາງ, ເພື່ອແນໃສ່ດັບສູນກໍາລັງສຳຄັນສ່ວນໜຶ່ງຂອງສັດຕູ, ສ້າງທ່າໄດ້ປຽບໃຫ້ກໍາລັງປະຕິວັດ ໃນການຕໍ່ສູ້ດ້ານການເມືອງ ຢູ່ ລາວ; ກໍ່ສ້າງບໍລິເວນຍຸດທະສາດ ທົ່ງໄຫຫີນ ກາຍເປັນຖານທີ່ໝັ້ນປະຕິວັດ ອັນໝັ້ນແກ່ນ, ປົກປ້ອງພາກຕາເວັນຕົກ, ສ້າງເງື່ອນໄຂສະດວກໃຫ້ບັນດາບັ້ນຮົບຕົ້ນຕໍຂອງການບຸກໂຈມຕີຍຸດທະສາດ ປີ 1972 ໃນສະໜາມຮົບຢູ່ຫວຽດນາມ; ປະກອບສ່ວນສ້າງບາດລ້ຽວໃໝ່ໃຫ້ການປະຕິວັດ ລາວ ເວົ້າສະເພາະ ແລະໃຫ້ແກ່ການປະຕິວັດ 3 ປະເທດ ອິນດູຈີນ ເວົ້າລວມ.

ເຂົ້າຮ່ວມບັ້ນຮົບ, ກອງທັບປົດປ່ອຍປະຊາຊົນ ລາວ ມີ 7 ກອງພັນຫຼວງ, 1 ກອງຮ້ອຍລົດຕັງ, 2 ກອງຮ້ອຍປືນໃຫຍ່, 2 ກອງຮ້ອຍປືນຈັກປ້ອງກັນອາກາດ, 1 ກອງຮ້ອຍຊ່າງແສງ ແລະ 4 ກອງຮ້ອຍທະຫານທ້ອງຖິ່ນ. ນີ້ແມ່ນບັນດາກົມກອງທີ່ເຄີຍສູ້ຮົບຕ້ານສັດຕູ ຢູ່ສະໜາມຮົບມາຫຼາຍປີ, ສະນັ້ນ ຈຶ່ງຮູ້ພູມີປະເທດ, ມີບົດຮຽນຫຼາຍໃນການສູ້ຮົບຂະໜາດນ້ອຍ ແລະກາງ, ກໍາແໜ້ນກົດເກນເຄື່ອນໄຫວຂອງສັດຕູ; ມີປະສົບການໃນການສູ້ຮົບຈັ້ງທ່າ, ມີຄວາມສາມາດຢ່າງພຽງພໍເພື່ອຈັ້ງທ່າເອກະລາດ ຫຼື ປະສານສົມທົບກັນສູ້ຮົບ.

ພາຍຫຼັງຮັບໜ້າທີ່, ບັນດາກົມກອງຂອງກອງທັບປົດປ່ອຍປະຊາຊົນ ລາວ ໄດ້ສົມທົບຢ່າງແໜ້ນແຟ້ນກັບທະຫານຫວຽດນາມ ຮີບຮ້ອນກໍ່ສ້າງລະບົບຈັ້ງທ່າ; ຕັ້ງຈຸດສະກັດກັ້ນຢູ່ທິດຕາເວັນຕົກສ່ຽງໃຕ້ ແລະທິດໃຕ້ ເທດສະບານຊຽງຊວາງ, ພ້ອມກັບສະໜາມຮົບຂອງທະຫານຫວຽດນາມ ສ້າງເປັນລະບົບຈັ້ງທ່າ ທີ່ໝັ້ນແກ່ນ, ຮັບປະກັນສູ້ຮົບໃນຫຼາຍມື້, ນັບທັງໃນເງື່ອນໄຂສັບສົນ. ດ້ວຍວິທີຈັດກຳລັງນີ້ທັງສາມາດເປັນເຈົ້າການຕີສັດຕູໃນທຸກທິດ, ທັງຊ່ວຍໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນຕະຫຼອດໄລຍະສູ້ຮົບ; ພ້ອມທັງອໍານວຍຄວາມສະດວກໃຫ້ແກ່ການບັນຊາ, ເສີມຂະຫຍາຍ ຄວາມສາມາດໂດດເດັ່ນຂອງກໍາລັງແຕ່ລະຝ່າຍ.

ເຖິງວ່າໃນບໍລິເວນສູ້ຮົບ, ກໍາລັງປະກອບອາວຸດທ້ອງຖິ່ນໜ້ອຍ, ປະຊາຊົນສ່ວນຫຼາຍໄດ້ເຄື່ອນຍ້າຍໄປສູ່ເຂດອື່ນ, ໄລຍະກະກຽມບັ້ນຮົບ ກົງກັບລະດູຝົນ ແຕ່ບັນດາກົມກອງຂອງ ລາວ ໄດ້ລະດົມກໍາລັງຄົນ, ກໍາລັງວັດຖຸ ພ້ອມກັບບັນດາກໍາລັງຂອງຫວຽດນາມ ຕັ້ງໜ້າກໍ່ສ້າງຂຸມຄອງສະໜາມຮົບ, ສ້າງທາງເຄື່ອນທີ່, ຂົນສົ່ງວັດຖຸພະລາທິການ, ເຕັກນິກ... ບັນດາກົມກອງຂອງກອງທັບປົດປ່ອຍປະຊາຊົນ ລາວ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາກົມກອງຫວຽດນາມ ຈັດຕັ້ງການຝຶກແອບປະສານກັນສູ້ຮົບ, ໜູນຊ່ວຍກັນຕາມແຜນສູ້ຮົບ, ດໍາເນີນການສູ້ຮົບ, ສ້າງທ່າໄດ້ປຽບ ແລະສະກັດກັ້ນການຕ່າວໂຈມຕີຂອງສັດຕູ...

ພາຍຫຼັງສູ້ຮົບເກືອບ 6 ເດືອນ, ກອງທັບປົດປ່ອຍປະຊາຊົນ ລາວ ແລະທະຫານຫວຽດນາມ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນນັບແຕ່ແຜນນະໂຍບາຍ, ວຽກງານກະກຽມ ແລະການດໍາເນີນບັ້ນຮົບ. ສອງຝ່າຍ ໄດ້ບຸກຕີທັງໝົດ 244 ຄັ້ງ, ມີທັງຂັ້ນກອງພົນ ແລະກອງພັນໃຫຍ່, ຍາດເອົາໄຊຊະນະອັນຍິ່ງໃຫຍ່. ຜົນສໍາເລັດຂອງບັ້ນຮົບ ໄດ້ສະແດງໃຫ້ເຫັນປະສິດທິຜົນໃນການສົມທົບກັນສູ້ຮົບລະຫວ່າງກອງທັບສອງປະເທດ. ພິເສດ, ກອງທັບປົດປ່ອຍປະຊາຊົນລາວ ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວ ໃນທຸກດ້ານ, ກ່ອນອື່ນໝົດແມ່ນໃນການສູ້ຮົບ ເມື່ອເປັນຄັ້ງທໍາອິດສົມທົບກັນ ຈັດຕັ້ງບັ້ນຮົບຈັ້ງທ່າ ຕາມຫຼັກການຂອງສິລະປະຍຸດບັ້ນຮົບ ປະສົບຜົນສຳເລັດ, ເໝາະສົມກັບເງື່ອນໄຂຕົວຈິງຂອງສະໜາມຮົບ, ຕີເອົາຊະນະການເຄື່ອນທັບຂະໜາດໃຫຍ່ຂອງສັດຕູ, ປົກປ້ອງຖານທີ່ໝັ້ນຍຸດທະສາດ ທົ່ງໄຫຫີນ-ຊຽງຂວາງ ໄວ້ໃຫ້ໝັ້ນແກ່ນ.

la.qdnd.vn

ເຫດການ
302 Found

Found

The document has moved here.