ຮູບເຈົ້າຍິງລາວ

00:00 | 16/08/2023

ຍສໝ - ຢູ່​ຕາ​ແສງ ເຊີນ​ລາຍ, ​ເມືອງຍໍກວານ, ​ແຂວງ ນິງບິ່ງ, ມີວິຫານ​ເຖຶອງຖາຍເຊີນ, ​ເຊິ່ງນັກ​ວິ​ທະ​ຍາ​ສາດ​ບາງ​ຄົນ ​ຖື​ວ່າ​ແມ່ນ​ຫໍໄຫວ້ເຈົ້າຍິງລາວ. ຕາມ​ນິທານ​ເລົ່າ​ວ່າ ໃນ 6 ສະຕະວັດ​ກ່ອນ, ​ເມື່ອ​ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ສັດຕູເຂົ້າມາ​ຮຸກ​ຮານ​, ປະຊາຊາດ​ລາວ ​ໄດ້​ສົ່ງ​ເຈົ້າຫ​ຍິງ​ທີ່​ສວຍ​ງາມ ​ແລະ ກ້າຫານ​ນຳພາ​ບັນດາ​ກຳລັງຊ້າງຮົບ ​ໄປ​ຊ່ວຍ​ເຫຼືອ. ພາຍຫຼັງ​ສຳເລັດ​ພາລະກິດ​ອັນ​ກ້າຫານ ​ແລະ​ ມີຄວາມໝາຍອັນສູງສົ່ງ, ເຈົ້າ​ຍິງກໍເຈັບປ່ວຍ ​ແລະ​ ສິ້ນພະຊົນ​ຢູ່​ຫວຽດນາມ. ເພື່ອລະນຶກເຖິງຄວາມຮັກແພງ, ບຸນຄຸນຂອງເຈົ້າຍິງ ກໍ່ຄືປະຊາຊາດລາວ, ລາຊະວົງ ແລະ ປະຊາຊົນ ດ້າຍຫວຽດ ໄດ້ສ້າງຫໍໄຫວ້ ຢູ່ບ້ານຖ່າຍເຊີນ, ຕາແສງ ເຊີນລາ, ເມືອງຍໍກວານ, ແຂວງ ນິງບິ່ງ ແລະ ບູຊາເຈົ້າ​ຍິງ​. ປະຊາຊົນຊາວເມືອງທັງຫຼາຍຕັ້ງຊື່ຫວຽດ​ທີ່​ເຄົາລົບນັບຖື​ ແລະ ຮັກແພງ ​ວ່າ: ເຈົ້າ​ຍິງ​ ໂຢຍ​ຮວາ!

ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ
ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດລາວ ແລະ ກຳປູເຈຍ

ວິຫານ​ເຖຶອງຖາຍເຊີນ ບູຊາເຈົ້າຍິງລາວ ຊື່ວ່າ ໂຢຍ​ຮວາ. ວິຫານ ປະກອບມີ 3 ຫໍຄື: ຫໍບູຊາຫຼັກ ມີ 4 ເສົາທີ່ສະຫງ່າ ສູງປະມານ 4 ແມັດ ດ້ວຍສີສັນບູຮານ ແລະ ມີເດີ່ນກວ້າງປະມານ 80 ຕາແມັດ ປູດ້ວຍກະເບື້ອງດິນເຜົາ. ເບື້ອງຂວາຂອງທາງເຂົ້າຫໍບູຊາ ໄດ້ປູກຕົ້ນຈຳປາ…

ຫໍກາງເປັນບ່ອນບູຊາ ກວ້າງປະມານ 200 ຕາແມັດ ດ້ວຍແຜ່ນຄະຕິຄູ່ ທາດ້ວຍສີເຫຼືອງທອງຄຳ, ໃນນັ້ນມີ 5 ສານແຕ່ງຕັ້ງ (ອຸປະສົມບົດ). ສານ​ທີ່​ເກົ່າ​ແກ່​ທີ່​ສຸດ​ ແມ່ນ​ແຕ່​ສະ​ໄໝ​ຂອງ ຕື​ດຶກ (1853) ໄດ້ປະທານແຕ່ງຕັ້ງໃຫ້ເປັນ “ເຈົ້າຍິງ”. 72 ປີ​ຕໍ່​ມາ, ປີ 1924 (​ຄາຍ​ດິງ) ​ໄດ້​ຮັບ​ນາມມະຍົດໃຫ້ “​​ພະເຈົ້າຜູ້​ສູງສຸດ”, “ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ”.

ເຂົ້າໄປດ້ານຫລັງແມ່ນຫໍລາຍ (ເຊິ່ງເປັນຫໍສຳຄັນ ແລະ ສັກສິດທີ່ສຸດ) ກວ້າງປະມານ 20 ຕາແມັດ, ດ້ວຍສະຖາປັດຕະຍະກຳໃນແບບ “ກ່ອນ ແລະ ຫຼັງການສູ້ຮົບ”. ຢູ່ນີ້ ມີຮ້ານບູຊາທີ່ມີຮູບຂອງເຈົ້າຍິງ. ຕາມ​ນິທານ​ພື້ນ​ເມືອງ​ແລ້ວ, ພາຍຫຼັງ​ເຈົ້າ​ຊີວິດ​ອ່າຍ​ລາວ ​ໄດ້​ຮັບ​ຮູ້​ຂ່າວ​ກ່ຽວ​ກັບ​ເຈົ້າ​ຍິງສິ້ນພະຊົນ, ກໍ​ໃຫ້ນັກສິລະປິນຄວັດແກະຮູບເຈົ້າຍິງໃສ່ໄມ້​ຮ່ວາງ​ດ່ານ - ​ເປັນ​ໄມ້​ລ້ຳ​ຄ່າ​ພິ​ເສດ​ໃນ​ການ​ສ້າງ​ຮູບແກະສະຫຼັກທີ່ສັກສິດ ​ແລະ ສົ່ງ​ໄປ​ຍັງ​ດ້າຍຫວຽດ. ​ໃນ​ຮູບດັ່ງກ່າວ, ເຈົ້າ​ຍິງ​ນຸ່ງ​ເສື້ອຄຸມສີ​ເຫຼືອງ, ນັ່ງ​ເທິງ​ບັນລັງ, ໃສ່ມົງກຸດ, ໃບໜ້າອ່ອນໂຍນ, ມືຖືວີ, ຢູ່ໃນທ່າທີ່ເດັ່ນ ແລະ ສະຫງ່າງາມ.. ຮູບ​ເຈົ້າ​ຍິງ​ໄດ້ວາງ​ໄວ້​ເທິງ​ແທ່ນ​ບູ​ຊາ​ ຢູ່ຫໍລາຍ ​ເພື່ອໃຫ້ຊາວໂລກຊື່ນຊົມຕະຫຼອດການ...

ຢູ່ສຸດຂອງຫໍລາຍ, ລ້ຽວຂວາ, ປະມານສິບກ້າວໄປທາງທິດຕາເວັນຕົກ ແມ່ນສຸສານເຈົ້າຍິງ. ສຸສານ ຫັນໜ້າໄປທາງທິດຕາເວັນຕົກ - ບ້ານເກີດເມືອງນອນ ອ່າຍລາວ ຂອງ ເຈົ້າຍິງ ... ດ້ານໜ້າຂອງສຸສານ ແມ່ນໄດ້ສະຫລັກໄວ້ດ້ວຍຄຳບູຮານ 3 ຄຳ "ເຝີ້ນ ດ້າຍ ເຮືອງ" ເຊິ່ງແປປະມານວ່າ "ກິ່ນຫອມອາຍບູຊາ - ຈົດຈຳຊື່ຕະຫຼອດໄປ ...".

ມີ​ເລື່ອງ​ເລົ່າ​ກັນ​ມາ​ວ່າ ​ໃນ​ສະຕະວັດ​ທີ 15, ​ໃນ​ສະ​ໄໝ​ລາດ​ຊະ​ວົງ ເລ​ແທງ​ຕົງ, ​ດ້າຍຫວຽດ ​ຕ້ອງ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ພວກຂ້າເສິກຕ່າງດ້າວ​ຫຼາຍ​ຄັ້ງ. ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ, ​ເຈົ້າ​ຊີວິດ​ອ່າຍລາວ (ລາວ​ໃນ​ປະຈຸ​ບັນ) ​ໄດ້​ສັ່ງ​ໃຫ້ລູກສາວ ​ເຊິ່ງແມ່ນ​ເຈົ້າຍິງ ​ໂຢຍ​ຮວາ, ຮັບ​ຜິດ​ຊອບ​ຝຶກ​ຊ້ອມ​ຊ້າງ​ ​ເພື່ອ​ຊ່ວຍ​ເຫຼືອ​ທະຫານ​ຂອງ ດ້າຍຫວຽດ ຂັບ​ໄລ່​ພວກຂ້າເສິກຕ່າງດ້າວ.

ພາຍຫຼັງຫຼາຍວັນຂຶ້ນພູລົງຫ້ວຍ, ຜ່ານປ່າ, ສິ່ງທ້າທາຍນັບພັນຢ່າງ, ​ເຈົ້າຍິງ ​ໂຢຍ​ຮວາ ໄດ້ມອບຊ້າງຮົບ ແລະ ວິທີການຄວບຄຸມຊ້າງຮົບໃຫ້ແກ່ພົນທະຫານຂອງ ດ້າຍຫວຽດ ຢ່າງທັນການ. ​ໃນ​ສົງຄາມ​ຄັ້ງ​ນັ້ນ, ກຳລັງຊ້າງຮົບ​ທີ່​ມີຄວາມ​ເຂັ້ມແຂງ ​ແລະ ກ້າຫານ​ ​ໄດ້​ຊ່ວຍ​ໃຫ້ ​ດ້າຍຫວຽດ ບັນລຸ​ຜົນງານ​ອັນ​ສະຫງ່າ​ລາສີ​ຫຼາຍ​ຢ່າງ...

ຮູບເຈົ້າຍິງລາວ

ວິຫານ​ເຈົ້າ​ຍິງ​ນີງຮວາ ຢູ່​ບ້ານ ​ໄທ​ເຊີນ, ຕາ​ແສງ ເຊີນ​ລາຍ, ​ເມືອງ ​ຍໍກວານ, ​ແຂວງ ນິງບິ່ງ.

ໃນ​ເສັ້ນທາງ​ກັບ​ຄືນ​ສູ່​ອານາຈັກ ອ່າຍລາວ, ​ເມື່ອ​ມາ​ຮອດ​ແຂວງ​ນິງບິ່ງ​ໃນ​ປະຈຸ​ບັນ, ເຈົ້າ​ຍິງ​ໄດ້​ລົ້ມ​ປ່ວຍ​ ແລະ ​ສິ້ນພະຊົນ. ເພື່ອຈາລຶກຄຸນງາມຄວາມດີ, ຄວາມຮັກແພງຂອງຊາດຫວຽດນາມ ແລະ ລາວ, ເຈົ້າຊີວິດ ເລແທ່ງຕົງ ໄດ້ສັ່ງໃຫ້ກອງທັບ ຈັດພິທີປົງສົບ, ສ້າງຕັ້ງວິຫານ ແລະ ກໍ່ສ້າງສຸສານບູຊາເຈົ້າຍິງຢູ່ບ່ອນເຈົ້າຍິງສິ້ນພະຊົນ. ຕາມ​ເອກະສານ​ສະບັບ​ໜຶ່ງ​ແລ້ວ, ປີ 1882, ​ເຂດ​ແຫ່ງ​ນີ້​ຂຶ້ນ​ກັບ​ຕາ​ແສງດົກຈາງ, ​ກຸ່ມຕາແສງ ​ເລ​ຊາ, ​ເມືອງ ​ຍາວຽນ, ​ແຂວງ ນິງບິ່ງ. ເອກະສານອີກສະບັບໜຶ່ງໃຫ້ຮູ້ວ່າ: ປີ 1919 ສະຖານທີ່ແຫ່ງນີ້ຂຶ້ນກັບຕາແສງ ດົກຈ໋າງ, ກຸ່ມຕາແສງ ເລຊາ, ເມືອງ ຍາວຽນ, ຂຶ້ນກັບນະຄອນ ຍໍກວານ, ແຂວງ ນິງບິ່ງ. ປະຈຸ​ບັນ, ຫໍວິຫານ​ເຖຶອງຖາຍເຊີນ ​ຕັ້ງ​ຢູ່​ບ້ານ​ໄທ​ເຊີນ, ຕາ​ແສງ​ເຊີນ​ລາຍ, ​ເມືອງ ​ຍໍກວານ, ​ແຂວງ​ນິງບິ່ງ.

ຕາມ​ປະ​ຊາ​ຊົນ​ໝູ່​ບ້ານ​ໄທ​ເຊີນ, ຕາ​ແສງ ເຊີນ​ລາຍ ເລົ່າແລ້ວ, ປະ​ຈຸ​ບັນ, ວິຫານ​ເຖຶອງຖາຍເຊີນ ໄດ້​ຮັບ​ການ​ບູຊາ ​ດ້ວຍ​ບັນ​ດາ​ພິທີກຳບູຊາພະ​ແມ່. ​ໃນຊຸມວັນເພັງ, ວັນທີໜຶ່ງຂອງ​ທຸກໆ​ເດືອນ, ປະຊາຊົນ​ໃນ​ໝູ່​ບ້ານ​ມາ​ຈູດ​ທູບ​ທຽນ​ບູຊາເຈົ້າຍິງ ​ເພື່ອ​ຂໍພອນ​ໃຫ້​ຊາວບ້ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ, ມີ​ຄວາມ​ສະຫງົບ​ສຸກ, ​ດິນຟ້າອາກາດເອື້ອອຳນວຍຄວາມສະດວກ...

ຕາມເອກະສານຂອງກອງທຶນເອກະສານອະລິຍະທຳຫວຽດນາມ ໃຫ້ຮູ້ວ່າ: ປີ 2017, ທ່ານ​ສາດສະດາຈານ ຫວູ​ຂຽວ, ປະທານກອງທຶນເອກະສານອະລິຍະທຳຫວຽດນາມ, ຜ່ານ​ການ​ຄົ້ນ​ຄ້ວາ, ​ໃຫ້​ຮູ້​ວ່າ: ວິຫານ​ເຖຶອງຖາຍເຊີນ ​ໄດ້​ບູຊາ​ເຈົ້າ​ຍິງ​ລາວ. ​ເດືອນ​ທັນວາ 2020, ກອງທຶນເອກະສານອະລິຍະທຳຫວຽດນາມ ​ໄດ້​ສົມທົບ​ກັບ​ສະຫະສະມາຄົມ​ກໍ່ສ້າງ​ຫວຽດນາມ, ພະແນກ​ວັດທະນະທຳ ​ແລະ ກິລາ ​ແລະ ພະແນກທ່ອງ​ທ່ຽວ​ແຂວງ ນິງບິ່ງ ​ໄດ້​ຈັດ​ຕັ້ງການສຳມະນາ​ວິ​ທະ​ຍາ​ສາດ “ວິຫານເຈົ້າຍິງລາວ​ໂຢຍ​ຮວາ, ປະເທດລາວ - ສັນ​ຍາ​ລັກ​ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອທີ່ມີມາດົນນານ ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ - ລາວ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສະ​ຖານ​ທູດ​ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ​ລາວ ແລະ ຜູ້​ແທນ 60 ກວ່າ​ທ່ານ ປະກອບມີ ​ນັກ​ວິ​ທະ​ຍາ​ສາດ, ນັກ​ຊ່ຽວ​ຊານ, ນັກ​ສຶກ​ສາ ແລະ ນັກ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ​ສູນ​ກາງ ແລະ ທ້ອງຖິ່ນ.

ຮູບເຈົ້າຍິງລາວ

ຮູບຂອງເຈົ້າຍິງໂຍ່ຍຮ່ວາໄດ້ແກະສະຫຼັກຢູ່ແຜ່ນໄມ້.

ທີ່​ການສຳມະນາ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ ​ເພື່ອ​ປະ​ເມີນ​ອາຍຸ​ຂອງວັດຖຸອຸປະກອນ​ກໍ່ສ້າງ, ເຄື່ອງ​ບູຊາ ​ແລະ ຕົວໜັງສືຢູ່ວິຫານ; ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຮ່ວມ​ມື​ກັບ​ລາວ ຄົ້ນ​ຄ້ວາ ​ແລະ ຊີ້​ແຈງ​ຊື່​ເຈົ້າ​ຍິງ ​ໂຢຍ​ຮວາ ​ເປັນ​ພາສາ​ລາວ, ກໍຄື ​ການ​ມອບຝູງກຳລັງຊ້າງຮົບ. ປະຈຸ​ບັນ, ກອງທຶນເອກະສານອະລິຍະທຳຫວຽດນາມ ​ໄດ້​ສົມທົບ​ກັບ​ບໍລິສັດ​ຮ່ວມທຸລະກິດ​ພັດທະນາ ​ໄຕ​ເຈື່ອງເຊີນ ຈຳກັດ ​ເພື່ອ​ຄົ້ນຄວ້າ ​ແລະ ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ໝູ່​ບ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຫວຽດນາມ - ລາວ ຢູ່​ບ້ານ ​ໄທ​ເຊີນ, ຕາ​ແສງ ​ເຊີນ​ລາຍ, ​ເມືອງ ​ຍໍກວານ, ​ແຂວງ ນິງບິ່ງ, ຫວຽດ​ນາມ, ບ່ອນ​ທີ່​ມີ​ຢູ່​ວິຫານ​ເຖຶອງຖາຍເຊີນ. ໂຄງການດັ່ງກ່າວ ແນໃສ່ປົກປັກຮັກສາ, ອະນຸລັກ ແລະ ຕິສັງຂອນມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຢູ່ອ້ອມແອ້ມວິຫານ​ເຖຶອງຖາຍເຊີນ, ພ້ອມດຽວກັນນັ້ນ ກໍ່ສ້າງສະຖານທີ່ແຫ່ງນີ້ໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານຈິດໃຈ ແລະ ວັດທະນະທຳທີ່ເປັນສັນຍາລັກຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ.

​ເພື່ອ​ຢັ້ງຢືນ​ວ່າ ວິຫານ​ເຖຶອງຖາຍເຊີນ ​ແມ່ນ​ສະຖານ​ທີ່​​​ບູຊາ​ເຈົ້າຍິງລາວ ຄືກັບບາງຄວາມຄິດເຫັນແລກປ່ຽນຫຼືບໍ່ ແມ່ນຕ້ອງການເວລາຄົ້ນຄວ້າ ແລະ ສຳຫຼວດ. ​ ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜ່ານ​ນິທານ​ຂອງ​ປະ​ເທດ​ອ່າຍລາວ ​ມອບ​ກຳລັງຊ້າງຮົບ, ​ຊ່ວຍ​ ​ດ້າ​ຍຫວຽດ ຕ້ານສັດຕູທີ່ເຂົ້າມາ​ຮຸກ​ຮານ​ ແລະ ຄວາມ​ເຄົາລົບ​ນັບຖື​ຂອງປະຊາຊົນທີ່ມີຕໍ່ເຈົ້າຍິງລາວແລ້ວ, ໄດ້ສະແດງໃຫ້​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ-​ລາວ ​ໄດ້ມີມາແຕ່ນັບ​ຮ້ອຍ​ປີກ່ອນແລ້ວ ແລະ ​ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ແໜ້ນ​ແຟ້ນ.

Box: ຕາມທ່ານ ຫງວຽນກ່າວເຕິນ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ນິງບິ່ງ ໃຫ້ຮູ້ວ່າ: ໃນຈິດໃຈຂອງຊາວທ້ອງຖິ່ນແລ້ວ, ວິຫານ​ເຖຶອງຖາຍເຊີນ ແມ່ນສະຖານທີ່ສັກສິດບູຊາເຈົ້າຍິງຂອງລາວ ເຊິ່ງເປັນຜູ້ທີ່ຊ່ວຍ ດາຍຫວຽດ ຕໍ່ສູ້ຕ້ານສັດຕູທີ່ເຂົ້າມາ​ຮຸກ​ຮານ. ​ແຕ່ລະ​ປີ​ໃນ​ວັນ​ 3 ​ເດືອນ 3 ຕາມຈັນທະປະຕິທິນ, ອຳນາດ​ການ​ປົກຄອງ​ຕາແສງ ​ກໍ່​ຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳມູນເຊື້ອ​ຂອງວິຫານ​ເຖຶອງຖາຍເຊີນ... ​ໃນ​ໂອກາດງານ​ບຸນ, ນອກຈາກ​ພິທີກຳ ​ແລະ​ ການເລື່ອງຫຼິ້ນ​ພື້ນ​ເມືອງ​ແລ້ວ, ຍັງ​ມີ​ການ​ສະ​ແດງ “ຟ້ອນ - ຮ້ອງເພງດອກຈຳປາ” ທີ່​ເປັນມູນເຊື້ອລາວ” ໂດຍຊາວບ້ານຈັດຂຶ້ນເພື່ອລະນຶກເຖິງເຈົ້າຍິງ. ປີ 2007, ຄະນະກຳມະການປະຊາຊົນແຂວງ ນິງບິ່ງ ​ໄດ້​ຮັບຮອງເອົາວິຫານ​ເຖຶອງຖາຍເຊີນ ​ເປັນຮ່ອງຮອຍປະຫວັດສາດ​ຂອງ​ແຂວງ​.

ດີງເຖດວານ

ເຫດການ