ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ແບ່ງປັນປະສົບການກັບອົງການກຳມະບານລາວ

10:13 | 25/08/2023

ຍສໝ - ແຕ່​ວັນ​ທີ 22 ຫາ​ວັນ​ທີ 26 ພຶດສະພາ 2023, ຄະນະ​ຜູ້​ແທນອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳ​ໂດຍ​ທ່ານ ຟ້າ​ມຮວ່າຍ​ເຟືອງ, ກຳມະການ​ຄະນະ​ບໍລິຫານ​ງານ​ສະຫະພັນໃຫຍ່​ແຮງ​ງານ​ຫວຽດນາມ, ປະທານອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ນຳ​ໜ້າ​ຄະນະ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກທີ່ສະຫະພັນກຳມະບານ ກະຊວງໂຍທາທິການ ແລະ ຂົນສົ່ງລາວ.

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ສື່ສານ ລາວ
ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນກິດຈະກຳອົງການກຳມະບານ ຫວຽດນາມ - ລາວເພີ່ມທະວີການຮ່ວມມືໃນກິດຈະກຳອົງການກຳມະບານ

ທີ່​ການ​ພົບ​ປະ, ສອງຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດ​ຕັ້ງ, ສະພາບ​ການ​ແຮງ​ງານ, ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​ຂອງ​ສະມາຊິກ​ສະຫະພັນ, ພະນັກງານ; ​ແບ່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ປະສົບ​ການ​ເພື່ອ​ພັດທະນາ​ສະມາຊິກ​ສະຫະພັນ, ກໍ່ຄື ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ​ແລກປ່ຽນ​ບົດຮຽນ​ ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານ​ຢູ່​ແຕ່ລະ​ປະ​ເທດ, ປາດ​ຖະໜາ​ຢາກ​ຮ່ວມ​ມື, ​ແລກປ່ຽນ ​ແລະ ຊ່ວຍ​ເຫຼືອ ​ເພື່ອຮັດແໜ້ນສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດໃນໄລຍະຈະມາເຖິງ.

ນອກ​ນີ້, ສອງ​ຝ່າຍກໍ່ໄດ້​ປຶກສາ​ຫາລື ​ກ່ຽວ​ກັບຂົງເຂດ​ທາງ​ນ້ຳ, ທາງບົກ, ທາງ​ລົດ​ໄຟ ​ແລະ ທາງ​ອາກາດ​ຕື່ມ​ອີກ, ພິ​ເສດ​ແມ່ນ​ຂະ​ແໜງ​ການ​ເດີນ​ທະ​ເລ​ຂອງ​ຫວຽດນາມ ​ແລະ ວຽກ​ງານຄົມມະນາຄົມ ແລະ ໂຍທາທິການ​ໃນ​ເງື່ອນໄຂ​ປະຈຸ​ບັນ.

ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ແບ່ງປັນປະສົບການກັບອົງການກຳມະບານລາວ

ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ແບ່ງປັນປະສົບການກັບອົງການກຳມະບານລາວ.

​ໂດຍແບ່ງປັນ​ຂໍ້​ມູນ​ກັບ​ຝ່າຍລາວ, ທ່ານປະທານອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ຟ້າ​ມຮວ່າຍ​ເຟືອງ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ພວມ​ສຸມ​ໃສ່​ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ ​ເພື່ອ​ມຸ່ງ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ອົງການກຳມະບານການຄົມມະນາຄົມຂົນສົ່ງຫວຽດນາມ ອາ​ຍຸ​ການ 2023. -2028, ​ໂດຍ​ມີ​ເປົ້າ​ໝາຍ: ປັບປຸງ​ວິທີ​ການ​ດຳ​ເນີນ​ງານ, ສ້າງຕັ້ງ​ອົງການກຳມະບານ​ໃຫ້​ເຂັ້ມ​ແຂງ, ສຸມ​ໃສ່​ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະ​ມາ​ຊິກ ​ແລະ ພະນັກງານ.

​ໃນແຕ່ລະ​ປີ, ອົງການກຳມະບານສອງ​ປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານ​ຢູ່​ແຕ່ລະ​ປະ​ເທດ, ​ແລະ ຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ​ກັນ, ​ແລະ ວິທີ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງ​ອົງການກຳມະບານ ​ແລະ ຂະບວນການ​​ຂອງ​ຄົນ​ງານ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.