ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະດັບຫຼຽນໄຊໃຫ້ທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward | |
ມອບຫຼຽນໄຊ, ຫຼຽນກາໃຫ້ໝູ່ຄະນະ, ສ່ວນບຸກຄົນສະຫະພັນແມ່ຍິງລາວ |
ໃບຢັ້ງຢືນມີຂະໜາດ 10x6 cm, ໄດ້ອັດ plastic ໃສ. ດ້ານໜ້າຂອງໃບຢັ້ງຢືນມີແຖວໜັງສື “ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກຫວຽດນາມ ຊ່ວຍການປະຕິວັດລາວ”, ຜູ້ຮັບ: ຄຳຂັນໄຊ ມັງນໍເມັກ, ຫ້ອງຮຽນ: K40 - ມະຫາວິສາທະຍາໄລແພດສາດ - ການຢາ ທ໊າຍບິ່ງ. ຢູ່ເບື້ອງຊາຍໃບຢັ້ງຢືນມີຮູບຫຼຽນກາທີ່ລະນຶກ. ຢູ່ດ້ານລຸ່ມແມ່ນມີຈຳກ້າຂອງປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ. ແຕ່ລະຄັ້ງເມື່ອຈັບຫຼຽນກາທີ່ລະນຶກຂຶ້ນມາ, ຂ້າພະເຈົ້າພັດຄິດເຖິງໄລຍະເວລາທີ່ສວຍງາມ ທີ່ໄດ້ດຳເນີນຊີວິດ, ຮ່ຳຮຽນ ແລະ ຕິດພັນກັບປະຊາຊົນ ແລະ ປະເທດຫວຽດນາມ ທີ່ສວຍງາມ ແລະ ໃຈດີ…
ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກ ຫວຽດນາມ ຊ່ວຍການປະຕິວັດ ລາວ |
ປີ 2009, ຂ້າພະເຈົ້າໂຊກດີທີ່ໄດ້ໄປ ຫວຽດນາມ ຮຽນ ຢູ່ມະຫາວິທະຍາໄລແພດສາດ - ການຢາ ທ໊າຍບິ່ງ. ກ່ອນໜ້ານັ້ນ, ຂ້າພະເຈົ້າ ຮູ້ຈັກຫວຽດນາມ ພຽງແຕ່ຜ່ານໜັງສືພິມ, ໂທລະພາບ ແລະ ຄຳເວົ້າຂອງພໍ່ແມ່ປະຊາຊົນກ່ຽວກັບປະຫວັດສາດທີ່ອົງອາດກ້າຫານພ້ອມກັນຕ້ານສັດຕູຜູ້ຮຸກຮານຂອງທັງສອງປະເທດ. ເມື່ອໄປຫວຽດນາມ, ຂ້າພະເຈົ້າ ແລະ ເພື່ອນໆນັກສຶກສາລາວ ລ້ວນແຕ່ປະສົບກັບຄວາມຫຍຸ້ງຍາກຍ້ອນຢູ່ໄກຄອບຄົວ, ຄວາມແຕກຕ່າງກັນທາງດ້ານພາສາ, ເງື່ອນໄຂດຳລົງຊີວິດຍັງບໍ່ລຶ້ງ ແລະ ສະພາບແວດລ້ອມແຫ່ງການຮ່ຳຮຽນຍັງຍັງມີຫຼາຍອັນທີ່ບໍ່ຄຸ້ນເຄີຍ. ແຕ່ໃນຈຸດເວລານັ້ນ, ນັກສຶກສາລາວຄືພວກຂ້າພະເຈົ້າກໍໄດ້ມີບັນດາຄູອາຈານ ແລະ ບັນດາປ້າລຸງ ເຊິ່ງຂຶ້ນກັບຄະນະປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຢູ່ລາວ (ຄະນະປະສານງານ) ຂອງແຂວງທ໊າຍບິ່ງ ຖືເປັນລູກເປັນຫຼານ ຍາມໃດກໍ່ລະດົມກຳລັງໃຈຊ່ວຍເຫຼືອຈົນສຸດຄວາມສາມາດຂອງຕົນ ຄືລູກຄີງຫຼານຄີງຂອງຕົນ. ຜ່ານການແລກປ່ຽນກັບນັກຮົບເກົ່າຫຼາຍຄົນໃນຄະນະປະສານງານ, ພວກຂ້າພະເຈົ້າເຂົ້າໃຈໄດ້ເຖິງນ້ຳໃຈຊ່ວຍເຫຼືອຂອງບັນດາປ້າລຸງກໍ່ຄ້າຍຄືກັນໃນໄລຍະຕໍ່ສູ້: ຍາມໃດກໍ່ຊ່ວຍເຫຼືອປະຊາຊົນລາວຈົນສຸດຄວາມສາມາດເພື່ອຕໍ່ສູ້ຍາດເອົາເອກະລາດ, ຍິ່ງໄປກ່ວານັ້ນແມ່ນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດຢູ່ດິນແດນລາວເພື່ອພາລະກິດຍາດເອົາເອກະລາດ.
ພາຍຫຼັງ ການຮ່ຳຮຽນມາເປັນເວລາ 1 ປີດ້ວຍຜົນງານທີ່ດີ ແລະ ລະດັບພາສາຫວຽດໄດ້ຮັບການປັບປຸງດີຂຶ້ນ, ຂ້າພະເຈົ້າໄດ້ຮັບການເລືອກຕັ້ງເປັນຫົວໜ້າຄະນະນັກສຶກສາລາວ ຢູ່ມະຫາວິທະຍາແພດສາດ - ການຢາ ທ໊າຍບິ່ງ ສົກປີຮຽນ 2010 – 2016. ກໍຢູ່ໃນບົດບາດນີ້, ຂ້າພະເຈົ້າຍິ່ງມີໂອກາດໄດ້ພົບປະກັບບັນດາປ້າລຸງທີ່ເປັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານທີ່ເຄີຍຢູ່ລາວໃນໄລຍະຕໍ່ຍູ້ຍາດເອົາເອກະລາດປະເທດຊາດ. ພວກຂ້າພະເຈົ້າ ກໍ່ໄດ້ຮັບການຊ່ວຍເຫຼືອຈາກບັນດາຄູອາຈານຢ່າງສຸດຈິດສຸດໃຈໃນການເຊື່ອມຕົວ ແລະ ເຂົ້າເຖິງຄວາມຮູ້ກ່ຽວກັບຂະແໜງການແພດ. ຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າກໍ່ຍັງໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດທີ່ດີງາມ ແລະ ເຕັມໄປດ້ວຍຄວາມຮັກແພງຂອງຜູ້ຄົນທີ່ຢູ່ທີ່ນີ້, ພິເສດແມ່ນຂອງບັນດາອະດີດທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ.
ໃນຕະຫຼອດໄລຍະ 5 ປີແຫ່ງການຮ່ຳຮຽນຢູ່ທ໊າຍບິ່ງ, ນອກຈາກໜ້າທີ່ຂອງຄະນະນັກສຶກສາ, ຂ້າພະເຈົ້າກໍ່ມັກຕິດຕໍ່ພົວພັນ ແລະ ໜູນຊ່ວຍບັນດາປ້າລຸງໃນຫຼາຍວຽກງານ ຄື: ກວດຮຽບຮຽງຄືນກ່ຽວກັບຊື່ສະຖານທີ່, ພາສາລາວ ໃນບົດບັນທຶກຄວາມຊົງຈຳ, ຊ່ວຍເຫຼືອວຽກງານຈັດຕັ້ງງານມະໂຫລານສະແດງດົນຕີ ຫຼື ບັນດາເຫດການສຳຄັນ. ພິເສດ, ຂ້າພະເຈົ້າກໍເປັນຜູ້ແປພາສາໃນການພົບປະກັບການນຳລາວທີ່ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ ແຂວງ ທ໊າຍບິ່ງ. ຍ້ອນສິ່ງດັ່ງກ່າວນັ້ນ ຄວາມຮູ້ຄວາມເຂົ້າໃຈ ແລະ ນ້ຳໃຈຂອງປ້າລຸງໃນຄະນະປະສານງານກໍ່ຄືການນຳລາວ ກໍນັບມື້ນັບເລິກເຊິ່ງກ່ວາເກົ່າ.
ຜູ້ຂຽນ ຄຳຂັນໄຊ ມັງໜໍ່ເມກ ແລະ ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກ ຫວຽດນາມ ຊ່ວຍການປະຕິວັດລາວ. |
ບໍ່ພຽງແຕ່ເທົ່ານັ້ນ, ໃນຊຸມວັນບຸນໃຫຍ່ຂອງ ຫວຽດນາມ ແລະ ລາວຄື: ປີໃໝ່ລາວ, ວັນຊາດລາວ ແລະ ເຫດການສະເຫຼີມສະຫຼອງຕ່າງໆ, ບັນດາປ້າລຸງລ້ວນແຕ່ຈັດຕັ້ງການພົບປະ, ແລກປ່ຽນ ແລະ ເລົ່າເລື່ອງລາວຕ່າງໆກ່ຽວກັບນ້ຳໃຈອ້າຍນ້ອງ ຫວຽດນາມ - ລາວ. ຂ້າພະເຈົ້າໄດ້ເຂົ້າຮ່ວມ ແລະ ແປພາສາໃຫ້ແກ່ເພື່ອນຄົນລາວເຂົ້າໃຈກ່ຽວກັບຄວາມຊົງຈຳຂອງບັນດາປ້າລຸງໃນໄລຍະມາຊ່ວຍເຫຼືອລາວ, ຮ່ວມທຸກຮ່ວມສຸກໃນໄລຍະຕໍ່ສູ້ກູ້ຊາດຕື່ມອີກ. ພິເສດແມ່ນບັນດາບັ້ນຮົບທີ່ດຸເດືອດ ພ້ອມກັບການເສຍສະຫຼະຊີວິດຂອງອ້າຍນ້ອງເພື່ອນຮ່ວມກົມກອງ, ຄວາມຕິດພັນລະຫວ່າງປະຊາຊົນລາວ ແລະ ທະຫານອາສາສະໝັກ ຫວຽດນາມ, ເປັນຕົ້ນແມ່ນເລື່ອງລາວກ່ຽວກັບບັ້ນຮົບຢູ່ແຂວງຊຽງຂວາງ - ບ່ອນທີ່ຂ້າພະເຈົ້າເຕີບໃຫຍ່.
ບັນດາເລື່ອງລາວເຊິ່ງຂ້າພະເຈົ້າຍັງບໍ່ເຄີຍໄດ້ຮັບຟັງຈັກເທື່ອ. ຜ່ານນັ້ນ, ຂ້າພະເຈົ້າຮູ້ສຶກໄດ້ເຖິງນ້ຳໃຈເຊິ່ງເຂົາເຈົ້າມີຕໍ່ປະເທດຂອງຕົນ, ນ້ຳໃຈມີໜຶ່ງບໍ່ມີສອງໃນໂລກ ແລະ ບໍ່ອາດຈາງຫາຍໄດ້. ເວລາຮ່ຳຮຽນຢູ່ ຫວຽດນາມຜ່ານໄປໂດຍໄວ. ຫາກໍ່ມາຫວຽດນາມຮຽນບໍ່ພໍເທົ່າໃດ ປັດຈຸບັນກໍ່ຮອດຕອນສິ້ນສຸດແລ້ວ. ທ້າຍປີ 2016, ເນື່ອງໃນໂອກາດສິ້ດສຸດຊຸດຮຽນ, ຂ້າພະເຈົ້າເປັນກຽດທີ່ບັນດາປ້າລຸງມອບໄດ້ໃບຢັ້ງຢືນຫຼຽນກາທີ່ລະນຶກທະຫານອາສາສະໝັກ ຫວຽດນາມ ຊ່ວຍການປະຕິວັດລາວ. ເມື່ອໄດ້ຮັບໃບຢັ້ງຢືນນັ້ນ ຂ້າພະເຈົ້າຮູ້ສຶກເສົ້າໃຈ ຍ້ອນວ່າວັນທີ່ຕ້ອງອຳລາພາຈາກກັນກໍຍັງບໍ່ໄກແລ້ວ.
ເມື່ອກັບມາປະເທດ, ຂ້າພະເຈົ້າໄດ້ແຂວນໃບຢັ້ງຢືນດັ່ງກ່າວໃນຫ້ອງຮັບແຂກຂອງຄອບຄົວ. ຂ້າພະເຈົ້າຍາມໃດກໍ່ເບິ່ງ, ຄິດ ແລະ ເລົ່າຄືນສູ່ຜູ້ອື່ນຟັງ. ຍ້ອນວ່າ ນີ້ບໍ່ພຽງແຕ່ແມ່ນຫຼຽນກາທີ່ລະນຶກເທົ່ານັ້ນ ຫາກຍັງແມ່ນບັນດາເລື່ອງລາວກ່ຽວກັບນ້ຳໃຈຢ່າງເລິກເຊິ່ງຂອງການພົວພັນຫວຽດນາມ - ລາວ ເຊິ່ງຕົນເອງໄດ້ຮັບຟັງອີກດ້ວຍ. ເມື່ອຄິດເຖິງໃບຢັ້ງຢືນ, ຂ້າພະເຈົ້າຍັງຄິດເຖິງນ້ຳໃຈເຊິ່ງບັນດາປ້າລຸງໃນຄະນະປະສານງານມີຕໍ່ຂ້າພະເຈົ້າ ແລະ ເພື່ອນໆໃນຫ້ອງຮຽນ, ຄິດເຖິງໄລຍະດຳລົງຊີວິດທີ່ສົດໄສ ແລະ ຮ່ຳຮຽນໃນດິນແດນ ຫວຽດ ທີ່ເຕັມໄປດ້ວຍຄວາມໝາຍຄວາມຮັກແພງ. ພວກຂ້າພະເຈົ້າລຸ້ນຄົນໃນອະນາຄົດຈະຄິດເຖິງຕະຫຼອດໄປ ແລະ ສືບທອດນ້ຳໃຈສະໜິດຕິດພັນນີ້ໃຫ້ດີກ່ວາອີກ.
ຂ້າພະເຈົ້າຫວັງວ່າຈະມີໂອກາດກັບຄືນໄປ ທ໊າຍບິ່ງ - ເຊິ່ງແມ່ນບ້ານເກີດເມືອງນອນແຫ່ງທີ 2 ຂອງຕົນ ທີ່ເຕັມໄປດ້ວຍຄວາມຊົງໃຈອັນດີງາມ. ໃນຈິດໃຈ, ຂ້າພະເຈົ້າຍາມໃດກໍ່ເຄົາລົບ ແລະ ຫວັງວ່າບັນດາປ້າລຸງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຢູ່ລາວ ຂອງແຂວງທ໊າຍບິ່ງ ຍາມໃດກໍ່ມີສຸຂະພາບທີ່ເຂັ້ມແຂງ ແລະ ມີການດຳລົງຊີວິດທີ່ດີ.
ຄຳຂັນໄຊ ມັງໜໍ່ເມກ, ທ່ານໝໍພະແນກເດັກ