ຍສໝ - ງານຕະຫຼາດນັດເພື່ອແນໃສ່ໂຄສະນາຮູບພາບປະເທດ, ຮູບພາບວິສາຫະກິດ, ບັນດາເຄື່ອງໝາຍການຄ້າຂອງຫວຽດນາມ; ເພີ່ມທະວີການສົ່ງອອກຜະລິດຕະພັນຂອງຫວຽດນາມ ທີ່ມີທ່າແຮງ ແລະມີຄວາມສາມາດພັດທະນາຕະຫຼາດສົ່ງອອກຢູ່ລາວ ແລະເຂດຕາເວັນອອກສ່ຽງເໜືອຂອງໄທ; ຈັດຕັ້ງເຄືອຂ່າຍຈຳໜ່າຍສິນຄ້າຢູ່ຕະຫຼາດລາວ; ພັດທະນາບັນດາໂຄງການລົງທຶນຢູ່ລາວ...
ຍສໝ - ພິທີໄຫວ້ອາໄລ ສະຫາຍ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດຂຶ້ນຕາມພິທີງານສົບລະດັບຊາດຢູ່ຫໍງານສົບແຫ່ງຊາດ ເລກທີ 5 ເຈີ່ນແທ້ງຕົງ, ນະຄອນ ຮ່າໂນ້ຍ ແຕ່ເວລາ 7 ໂມງຫາ 22 ໂມງ ວັນທີ 25 ກໍລະກົດ ແລະ ແຕ່ເວລາ 7 ໂມງ ຫາ 13 ໂມງ ວັນທີ 26 ກໍລະກົດ ປີ 2024.
ຍສໝ - ອາທິດແລ້ວນີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງວາລະປະຊຸມເປີດກ່ຽວກັບຫົວຂໍ້ “ເພີ່ມທະວີບົດບາດຂອງ ອາຟຣິກາ ໃນການແກ້ໄຂບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງ ແລະ ການພັດທະນາທົ່ວໂລກ” ພາຍໃຕ້ການເປັນປະທານຂອງ ໂມຊຳບິກ, ປະເທດປະທານສະພາຄວາມໝັ້ນຄົງ ໃນເດືອນພຶດສະພາ 2024.
ຍສໝ - ປະຊາຊົນທີ່ດຳລົງຊີວິດຢູ່ເຂດຊາຍແດນແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ (ປະເທດລາວ) ມີຈຸດຄ້າຍຄືກັນຫຼາຍຢ່າງ ທາງດ້ານວັດທະນະທຳ, ພາສາ ແລະ ຮີດຄອງປະເພນີທຳການຜະລິດ. ແຕ່ໃດໆມາ, ພໍ່ແມ່ປະຊາຊົນໃນໝູ່ບ້ານຕ່າງໆທີ່ຢູ່ສອງຟາກຊາຍແດນ ໄດ້ເຄົາລົບ ແລະຖືກັນເປັນອ້າຍນ້ອງບ້ານໃກ້ຄຽງທີ່ສະໜິດສະໜົມ.
ຍສໝ - ຄຽງຄູ່ກັບທ່າອ່ຽງຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ການຄ້າເອເລັກໂຕນິກກໍ່ແມ່ນປັດໄຈສຳຄັນທີ່ສົ່ງຜົນສະທ້ອນເຖິງຊີວິດ, ສັງຄົມ ແລະ ໂຄງປະກອບຂອງພື້ນຖານເສດຖະກິດຢ່າງຫຼວງຫຼາຍ.
ຍສໝ - ທ່ານຮອງລັດຖະມົນຕີ ໂດ໊ຮຸ່ງຫວຽດ ສະເໜີວ່າ: ອາຊຽນ ຕ້ອງມີວິທີການເຂົ້າເຖິງທີ່ເໝາະສົມ, ໃນນັ້ນມີວິໄສທັດຍຸດທະສາດ, ຄວາມສາມັກຄີຢ່າງໝັ້ນຄົງ, ບົດບາດໃຈກາງ ແລະການກະທໍາລະອຽດ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນຂຶ້ນຢ່າງທັນການ ແລະມີປະສິດທິຜົນ.
ຍສໝ - ວັນທີ 22 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຟານແອງເຊີນ ໄດ້ຕ້ອນຮັບທ່ານ Takebe Tsutomu, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ເນື່ອງໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ວັນທີ 19 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ກອງປະຊຸມທົ່ວປະເທດ ຄັ້ງທີ III ຂອງສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ໄຂຂຶ້ນ. ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ຫົວໜ້າຄະນະກຳມາທິການວັດທະນະທຳ ແລະ ການສຶກສາ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ.
ຍສໝ - ນີ້ແມ່ນເນື້ອໃນຂອງການພົບປະແລກປ່ຽນລະຫວ່າງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ທ່ານ Sergio Narea, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຈີເລ ປະຈຳ ຫວຽດນາມ, ໃນວັນທີ 22 ກໍລົະກົດ ຢູ່ ຮ່າໂນ້ຍ.
ຍສໝ - ຕອນເຊົ້າວັນທີ 30 ພຶດສະພາ, ທີ່ການຕ້ອນຮັບທ່ານລັດຖະມົນຕີກະຊວງການເງິນ ລາວ ສັນຕິພາບ ພົມວິຫານ ພ້ອມກັນກັບຄະນະປະຕິບັດງານທີ່ມາຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ, ທ່ານເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຂາຍ ໄດ້ອວຍພອນໃຫ້ຄະນະປະສົບຜົນສຳເລັດໃນການໄປປະຕິບັດງານຄັ້ງນີ້, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງກະຊວງການເງິນ ແລະ ເຮັດໃຫ້ການພົວພັນຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກ່ວາອີກ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ.
ຍສໝ - ພາຍຫຼັງໄດ້ຮັບຂ່າວທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກຳ, ສະພາສັນຕິພາບໂລກ, ສະຖາບັນກູບາມິດຕະພາບກັບບັນດາເຜົ່າ, ບັນດາອົງການມິດຕະພາບຂອງຫຼາຍປະເທດ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍ, ສະແດງຄວາມເສຍໃຈເຖິງສະຫະພັນອົງການມິດຕະພາບ, ບັນດາອົງການສະມາຊິກ, ປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ວັນທີ 24 ກໍລະກົດ, ສະຖານທູດ ຫວຽດນາມ ປະຈໍາ ຕ່າງປະເທດຄື: ກູບາ, Algeria, ອາຟະລິກາໃຕ້ ໄດ້ເອົາທຸງລົງເຄິ່ງເສົາ, ປະກາດເປີດປຶ້ມໄຫວ້ອາໄລ ແລະ ຈັດພິທີໄຫວ້ອາໄລທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ງານສົບຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ດຳເນີນໄປຢ່າງເຄັ່ງຂຶມຢູ່ທີ່ຫໍງານສົບແຫ່ງຊາດ. ບັນດາຄະນະບໍລິຫານງານສູນກາງພັກ; ປະທານປະເທດ; ລັດຖະບານ; ສະພາແຫ່ງຊາດ ແລະ ສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາໄຫວ້ອາໄລ.
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ອຸທິດຊີວິດຢ່າງບໍ່ຮູ້ສຶກອິດເມື່ອຍເພື່ອປະເທດຊາດ ແລະ ປະຊາຊົນ ຫວຽດນາມ ຈົນເຖິງລົມຫາຍໃຈສຸດທ້າຍ. ນັ້ນແມ່ນຄຳປາໄສທີ່ຕື້ນຕັນໃຈໃນຈົດໝາຍທີ່ຂຽນດ້ວຍມືຈາກພັນລະຍາຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ນາລີ ສີສຸລິດ ສົ່ງເຖິງພັນລະຍາຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໂງທິເມິ້ນ.
ຍສໝ - ຕອນເຊົ້າວັນທີ 30 ພຶດສະພາ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ເລທິທູຮັ່ງ ແລະ ຮອງລັດຖະມົນຕີກະຊວງການຕ່າງປະເທດໂປໂລຍ Anna Krystyna Radwan-Röhrenschef ໄດ້ເປັນປະທານຮ່ວມໃນການທີ່ປຶກສາການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດຂອງຫວຽດນາມ - ໂປໂລຍ.
ໃນວັນທີ 12 ມີນາ, ໂຮງຮຽນມິດຕະພາບ 80 ໄດ້ຈັດໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ໄປທັດສະນະສຶກສາ, ລົງພຶດຕິກຳຕົວຈິງ ຢູ່ນະຄອນຫຼວງຮ່າໂນ້ຍ. ນີ້ແມ່ນກິດຈະກໍາສືບຕໍ່ລະບົບການເຄື່ອນໄຫວນອກຫຼັກສູດຂອງໂຮງຮຽນ, ສ້າງກາລະໂອກາດໃຫ້ນັກສຶກສາໄດ້ສຳຜັດຕົວຈິງກ່ຽວກັບປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ໄປໃສກໍຕ້ອງຄິດວ່າຕົນເອງເປັນ “ລູກຫຼານ ລາກຮົ່ງ”, ບໍ່ວ່າຈະເຮັດຫຍັງກໍຕ້ອງຄິດວ່າຕົນເອງເປັນຊາວ ຫວຽດນາມ; ຮັກສາສີສັນຂອງຊາດ, ຮັກສາພາສາ ຫວຽດນາມ, ໂຄສະນາພາບພົດຂອງ ຫວຽດນາມ ໄປສູ່ເພື່ອນມິດໃນທົ່ວໂລກ... ນັ້ນແມ່ນຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.
ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Peter ຮົ່ງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ວຽກງານການຕ່າງປະເທດແມ່ນໜຶ່ງໃນບັນດາຂົງເຂດທີ່ສະແດງໃຫ້ເຫັນຫຼາຍຈຸດພົ້ນເດັ່ນຂອງສະຫາຍ ຫງວຽນຟູ໋ຈ້ອງ. ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການພາຍໃຕ້ການນຳພາ ແລະ ຊີ້ນຳຂອງສະຫາຍໃນຖານະເປັນ ເລຂາທິການໃຫຍ່ ໄດ້ອອກມະຕິ, ບົດສະຫຼຸບ ແລະ ຄຳສັ່ງຫຼາຍຢ່າງກ່ຽວກັບການກໍ່ສ້າງ ແລະ ເຮັດສຳເລັດແນວທາງການພົວພັນຕ່າງປະເທດຂອງພັກ ແລະ ລັດຂອງຫວຽດນາມໃນໄລຍະແຫ່ງການປ່ຽນແປງໃໝ່. ຖານຂໍ້ມູນຂ່າວສານເອເລັກໂຕນິກຂອງລັດຖະບານ ຂໍຖືເປັນກຽດແນະນຳບົດຂຽນຂອງທ່ານກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ກ່ຽວກັບ “ສະຫາຍ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນການນຳທີ່ດີເດັ່ນພິເສດ ດ້ວຍຫຼາຍຂີດໝາຍໃນການຍົກລະດັບການພົວພັນຕ່າງປະເທດຂອງ ຫວຽດນາມ”.