ຍສໝ - ໂດຍປະຕິບັດໂຄງການຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ, ໃນວັນທີ 22 ພະຈິກ 2024, ຢູ່ຮ່າໂນ້ຍ, ກົມພົວພັນຕ່າງປະເທດ ແລະ ກົມລະບອບກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຍຸຕິທຳ - ກະຊວງຕຳຫຼວດ ໄດ້ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີ 2 ຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ບັນດາຮູບການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍ, ໄຮ້ມະນຸດສະທຳ ຫຼື ເຮັດໃຫ້ອັບອາຍຂາຍໜ້າ".
ຕາມຂ່າວສານຫວຽດນາມ, ຢູ່ຮ້ານສັບພະສິນຄ້າບາງແຫ່ງຂອງໄທ, ໝາກລີຈີ່ຫວຽດນາມ ໄດ້ຮັບການເຊີດຊູດ້ວຍສະຕິກເກີ (ສະຕິກເກີຂະໜາດນ້ອຍ) ເປັນຮູບຄືລີຈີ້ ດ້ວຍຄຳເວົ້າຕະຫຼົກຫຼາຍຢ່າງທີ່ສະແດງອອກເປັນພາສາໄທ. ຜູ້ບໍລິໂພກສາມາດດາວນ໌ໂຫລດຊຸດສະຕິກເກີ fabric ຟຣີໃນບາງຄໍາຮ້ອງສະຫມັກການສົ່ງຂໍ້ຄວາມເຊັ່ນ Viber, WhatsApp ...
ຍສໝ - ນັກຮົບອາສາສະໝັກນະຄອນ ໂຮ່ຈີມິນ 168 ຄົນ ໄດ້ອອກເດີນທາງໄປສູ່ປະເທດ ລາວ ແລະ ເມືອງເກາະ ຝູກຸ່ຍ (ແຂວງ ບິ່ງທ້ວນ - ຫວຽດນາມ) ເພື່ອເລີ່ມຕົ້ນວັນອາສາສະໝັກລະດູແລ້ງ ປີ 2024.
ຍສໝ - ແຕ່ວັນທີ 19-21 ພະຈິກນີ້, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີພາກພື້ນ ອາຊີ - ປາຊີຟິກ ເພື່ອຕີລາຄາ 30 ປີແຫ່ງການປະຕິບັດຖະແຫຼງການ ແລະ ໂຄງການດຳເນີນງານການກະທຳ ປັກກິ່ງ ຢູ່ ບັງກອກ, ປະເທດ ໄທ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຫງວຽນຮວ່າບິ່ງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສົ່ງເສີມວິສາຫະກິດ ສ.ເກົາຫຼີ ເປີດກວ້າງການຮ່ວມມືດ້ານການລົງທຶນເຂົ້າໃນບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການດຶງດູດ ແລະ ໃຫ້ບຸລິມະສິດສູງ ເຊັ່ນ ເຕັກໂນໂລຢີສູງ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ...
ຍສໝ - ເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງປົກປັກຮັກສາຊາຍແດນ, ທະຫານຊາຍແດນແຂວງເຊີນລາ ສືບຕໍ່ເພີ່ມທະວີວຽກງານພົວພັນຕ່າງປະເທດເຂດຊາຍແດນ, ປະກອບສ່ວນປັບປຸງການພົວພັນມິດຕະພາບ ແບບພິເສດ ຫວຽດນາມ-ລາວ.
ຍສໝ - ລາຍການຖ່າຍທອດສົດງານສະເຫຼີມສະຫຼອງ 70 ປີ ເຫດການເຕົ້າໂຮມອອກມາພາກເໜືອ - ຄວາມຮັກແພງກັນຢ່າງເລິກເຊິ່ງ ແນໃສ່ຈຳບັນດາຂີດໝາຍປະຫວັດສາດຂອງຊາດ ດ້ວຍການປະກອບສ່ວນ ແລະ ການເສຍສະຫຼະຂອງລຸ້ນກ່ອນໃຫ້ແກ່ສັນຕິພາບ, ເອກະລາດ, ຄວາມສຸກ ແລະ ຄວາມຈະເລີນຮຸ່ງເຮືອງຂອງຊາດ.
ຍສໝ - ໃນຂອບເຂດການໄປປະຕິບັດງານຢູ່ ບຣາຊິນ, ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ນະຄອນ Rio de Janeiro, ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva. 2 ຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນ ຫວຽດນາມ - ບຣາຊິນ ເປັນຄູ່ຮ່ວມມືຍຸດທະສາດ.
ຍສໝ - ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ແມ່ນບ່ອນປະສົມປະສານຂອງຫຼາຍຊົນເຜົ່າດ້ວຍບັນດາສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ອຸດົມສົມບູນ. ຄວາມໃກ້ຊິດທາງດ້ານພູມສາດ ພ້ອມກັບພື້ນຖານວັດທະນະທຳ ແລະ ປະຫວັດສາດອັນຍາວນານໄດ້ສ້າງເປັນການພົວພັນແບບພິເສດລະຫວ່າງ 3 ປະເທດ, ໃນນັ້ນ ວັດທະນະທຳມີບົດບາດເປັນເຊືອກເຊື່ອມຕໍ່ຢ່າງແໜ້ນແຟ້ນ. ການພັດທະນາວັດທະນະທໍາຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ, ເພື່ອແນໃສ່ອະນຸລັກສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຊຸກຍູ້ການແລກປ່ຽນວັດທະນະທໍາ, ເຊື່ອມໂຍງໃນສະພາບການທີ່ທັນສະໄຫມ.
ຍສໝ - ຮູບແບບເເຮກສ່ຽວໝູ່ບ້ານຢູ່ເຂດຊາຍແດນ ຫວຽດນາມ - ລາວ ພວມກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບແບບຍືນຍົງລະຫວ່າງປະຊາຊົນສອງປະເທດ. ຢູ່ເຂດຊາຍແດນທີ່ຫ່າງໄກສອກຫຼີກນີ້, ປະຊາຊົນສອງປະເທດບໍ່ພຽງແຕ່ດຳລົງຊີວິດຮ່ວມກັນຢ່າງສັນຕິພາບເທົ່ານັ້ນ ຫາກຍັງສະໜັບສະໜູນເຊິ່ງກັນ ແລະ ກັນໃນທຸກສະພາບການ, ສ້າງຄວາມສາມັກຄີ, ຕິດພັນກັນຄືເປັນສາຍເລືອດດຽວກັນ.
ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາຈະຢ້ຽມຢາມມາເລເຊຍ, ທ່ານນາງ Cik Aida Safura Niza Othman ຮອງເອກອັກຄະລັດຖະທູດມາເລເຊຍ ປະຈໍາ ຫວຽດນາມໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມໝາຍ ແລະແງ່ຫວັງຂອງການຢ້ຽມຢາມ.
ຍສໝ - ຫວຽດນາມ ແມ່ນປະເທດສົ່ງອອກສິນຄ້ານຳໜ້າບັນດາຜະລິດຕະພັນຄື: ເຂົ້າ, ກາເຟ, ໝາກໄມ້ເຂດຮ້ອນ... ໃນຂະນະນັ້ນ, ມົງໂກລີ ແມ່ນມີຊື່ສຽງດ້ວຍບັນດາຜະລິດຕະພັນຊີ້ນງົວ, ຊີ້ນແກະ ແລະ ບັນດາຜະລິດຕະພັນຈາກນົມທີ່ມີຄຸນນະພາບສູງ. ນີ້ແມ່ນບັນດາຂົງເຂດທີ່ວິສາຫະກິດຂອງທັງສອງປະເທດບໍ່ພຽງແຕ່ສາມາດຊ່ວຍຊູເຊິ່ງກັນ ແລະ ກັນເທົ່ານັ້ນ, ຫາກຍັງຂຸດຄົ້ນເພື່ອຕອບສະໜອງຄວາມຕ້ອງການ ເຊິ່ງນັບມື້ນັບເພີ່ມຂຶ້ນຂອງຕະຫຼາດໂລກ.
ຍສໝ - ຄຽງຂ້າງການຊຸກຍູ້ຮ່ວມມືດ້ານການລົງທຶນ, ການຄ້າ, ການສຶກສາ..., ທັດສະນະຍຸດທະສາດຂອງ ຫວຽດນາມ ແມ່ນຊ່ວຍໃຫ້ ລາວ “ມີທະເລ, ທ່າເຮືອສະເພາະຂອງຕົນ”, ຖັດມາແມ່ນມີທາງລົດໄຟ, ທາງບົກ ເພື່ອເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດຢ່າງເອກະລາດ.
ຍສໝ - ສະຫາຍ ເລຮວ່າຍຈູງ ໃຫ້ຮູ້ວ່າ ການຢ້ຽມຢາມມາເລເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແມ່ນມີຄວາມໝາຍສຳຄັນທີ່ສຸດ, ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ, ໃນນັ້ນໃຫ້ບຸລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ.
ຍສໝ - ໃນຂອບເຂດກອງປະຊຸມສຸດຍອດ G20 ຢູ່ ບຣາຊິນ, ວັນທີ 19 ພະຈິກນີ້ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີ 7 ການພົບປະສອງຝ່າຍກັບບັນດາການນຳຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີ ແອັດສະປາຍ, ປາຣາກວາຍ, ການາດາ, ສິງກະໂປ, ສະຫະນະຄອນ ເອເມຣັດ ອາຮັບ (UAE), ວາຕິກັງ, ອົງການອະນາໄມໂລກ (WHO).
ຍສໝ - ລາວ ພວມຕັ້ງໜ້າຄົ້ນຄວ້າ ແລະ ພັດທະນາເສັ້ນທາງຄົມມະນາຄົມ ແລະ ເສັ້ນທາງລົດໄຟ ເພື່ອເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ໃນນັ້ນມີ ຫວຽດນາມ, ແນໃສ່ປະຕິບັດຍຸດທະສາດ ຫັນໃຫ້ລາວຈາກປະເທດບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທີ່ເຊື່ອມໂຍງເຂົ້າກັບການບໍລິການຄົມມະນາຄົມໃນພາກພື້ນ ແລະ ສາກົນ.
ຍສໝ - ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄົບຄະນະ ຄັ້ງທີ 12 ຂອງພັກ ICAPP ແລະວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອຄວາມໂອບອ້ອມອາລີ ແລະສັນຕິພາບ (IPTP) ໃນລະຫວ່າງວັນທີ 21-24 ພະຈິກ.
ຍສໝ - ຕອນເຊົ້າວັນທີ 19 ພະຈິກ, ຢູ່ດ່ານຊາຍແດນສາກົນ ລ້ອງເຊີບ (ຫຼັກໝາຍຊາຍແດນມີ 255), (ເມືອງ ມົກເຈົາ, ແຂວງ ເຊີນລາ) ໄດ້ຈັດພິທີປະກາດເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ, ແຂວງ ເຊີນລາ, ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ປ່າຮ່າງ, ແຂວງ ຫົວພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ນັບແຕ່ວັນທີ 15 – 19 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ 2 ເພື່ອນມິດສະວິດ ທີ່ພິເສດຢ່າງສົມກຽດຄື: ທ່ານ Olivier Parriaux ແລະ ທ່ານ Bernard Bachelard. ຫຼາຍກວ່າເຄິ່ງສະຕະວັດກ່ອນ (ປີ 1969), ພ້ອມກັບທ່ານ Noé Graff, ເຂົາເຈົ້າໄດ້ປະຕິບັດຢ່າງກ້າຫານ ແລະ ເປັນສັນຍາລັກຄື: ແຂວນທຸງຊາດຂອງກອງທັບປົດປ່ອຍພາກໃຕ້ ຫວຽດນາມ ຢູ່ເທິງຈອມຂອງ Notre Dame Cathedral Paris (ຝຣັ່ງ). ເຖິງວ່າທ່ານ Noé Graff ບໍ່ສາມາດເຂົ້າຮ່ວມການຢ້ຽມຢາມຍ້ອນເຫດຜົນດ້ານສຸຂະພາບກໍ່ຕາມ, ແຕ່ທ່ານ Olivier Parriaux ແລະ Bernard Bachelard ຍັງສືບຕໍ່ການເດີນທາງເພື່ອຕິດພັນການພົວພັນມິດຕະພາບກັບຫວຽດນາມ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍນີ້.
ຍສໝ - ດໍາເນີນແຕ່ວັນທີ 18 ຫາວັດທີ 25 ພະຈິກ, ການຝຶກຊ້ອມເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງກອງທັບ 3 ປະເທດ, ໜູນຊ່ວຍເຊິ່ງກັນ ແລະກັນໃນກໍລະນີເກີດໄພພິບັດທາງທໍາມະຊາດ, ຈໍາກັດຄວາມເສຍຫາຍທາງດ້ານຊີວິດ ແລະຊັບສິນ.