20 ປີອາສາສະໝັກຢູ່ປະເທດເພື່ອນມິດ ລາວ

07:35 | 19/06/2024

ຍສໝ - ນັກຮົບອາສາສະໝັກນະຄອນ ໂຮ່ຈີມິນ 168 ຄົນ ໄດ້ອອກເດີນທາງໄປສູ່ປະເທດ ລາວ ແລະ ເມືອງເກາະ ຝູກຸ່ຍ (ແຂວງ ບິ່ງທ້ວນ - ຫວຽດນາມ) ເພື່ອເລີ່ມຕົ້ນວັນອາສາສະໝັກລະດູແລ້ງ ປີ 2024.

ທີມ U.20 ຫວຽດນາມ ກະກຽມເດີນທາງໄປເຂົ້າຮ່ວມຮອບຄັດເລືອກ U.20 ອາຊີ
ທະນາຄານພັດທະນາອາຊີ ໄດ້ອະນຸມັດເງິນກູ້ມູນຄ່າ 20 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໃຫ້ ສປປ ລາວ ເພື່ອຕອບໂຕ້ການລະບາດ ພະຍາດ ໂຄວິດ-19
20 ປີອາສາສະໝັກຢູ່ປະເທດເພື່ອນມິດ ລາວ

ທ່ານ​ເລຂາ​​ຄະນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ໂງມິນ​ຫາຍ (ຊ້າຍ) ​ໄດ້ມອບຜ້າລາຍແຊກ ເພື່ອສົ່ງ​ບັນດາ​ນັກຮົບ​ອາສາ​ສະໝັກອອກເດີນທາງໄປປະຕິບັດໜ້າທີ່.

ໃນນັ້ນ ນັກຮົບ 120 ຄົນ ຈະໄປແຂວງ ຈໍາປາສັກ ແລະ ອັດຕະປື (ລາວ). ພິ​ເສດ ​​ປີ 2024 ​ແມ່ນ​ປີຂີດໝາຍ 20 ປີ​ທີ່​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ ​ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ລະດູ​ແລ້ງ ຢູ່ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ.

ທ່ານ ເຈືອງ​ເຕິ໋ນ​ງຽບ, ຫົວໜ້າຜູ້​ບັນ​ຊາ​ການບັນດາການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ​ລະດູແລ້ງຂອງ​ນະ​ຄອນ​ ໂຮ່​ຈິ​ມິນ ​ຢູ່​ ລາວ - ໄດ້ແຈ້ງຂໍ້ມູນກ່ຽວ​ກັບ​ຄະນະ​ນັກຮົບອາ​ສາ​ສະ​ໝັກ​ລະດູແລ້ງ​ໄປ ​ລາວ​ ແມ່ນ​ມີຄວາມໝາຍ​ພິ​ເສດ. ​ກຳລັງ​ປະກອບ​ມີ​ນັກຮົບ​ລະດູແລ້ງ​ສີຂຽວ 39 ຄົນ, ນັກຮົບ​ບັ້ນພັກແດງ 22 ຄົນ, ນັກຮົບ​​ສິລະ​ປິນ 24 ຄົນ ​ແລະ ນັກຮົບ​ສະມາຄົມ​ແພດ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ 35 ຄົນ. ໃນນັ້ນ, ມີທ່ານໝໍ 45 ຄົນ, ນັກຊ່ຽວຊານ - ຄູອາຈານ 5 ຄົນ ເຂົ້າຮ່ວມ.

​ໂດຍແກ່ຍາວຮອດ​ວັນ​ທີ 30 ມິຖຸນາ​, ຄະນະ​ອາສາ​ສະໝັກ​ລະດູ​ແລ້ງ​ນະຄອນ ​ໂຮ່ຈິ​ມິນ ຈະ​ຈັດຕັ້ງປະຕິບັດ​ບັນດາເນື້ອໃນ ​ແລະ ​ໂຄງການ​ຫຼາຍ​ຢ່າງ​ຢູ່​ ລາວ. ສຸມໃສ່ໜູນຊ່ວຍວຽກງານພັດທະນາການສຶກສາ, ບຳລຸງສ້າງວິຊາຊີບ ແລະ ແນະນຳການປະກອບອາຊີບ. ຄະນະ​ຈະ​ມອບ​ຄອມ​ພິວ​ເຕີ, ຕູ້​ປຶ້ມ, ທາ​ສີ​​ຫ້ອງ​ຮຽນ ​ແລະ ສອນ​ພາສາ​ ຫວຽດນາມ ​ໃຫ້​ນັກສຶກສາ ລາວ...

ພ້ອມ​ກັນ​ນັ້ນ, ກໍ່ຈະ​ຈັດ​​ການ​ກວດ​ພະຍາດ ​ແລະ ​ແຈກ​ຢາຍ​ຢາ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ພີ່ນ້ອງຊາວ​ ຫວຽດນາມ ອາ​ໄສ​ຢູ່​ ລາວ ​ແລະ ຊາວ​ ລາວ 4.500 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ໃຫ້​ຄຳ​ແນະນຳ​ດ້ານ​ສຸຂະພາບ, ພັດທະນາ​ສາທາລະນະສຸກ ແລະ ​ມອບ​ເຄື່ອງ​ຊ່ວຍ​ຫາຍໃຈ, ​ເຄື່ອງ​ວັດແທກ​ຄວາມ​ດັນ​ເລືອດ, ລົດເຂັນ ​ແລະ ລົດ​ລໍ້​ຍູ້ບັງກາ.

​ເນື່ອງ​ໃນ​ໂອກາດ​ນີ້, ໂຮງໝໍ​ Cho Ray (ນະຄອນ ​ໂຮ່ຈິ​ມິນ) ​ແລະ ໂຮງໝໍ​ແຂວງ​ ຈຳປາ​ສັກ (ລາວ) ຈະ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ສົມທົບ​ກັນ​ໜູນ​ຊ່ວຍດ້ານວິຊາສະເພາະ, ແນະນຳ ​ແລະ ເບິ່ງແຍງດູແລ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ.

ໜູນຊ່ວຍ​ການ​ພັດທະນາ​ກະສິກຳ ​ແລະ ການ​ກໍ່ສ້າງ​ຕົວ​ເມືອງ​ທີ່​ສີວິໄລ ກໍ່ແມ່ນບັນດາ​ເນື້ອ​ໃນ​ທີ່ເປັນມູນເຊື້ອ ​ແລະ ສຳຄັນ​ຂອງ​ການເຄື່ອນໄຫວອາສາ​ສະໝັກ​ໃນ​ແຕ່ລະ​ປີ​ຢູ່​ ລາວ.

ນັກຮົບອາສາສະໝັກນະຄອນ ໂຮ່ຈີມິນ ຈະມອບແນວພັນປູກ, ຕິດຕັ້ງນ້ຳດື່ມໂດຍກົງ, ຈັກສູບນ້ຳການກະເສດທີ່ມີຄວາມສະມັດຕະພາບສູງ, ມອບ ແລະ ຕິດຕັ້ງພັດລົມ, ດອກໄຟໃຊ້ພະລັງງານແສງຕາເວັນໃຫ້ປະຊາຊົນ. ພິ​ເສດ​, ຈະ​ໄດ້​ມີ​ບ້ານ​ມິດຕະພາບ​ຊາວ​ໜຸ່ມ ຫວຽດນາມ - ລາວ 3 ​ຫຼັງ ​ແລະ ຂອງຂວັນ 450 ພູດ ​ເພື່ອ​ມອບ​ໃຫ້​ພີ່ນ້ອງຊາວ​ ຫວຽດນາມ ອາ​ໄສ​ຢູ່​ ລາວ ​ແລະ ຜູ້ດ້ອຍ​ໂອກາດ​ຢູ່ ​ລາວ.

ທ່ານ​ເລຂາຄະນະ​​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈິ​ມິນ ໂງມິນ​ຫາຍ ​ໄດ້​ເຂົ້າ​ຮ່ວມ​ພິທີອອກເຄື່ອນທັບ ​ແລະ ​ໃຫ້​ກຳລັງ​ໃຈ​ບັນດາ​ນັກຮົບ​ກ່ອນການ​ອອກ​ເດີນທາງ. ທ່ານ ​ຫາຍ ​ໄດ້​ມອບໝາຍ​ວ່າ, ນັກຮົບແຕ່ລະ​ຄົນ​ບໍ່​ວ່າ​ຈະ​ເຂົ້າ​ຮ່ວມແນວຮົບ​ອາສາສະໝັກໃດ​ກໍຕາມ ກໍ່ລ້ວນແຕ່​ຕ້ອງ​ມີຄວາມມານະ​ພະຍາຍາມ​ຢ່າງສຸດອົກສຸດໃຈ ເພື່ອ​ໃຫ້​ສຳ​ເລັດບັນດາ​ເນື້ອ​ໃນ​ ແລະ​ ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ກ່ອນການອອກເດີນທາງ.

ທ່ານ​ ຫາຍ ​ໄດ້ຝາກຄຳເຕືອນ​ວ່າ ນັກຮົບ​ແຕ່ລະຄົນ​ຕ້ອງ​ໄດ້​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ “ຄວາມ​ປອດ​ໄພ” ຂອງ​ໃຫ້ແກ່ຕົນ​ໃນ​ຂະ​ບວນການ​ເຂົ້າ​ຮ່ວມ​ການເຄື່ອນໄຫວອາສາ​ສະໝັກ. ພິເສດ ນີ້​ແມ່ນ​ໄລຍະ​ທີ່​ມີ​ຄວາມ​ຮ້ອນ​ແຮງ​ຢູ່​ແຂວງ ບິ່ງ​ທ້ວນ ​ແລະ ລາວ, ດັ່ງ​ນັ້ນ​ ຕ້ອງ​ເອົາ​ໃຈ​ໃສ່​ຮັກສາ​ສຸຂະພາບ​. "ພວກ​ເຮົາ​ຈະ​ໄປ​ສູ່​ດິນ​ແດນ​ແຫ່ງໃໝ່, ຄົ້ນ​ພົບ​ສິ່ງ​ໃໝ່​ຫຼາຍ​ຢ່າງ, ​ແຕ່​ວ່າແຕ່ລະຄົນ​ຕ້ອງ​ຫຼຸດ​ຜ່ອນວຽກ​ສ່ວນ​ຕົວ, ຮັກສາ​ລະບຽບ​ວິ​ໄນ ​ແລະ ສຸມ​ໃສ່​ເຮັດ​ໃຫ້​ສຳ​ເລັດໜ້າທີ່, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຕົນ".

​ໃນໄລຍະແຕ່ ປີ 2020-2030 ສປປ ລາວ  ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ ​ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສາມາດສົ່ງອອກໄຟຟ້າ ປະມານ 20.000 ເມກາວັດ

ໃນໄລຍະແຕ່ ປີ 2020-2030 ສປປ ລາວ ຈະສົ່ງອອກໄຟຟ້າ ໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ ແລະ ສິງກາໂປ ເພີ່ມຂຶ້ນປະມານ 20.000 ...

ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ ສປປ ລາວ ມີຕະຫລາດໄຟຟ້າຕ່າງປະເທດຮອງຮັບ ຫລາຍກວ່າ 20.000 ເມກາວັດ

ສປປ ລາວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ຊື້-ຂາຍໄຟຟ້າໃຫ້ກັບ 4 ປະເທດເພື່ອນບ້ານ ມີ ກຳປູເຈຍ, ໄທ, ຫວຽດນາມ ແລະ ມຽນມາ ຫລາຍກວ່າ 20.000 ເມກາວັດ, ໃນນັ້ນ ໄດ້ສົ່ງອອກແລ້ວ ຫລາຍກວ່າ 6.000 ເມກາວັດ.

ມິງດຶກ

ເຫດການ
302 Found

Found

The document has moved here.