ຍສໝ - ສຳນັກຂ່າວສານແຖວໜ້າຈີນ ໃນຂົງເຂດການເງິນ - ເສດຖະກິດ YICAI ຫາກໍ່ລົງບົດຂຽນຂອງນັກຮຽນຮູ້ Zhang Rui ສາດສະດາຈານ ເສດຖະສາດ, ຜູ້ອຳນວຍການສະມາຄົມຄົ້ນຄ້ວາຕະຫຼາດ ຈີນ ດ້ວຍຫົວຂໍ້ “GDP ການເຕີບໂຕສູງກ່ວາ 8%, ກຳລັງໜູນຂອງພື້ນຖານເສດຖະກິດ ຫວຽດນາມ ແມ່ນຫຍັງ”
ຍສໝ - ທ່ານລັດຖະມົນຕີ ການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ ອາເມລິກາ ປະຕິບັດບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂດຍໄວ
ຍສໝ - ທ່ານ ປ.ອ ຟ້າມດຶກມິງ ກໍ່ຕີລາຄາວ່າການຢ້ຽມຢາມບັນລຸໄດ້ໝາກຜົນທີ່ແທດຈິງທີ່ສຸດ, ໃນນັ້ນນຳມາເຊິ່ງກຳລັງໜູນພັດທະນາ ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ - ເຊິ່ງແມ່ນສອງຂະແໜງປາຍແຫຼມຂອງພື້ນຖານເສດຖະກິດ ຫວຽດນາມ ໃນໄລຍະຈະມາເຖິງ.
ຍສໝ - ໄລ່ຮອດເວລາ 9 ໂມງຂອງວັນທີ 13 ກຸມພາ (ຕາມເວລາ ຫວຽດນາມ), ກຳລັງກູ້ໄພກູ້ຊີບ ຫວຽດນາມ ໄດ້ສົມທົບກັບບັນດາອົງການກູ້ໄພກູ້ຊີບສາກົນ ຊອກຫາ ແລະ ນຳເຜົ້າຊາກຜູ້ປະສົບເຄາະຮ້າຍຄົນ ສົບອອກຈາກສະຖານທີ່ເກີດເຫດ.
ຍສໝ - ທ່ານ ປ.ອ Vannarith Chheang ໃຫ້ຮູ້ວ່າ ສິງກະໂປແມ່ນປະເທດເກາະນ້ອຍ, ໃນຂະນະນັ້ນ ຫວຽດນາມ ແມ່ນປະເທດ ລະດັບກາງ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ບໍ່ໄດ້ຖະແຫຼງວ່າແມ່ນ ປະເທດລະດັບກາງ, ແຕ່ດ້ວຍທີ່ຕັ້ງຍຸດທະສາດ, ພູມີສາດເສດຖະກິດຂອງຕົນ, ອາດຈັດເອົາ ຫວຽດນາມ ເຂົ້າເປັນປະເທດ ລະດັບກາງ ໂດຍໄດ້ຮັບຄວາມສົນໃຈຈາກຫຼາຍປະເທດມະຫາອຳນາດ.
ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ທ່ານ Hun sen ຈະມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ…
ຍສໝ - ທ່ານຮອງສາດສະດາຈານຖືວ່າ ສິງກະໂປມີຄວາມປະທັບໃຈຕໍ່ຍຸດທະສາດຂອງຫວຽດນາມ ກ່ຽວກັບພະລັງງານສີຂຽວ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານກໍ່ຄືເປົ້າໝາຍຫຼຸດການປ່ອຍທາດພິດລົງ 0 ໃນປີ 2050.
ຍສໝ - ຕອນຄ່ຳວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ສະຖານທູດສາທາລະນະລັດອິດສະລາມ ອີຣານ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 44 ປີແຫ່ງວັນຊາດອີຣານ (11/2/1979-11/2/2023) ແລະ ຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອີຣານ ແລະ ຫວຽດນາມ (4/8/1973 – 4/8/2023).
ຍສໝ - ທ່ານ Tow Heng Tan, ຮອງປະທານສະພາບໍລິຫານ, ຜູ້ອຳນວຍການ ບໍລິສັດ Sembcorp Industries ສະໜອງມາດຕະການຫັນປ່ຽນພະລັງງານ ແລະ ພັດທະນາຕົວເມືອງໃນທົ່ວໂລກ, ໂດຍໃຫ້ຮູ້ວ່າ ກຸ່ມບໍລິສັດມີແຜນການເປີດ ເຂດອຸດສາຫະກຳ ຫວຽດນາມ - ສິງກະໂປ (VSIP) ຕື່ມອີກ ຢູ່ແຂວງ ລ້າງເຊີນ, ເງະອານ.
ຍສໝ - ການເຂົ້າຮ່ວມຂອງຄະນະປະຕິບັດງານກູ້ໄພກູ້ຊີບຂອງກະຊວງຕຳຫຼວດຫວຽດນາມ ຢູ່ຕວັກກີຈະປະກອບສ່ວນ, ແບ່ງປັນສ່ວນໜຶ່ງກຳລັງຂອງ ຫວຽດນາມ ກັບປະຊາຊົນຕວັກກີ ພ້ອມທັງສະແດງຄຳໝັ້ນສັນຍາທາງການເມືອງຂອງພັກ ແລະ ລັດຕໍ່ບົດບາດແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື, ພັດທະນາໃນພາກພື້ນ ແລະ ໂລກ
ຍສໝ - ລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ ການຮ່ວມມືກັບ ຫວຽດນາມ ແມ່ນຈຳເປັນເພື່ອສະໜອງສິນຄ້າສາທາລະະນະທີ່ມີລັກສະນະທົ່ວໂລກ ແລະ ແກ້ໄຂບັນດາບັນຫາທົ່ວໂລກໃນອະນາຄົດ, ຍົກຕົວຢ່າງຄືການປ່ຽນແປງຂອງດິນຟ້າອາກາດ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟືອກຢຸງ ໄດ້ເນັ້ນໜັກໃນເວລາຕອບສຳພາດ ຕໍ່ນັກຂ່າວ ຈາກສຳນັກຂ່າວສານຫວຽດນາມ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ສິງກະໂປ ນັບແຕ່ວັນທີ 8 ເຖິງ ວັນທີ 10 ກຸມພາ 2023 ຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ຍສໝ - ການຢ້ຽມຢາມສິງກະໂປ ແລະ ບຣູໄນ ດາຣູຊາລາມ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນການເດີນທາງຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ໄປຍັງສິງກະໂປ ພາຍຫຼັງ 5 ປີ ແລະ ໄປ ບຣູໄນ ພາຍຫຼັງ 15ປີ.
ດ້ວຍຖານະສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້ເພື່ອແນໃສ່ປະກອບສ່ວນເພີ່ມທະວີນ້ຳໃຈສາມັກຄີເປັນເອກະພາບ, ເຫັນດີເຫັນພ້ອມໃນ ອາຊຽນ, ຜ່ານນັ້ນຍົກສູງທີ່ຕັ້ງ, ຖານະບົດບາດຂອງ ຫວຽດນາມ ໃນ ອາຊຽນ ແລະ ເວທີປາໄສສາກົນ.
ຍສໝ -ຜູ້ວ່າການ Hattori Seitaro ມີຄວາມສົນໃຈພິເສດຕໍ່ໂຄງການເວທີປາໄສບັນດາວິສາຫະກິດ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນທົ່ວໂລກ ຄັ້ງທີ 2 ຢູ່ Fukuoka.
ຍສໝ - ເນື່ອງໃນໂອກາດ 73 ປີແຫ່ງວັນ ສປປ.ເກົາຫຼີ ແລະ ຫວຽດນາມ ສ້າງຕັ້ງການພົວພັນທາງການທູດ (31 ມັງກອນ ປີ 1950 – 31 ມັງກອນ 2023), ວັນທີ 1 ກຸມພາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ອອກບົດຂຽນເຊີດຊູການພົວພັນທີີ່ບໍ່ມີການປ່ຽນແປງຜ່ານວັນເວລາ.
ຍສໝ - ວັນທີ 31 ມັງກອນ, ສະຖານກົງສູນໃຫຍ່ ຍີ່ປຸ່ນ ປະຈຳດ່ານັ້ງ ແລະ ອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ໄດ້ມອບຮັບວັດຖຸອຸປະກອນການແພດ ທີ່ຈຳເປັນໃຫ້ແກ່ແຂວງກ໋ວາງຈິ ເພື່ອແນໃສ່ໜູນຊ່ວຍບັນດາພະນັກງານແນວໜ້າເຂດຊາຍແດນ, ຮັບປະກັນວິວັດການເປີດປະຕູຊາຍແດນສາກົນຂອງຫວຽດນາມ ໃຫ້ມີການດຳເນີນຢ່າງປອດໄພ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 93 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930-3/2/2023), ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ໄດ້ສົ່ງໂທລະເລກອວຍພອນໄປຍັງຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ.
ຍສໝ - ວັນທີ 1 ກຸມພາ, ທີ່ສຳນັກງານຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Dennis Francis, ຫົວໜ້າຄະນະຜູ້ຕາງໜ້າ Trinidad & Tobago ປະຈຳ ສປຊ ໄດ້ເຊັນ “ແຈ້ງການຮ່ວມວ່າດ້ວຍການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ປະເທດ ສສ.ຫວຽດນາມ ແລະ ສ. Trinidad & Tobago”.
ຍສໝ - ທ່ານເອກອັກຄະລັດຖະທູດ ເລວຽດຢວຽນ ເນັ້ນໜັກວ່າ ນະໂຍບາຍການພົວພັນຕ່າງປະເທດຂອງ ຫວຽດນາມ ໄດ້ປະກອບສ່ວນສ້າງເງື່ອນໄຂສະດວກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ.