ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ

16:00 | 14/02/2023

ຍ​ສ​ໝ - ​ທ່ານ ປ.ອ ຟ້າມ​ດຶກ​ມິງ ກໍ່​ຕີ​ລາ​ຄາ​ວ່າ​ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ແທດ​ຈິງ​ທີ່​ສຸດ, ໃນ​ນັ້ນ​ນຳ​ມາ​ເຊິ່ງ​ກຳ​ລັງ​ໜູນ​ພັດ​ທະ​ນາ ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ - ເຊິ່ງ​ແມ່ນ​ສອງ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ອັນ​ແທດ​ຈິງ​ໃຫ້​ທັງ 2 ຝ່າຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີິຊຽນຫຼົງ (ພາບ: TTXVN)

ຕາມ​ທ່ານ ປ.ອ ຟ້າມ​ດຶກ​ມິງ, ສັງກັດອົງການວິທະຍາສາດ, ເຕັກໂນໂລຊີ ແລະ ຄົ້ນຄວ້າຂອງລັດຖະບານ ສິງກະໂປ ແລ້ວ, ການ​ຢ້ຽມ​ຢາມ​ມີ​ລັກ​ສະ​ນະ​ເປີດ​ສາກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ສອງ​ປະ​ເທດ.

ຕີລາຄາກ່ຽວກັບການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ນັບແຕ່ວັນທີ 8 ເຖິງ 10 ກຸມພາ, ທ່ານ ປ.ອ ຟ້າມດຶກມິງ ສັງກັດອົງການວິທະຍາສາດ, ເຕັກໂນໂລຊີ ແລະ ຄົ້ນຄວ້າຂອງລັດຖະບານ ສິງກະໂປ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍ, ໂດຍສະເພາະການຮ່ວມມືດ້ານເສດຖະກິດ ໃນສະພາບການທີ່ທົ່ວໂລກມີຄວາມຜັນແປຫຼາຍຢ່າງໃນໄລຍະມໍ່ໆມານີ້.

ເມື່ອແລກປ່ຽນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ, ທ່ານ ປ.ອ ຟ້າມດຶກມິງ ໄດ້ຊີ້ແຈ້ງວ່າ ການຢ່ຽມຢາມໄດ້ເປີດສາກໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ສິງກະໂປ ຄົບຮອບ 50 ປີ. ການຢ້ຽມຢາມກໍ່ໄດ້ປະກອບສ່ວນປັບປຸງ, ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບບັນດາປະເທດ ອາຊຽນ ແລະ ສະແດງໃຫ້ເຫັນບົດບາດ, ຖານະບົດບາດຂອງ ຫວຽດນາມ ທີ່ກໍາລັງສູງຂຶ້ນໃນພາກພື້ນ.

​ທ່ານ ປ.ອ ຟ້າມ​ດຶກ​ມິງ ກໍ່​ຕີ​ລາ​ຄາ​ວ່າ​ການ​ຢ້ຽມ​ຢາມ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ແທດ​ຈິງ​ທີ່​ສຸດ, ໃນ​ນັ້ນ​ນຳ​ມາ​ເຊິ່ງ​ກຳ​ລັງ​ໜູນ​ພັດ​ທະ​ນາ ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ສີ​ຂຽວ - ເຊິ່ງ​ແມ່ນ​ສອງ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

302 Found

Found

The document has moved here.