ຜູ້ຮັກສາການປະທານປະເທດມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳຕ່າງປະເທດ 15 ທ່ານ

19:33 | 25/02/2023

ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກກັບບັນດາອົງການຕາງໜ້າການຄ້າ ຫວຽດນາມ ປະຈຳຕ່າງປະເທດ
ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ ທ່ານ​ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຫງວຽນ​ຮົ່ງ​ຢຽນ ​ໄດ້​ເຂົ້າຢ້ຽມຂໍ່ານັບ​ທ່ານ​ນາຍົກລັດຖະມົນຕີ ລາວ
ເອກອັກຄະລັດຖະທູດ 15 ຄົນທີ່ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງ, ອາຍຸການ 2023 - 2026 (ພາບ:VOV)
ເອກອັກຄະລັດຖະທູດ 15 ຄົນທີ່ໄດ້ຮັບຂໍ້ຕົກລົງແຕ່ງຕັ້ງ, ອາຍຸການ 2023 - 2026 (ພາບ:VOV)

ຕອນເຊົ້າວັນທີ 24 ກຸມພາ, ທີ່ທຳນຽບປະທານປະເທດ, ທ່ານນາງ ຫວໍທິແອັງຊວນ, ຜູ້ຮັກສາການປະທານປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ໄດ້ປະຈຳຢູ່ຕ່າງປະເທດ ອາຍຸການ 2023 – 2026 ໃຫ້ແກ່ພະນັກງານການທູດ 15 ທ່ານ. ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.

ຊົມເຊີຍບັນດາເອກອັກຄະລັດຖະທູດທີ່ ໄດ້ຮັບໜ້າທີ່ໃນຄັ້ງນີ້, ທ່ານນາງຜູ້ຮັກສາການປະທານປະເທດ ຫວໍທິແອັງຊວນ ໄດ້ເນັ້ນໜັກວ່າ: ອາຍຸການຂອງບັນດາເອກອັກຄະລັດຖະທູດ ກົງກັບໄລຍະເວລາສຳຄັນໃນວິວັດການແຫ່ງການພັດທະນາປະເທດຊາດ, ແມ່ນໄລຍະຂັບຂັນມີລັກສະນະຕັດສິນ ເພື່ອປະຕິບັດບັນດາຄາດໝາຍຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2025 ຢ່າງມີໄຊ. ໃນຂະນະທີ່, ສະພາບການໂລກ, ພາກພື້ນມີການຜັນແປສັບສົນ, ກະທົບເຖິງດ້ານຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຊາດຢ່າງແຮງ, ວາງອອກບັນດາຄຳຮຽກຮ້ອງຕ້ອງການນັບມື້ນັບແທດຈິງ ແລະ ໜັກໜ່ວງກ່ວາຕໍ່ວຽກງານການພົວພັນຕ່າງປະເທດນັ້ນ, ດັ່ງນັ້ນ, ໜ້າທີ່ຂອງບັນດາເອກອັກຄະລັດຖະທູດແມ່ນໜັກໜ່ວງທີ່ສຸດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.