ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ

08:21 | 28/02/2023

ຍ​ສ​ໝ ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ​ກໍ່​ຫວັງ​ວ່າ ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ຍາວ​ນານ​ໃຫ້ ຫວຽດ​ນາມ, ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມໂດຍ​ໄວ.

ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ
ຍົກ​ສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະ​ສົບເຄາະ​ຮ້າຍ​ຈາກ​ລະເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ ຍົກ​ສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະ​ສົບເຄາະ​ຮ້າຍ​ຈາກ​ລະເບີດ, ໝາກ​ໝິ່ນ, ວັດ​ຖຸ​ລະ​ເບີດ

ຕອນບ່າຍວັນທີ 27 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ ແລະ ທາດພິດເຄມີພາຍຫຼັງສົງຄາມ (ຄະນະຊີ້ນຳ 701), ໄດ້ເຮັດວຽກກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper ກ່ຽວກັບບັນຫາຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມ.

ຢູ່ທີ່ນີ້, ທ່ານພົນໂທ ຮ່ວາງຊວັນຈຽນ ສະເໜີໃຫ້ຝ່າຍ ອາເມລິກາ ສືບຕໍ່ປະຕິບັດບັນດາເນື້ອໃນທີ່ໄດ້ໃຫ້ຄຳໝັ້ນ

ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມ

ທ່ານພົນໂທ ຮ່ວາງຊວັນຈຽນ ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E.Knapper

ສັນຍາໜູນຊ່ວຍ, ໃນນັ້ນມີເລື່ອງຍູ້ໄວການສ້າງສະໜາມຝຶກຊ້ອມຕາມມາດຕະຖານການກະທຳກ່ຽວກັບໝາກມິນສາກົນ. ຫວຽດນາມ ປາດຖະໜາວ່າ ອາເມລິກາ ຈະບຸລິມະສິດອຸປະຖຳໂດຍກົງໃຫ້ບັນດາຄູ່ຮ່ວມມື ຫວຽດນາມ ແລະ ບັນດາອົງການຈັດຕັ້ງສາກົນທີ່ມີກຳລັງຄວາມສາມາດ, ມີອິດທິພົນຊື່ສຽງເຄື່ອນໄຫວຢູ່ ຫວຽດນາມ; ເປີດກວ້າງຂອບເຂດໜູນຊ່ວຍໄປຍັງບໍລິເວນຕ່າງໆທີ່ຖືກມົນລະພິດຈາກລະເບີດໝາກມິນ, ວັດຖຸລະເບີດ… ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ​ກໍ່​ຫວັງ​ວ່າ ອາ​ເມ​ລິ​ກາ​ສືບ​ຕໍ່​ສະ​ຫງວນ​ບຸ​ລິ​ມະ​ສິດ, ໜູນ​ຊ່ວຍ​ຍາວ​ນານ​ໃຫ້ ຫວຽດ​ນາມ, ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລະເບີດໝາກມິນພາຍຫຼັງສົງຄາມໂດຍ​ໄວ.

ສ່ວນທ່ານເອກອັກຄະລັດຖະທູດ Marc E.Knapper ຢືນຢັນ ນັບແຕ່ປີ 2013, ພາຍຫຼັງທີ່ 2 ປະເທດລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການໜູນຊ່ວຍວຽກງານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນ, ອາເມລິກາ ໄດ້ມານະພະຍາຍາມປະຕິບັດຄຳໝັ້ນສັນຍາເປັນຢ່າງດີ, ຍູ້ແຮງການອຸປະຖຳລວມທັງໂດຍກົງ ແລະ ທາງອ້ອມ ຜ່ານບັນດາອົງການຈັດຕັ້ງສາກົນ, ບໍ່ຂຶ້ນກັບລັດຖະບານ. ອາເມລິກາ ກໍ່ຕັ້ງໜ້າເຊື່ອມຕໍ່, ຮຽກຮ້ອງໃຫ້ປະຊາຄົມສາກົນ, ອົງການຈັດຕັ້ງຮ່ວມແຮງຮ່ວມໃຈໜູນຊ່ວຍ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດໝາກມິນພາຍຫຼັງສົງຄາມ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.