ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນ ກອນຕູມ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໂດຍສະຫາຍພັນເອກ ເລກວກຫວຽດ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.
ຍສໝ - ທ່ານຮອງລັດຖະມົນຕີ ເຈິ່ນກວກເຟືອງ ຕີລາຄາສູງຕໍ່ການປະກອບສ່ວນທີ່ສຳຄັນ, ມີປະສິດທິຜົນຂອງສະຫາຍເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ຍສໝ - ເມືອງວັງວຽງ ແມ່ນຈຸດໝາຍປາຍທາງໜຶ່ງສໍາຄັນທີ່ສຸດສໍາລັບ ນັກທ່ອງທ່ຽວສ່ວນໃຫຍ່ມາຢ້ຽມ ຢາມ ສປປ ລາວ ບໍ່ສາມາດ ປັດຕິເສດໄດ້ ແລະ ຕ້ອງໄດ້ມາແວ່ສໍາ ຜັດ, ໂດຍທຸກໆປີສະເລ່ຍມີນັກທ່ອງ ທ່ຽວເຂົ້າມາເມືອງວັງວຽງບໍ່ຕໍ່າ ກວ່າ 3 ແສນຄົນ ເຊິ່ງບໍ່ພຽງໄດ້ປະ ກອບສ່ວນພັດທະນາເສດຖະກິດ- ສັງຄົມ ເທົ່ານັ້ນຫາກຍັງສ້າງວຽກ ເຮັດງານທໍາໃຫ້ຄົນພາຍໃນທ້ອງ ຖິ່ນຢ່າງຫລວງຫລາຍ.
ຍສໝ - ເງະອານ ແມ່ນແຂວງທໍາອິດທີ່ຮັບບໍາລຸງສ້າງໃນຫຼັກສູດການສຶກສາຊັ້ນມັດທະຍົມຕອນປາຍໃຫ້ແກ່ນັກຮຽນບັນດາແຂວງຂອງ ສປປ ລາວ, ເລີ່ມແຕ່ສົກຮຽນ 2023-2024.
ຍສໝ - ວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ພະແນກສຶກສາທິການ ແລະ ກີລາຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ລາວ) ໄປຢ້ຽມຢາມ ແລະ ເຮັດວຽກໃນຫຼາຍບັນຫາ, ເປັນຕົ້ນແມ່ນສືບຕໍ່ຊຸກຍູ້, ເພີ່ມທະວີ, ສົມທົບກັນໃນວຽກງານສຶກສາ.
ໂດຍປະຕິບັດການຮ່ວມມື, ການພົວພັນຕ່າງປະເທດເຂດຊາຍແດນ, ຫຼາຍປີຜ່ານມາ, ກອງບັນຊາການ ແລະບັນດາກົມກອງທະຫານຊາຍແດນແຂວງຮ່າຕິ້ງ ໄດ້ຮັກສາສາຍສຳພັນ, ການພົວພັນທີ່ສະໜິດສະໜົມກັບບັນດາກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ, ໂດຍສະເພາະແມ່ນ 2 ແຂວງທີ່ມີຊາຍແດນຕິດຈອດກັນ ນັ້ນແມ່ນບໍລິຄໍາໄຊ ແລະຄໍາມ່ວນ.
ຍສໝ - ນາຍົກລັດຖະມົນຕີລາວ ຢືນຢັນວ່າ ໃນສະພາບການທີ່ຄວາມຕ້ອງການດິນທີ່ຫາຍາກໃນຕະຫຼາດໂລກເພີ່ມຂຶ້ນ, ລັດຖະບານຕ້ອງຮັບປະກັນໃຫ້ລາວໄດ້ຮັບຜົນປະໂຫຍດຢ່າງເຕັມທີ່ຈາກການຂຸດຄົ້ນບໍ່ແຮ່ດິນທີ່ຫາຍາກ.
ຍສໝ - ໂຄງການລະບົບສາຍ 500kV ມອນຊອນ - ເເທກໝິ່ ທີ່ໄດ້ນາຍົກລັດຖະມົນຕີລັດຖະບານຕົກລົງຮັບຮອງດ້ວຍນະໂຍບາຍນໍາເຂົ້າໄຟຟ້າ ແລະ ແຜນງານເຊື່ອມຕໍ່ເຂົ້າໂຮງງານໄຟຟ້າພະລັງງານລົມມໍລະສຸມ (ລາວ). ເມື່ອສ້າງສຳເລັດ ແລະ ໃຫ້ເຂົ້າເຄື່ອງຈັກແລ້ວຈະສາມາດສົ່ງໄຟຟ້າໄດ້ສູງສຸດປະມານ 2,500 MW.
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IX (ປີ2011), ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ຕາມທິດສັງຄົມນິຍົມນັບມື້ສົມບູນແບບຂຶ້ນກວ່າເກົ່າ. ຮອດກອງປະຊຸມໃຫຍ່ຄັ້ງທີ XI, ພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດ 6 ເປົ້າໝາຍໃຫຍ່ໃນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2021-2025. ຈາກນັ້ນ ໃນສະພາບຂອງເສດຖະກິດໂລກ ແລະ ພາຍໃນປະເທດໄດ້ມີການຜັນແປ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວົງກ້ວາງ, ລັດຖະບານລາວໄດ້ສ້າງ ແລະ ປະຕິບັດຫຼາຍນະໂຍບາຍເພື່ອພັດທະນາປະເທດຊາດ, ພິເສດແມ່ນແຜນການພັດທະນາເສດຖະກິດ - ສັງຄົມໃນໄລຍະປີ 2021-2025. ບັນດາແຜນນະໂຍບາຍ ແລະ ນະໂຍບາຍດັ່ງກ່າວ, ເມື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ກໍ່ສາມາດບັນລຸໄດ້ຜົນສຳເລັດຢ່າງສະຫງ່າງາມ.
ຍສໝ - ປະຕິບັດແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ, ແຕ່ວັນທີ 29 – 30 ກັນຍາ, ຄະນະຜູ້ແທນນາຍພົນໜັງສືພິມກອງທັບປະຊາຊົນລາວ ພວມຝຶກອົບຮົມທັກສະການຂ່າວຢູ່ຫວຽດນາມ ນຳໂດຍທ່ານພົນໂທ ຄອນສະຫວັນ ໄຊຍະລາດ (ຂອນ. - ສະຫວັນ ໄຊຍະລາດ, ຮອງບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນລາວ, ທັງເປັນຫົວໜ້າຄະນະ, ໄດ້ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນວຽກງານວິຊາສະເພາະກັບພະນັກງານ-ນັກຮົບ, ນັກຂ່າວໜັງສືພິມທະຫານເຂດ 1.
ຍສໝ - ໃນໄລຍະບຸນອອກພັນສາ ປະວໍລະນາ ປີນີ້ ຢູ່ຕາມວັດວາອາຮາມຕ່າງໆ ກໍໄດ້ມີການປະດັບປະດາ ດ້ວຍໂຄມໄຟປະເພດຕ່າງໆ ເຊິ່ງໂຄມໄຟສ່ວນຫລາຍ ແມ່ນເຮັດຂຶ້ນຈາກໄມ້
ຍສໝ - ເມື່ອບໍ່ດົນມານີ້, ຢູ່ເມືອງ ເຕືອງເຢືອງ ໄດ້ຈັດຕັ້ງພິທີເປີດຊຸດຮຽນບຳລຸງສ້າງພາສາ ໄທ ແລະ ລາວ ແລະ ອັກສອນໃຫ້ນັກຮຽນ 75 ຄົນ ເຊິ່ງເປັນພະນັກງານ, ລັດຖະກອນ ແລະ ກຳລັງປະກອບອາວຸດທີ່ເຮັດວຽກຢູ່ເມືອງນີ້.
Mới đây, tại huyện Tương Dương (Nghệ An) đã tổ chức buổi Khai giảng lớp học Bồi dưỡng tiếng nói, chữ viết dân tộc Thái và Lào cho 75 học viên là cán bộ công chức, viên chức và lực lượng vũ trang đang công tác tại địa bàn huyện này.
ຍສໝ - ໃນໂອກາດ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ແຂວງອຸດົມໄຊ ໂດຍມີທ່ານເຈົ້າແຂວງອຸດົມໄຊເຂົ້າຮ່ວມ.
ຍສໝ - ໃນວັນທີ 2 ຕຸລາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນເອກ ວົງປີເຊນ ຜູ້ບັນຊາການທະຫານ ສູງສຸດກອງທັບ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 1-4 ຕຸລານີ້.
ຍສໝ - ນັກທ່ອງທ່ຽວເດີນທາງຜ່ານເສັ້ນທາງລົດໄຟລາວ-ຈີນເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສ່ວນໃຫຍ່ ມີຈຸດໝາຍປາຍ ທາງແວ່ຢ້ຽມຢາມເມືອງມໍລະດົກໂລກ ຂະນະທີ່ອໍານາດການປົກຄອງແຂວງ ຫລວງພະບາງຕັ້ງເປົ້າຈະດຶງດູດນັກທ່ອງ ທ່ຽວ ໃຫ້ໄດ້ 1 ລ້ານກວ່າຄົນ ໃນປີ 2023 ແລະ ຈະໃຫ້ໄດ້ 2 ລ້ານຄົນ ໃນປີ 2025.
ຍສໝ - ບົນພື້ນຖານຄວາມສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ປະຊາຊົນບ້ານ ລາວໂຄ 1, ຕາແສງ ອຽນເຈົາ, ແຂວງ ເຊີນລາ ໄດ້ຮ່ວມໃຈກັນເພີ່ມພູນຄູນສ້າງ ເພື່ອເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຟາກຊາຍແດນໃຫ້ນັບມືນັບຮັດແຫນ້ນ ແລະ ໝັ້ນຄົງ. ເພື່ອຮູ້ເພີ່ມເຕີມກ່ຽວກັບສາຍພົວພັນອັນສະໜິດສະໜົມ, ຄວາມສາມັກຄີ, ຄວາມຊື່ສັດບໍລິສຸດລະຫວ່າງປະຊາຊົນບ້ານລາວໂຄ 1 ກັບປະຊາຊົນລາວ, ພວກເຮົາໄດ້ສຳພາດກັບ ສະຫາຍ ຈາງ ລາວ ມິ່ງ, ເລຂາໜ່ວຍພັກ ທັງເປັນນາຍບ້ານລາວໂຄ 1.
ຍສໝ - ຕອນເຊົ້າວັນທີ 29 ກັນຍາ, ຢູ່ສູນການສຶກສາຕໍ່ເນື່ອງແຂວງ ໄດ້ຈັດຕັ້ງພິທີສະຫຼຸບຊຸດຮຽນພາສາຫວຽດນາມ ສຳລັບນັກສຶກສາລາວ ສົກຮຽນ 2022 – 2023.
ຍສໝ - ໃນຂອບເຂດການຢ້ຽມຢາມລາວໃນວັນທີ 29 ກັນຍານີ້, ຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ໂຕເລິມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ; ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດລາວ.
ຍສໝ - ໃນຕອນບ່າຍວັນທີ 29 ກັນຍານີ້, ຢູ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີປະກາດໃຊ້ສະຖາບັນການເມືອງຕຳຫຼວດລາວ. ນີ້ແມ່ນຂອງຂວັນຂອງພັກ, ລັດຖະບານ ແລະ ກະຊວງຕຳຫຼວດ ຫວຽດນາມ ໃຫ້ກະຊວງຕຳຫຼວດລາວ.
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທ່ານພົນເອກ ໂຕ່ເລີ່ມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ຮັບຕ້ອນຕາມມາລະຍາດສະຫາຍ ສອນໄຊ ສີພັນດອນ, ກຳມະການກົມການເມືອງພັກ ປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີລັດຖະບານ ສປປ ລາວ.