ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງຕວຽນກວາງ ກັບບັນດາແຂວງພາກເໜືອຂອງລາວ

20:12 | 14/11/2023

ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງຕວຽນກວາງ ກັບບັນດາແຂວງພາກເໜືອຂອງລາວ

ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ສະມາຄົມນັກຮົບເກົ່າ ແຂວງ ເຊີນລາ - ແຂວງໄຊຍະບູລີ (ລາວ) ຊຸກຍູ້ການແລກປ່ຽນປະສົບການໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ
ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫວຽດນາມ ຊຸກຍູ້​ມະຕິສະເໜີໃຫ້ຄະນະຕຸລາການ​ສານ​ຍຸຕິ​ທຳ​ສາກົນ ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ

ວັນທີ 8 ພະຈິກ, ຄະນະປະຕິບັດງານຂອງແຂວງຕວຽນກວາງ ນໍາໂດຍສະຫາຍນາງ ເລທິກິມຢຸງ, ຮອງເລຂາຜູ້ປະຈໍາການຄະນະພັກແຂວງ, ປະທານສະພາປະຊາຊົນແຂວງຕວຽນກວາງ ໄດ້ມີການເຮັດວຽກກັບສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ສປປ ລາວ ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວຂອງແຂວງ, ແນະນຳ ແລະໂຄສະນາບັນດາຜະລິດຕະພັນ OCOP ຂອງແຂວງຕວຽນກວາງ ເຖິງບັນດາທ້ອງຖິ່ນທາງພາກເໜືອຂອງລາວ.

ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງຕວຽນກວາງ ກັບບັນດາແຂວງພາກເໜືອຂອງລາວ

ຄະນະປະຕິບັດງານແຂວງຕວຽນກວາງ ມອບເງິນ 150 ລ້ານດົ່ງ ເພື່ອໜູນຊ່ວຍການກໍ່ສ້າງເຂດຫໍບູຊາບັນດາວິລະຊົນ, ນັກຮົບຂອງສອງປະເທດ, ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ. ພາບ: baotuyenquang.com.vn

ກ່າວຄຳເຫັນທີ່ການເຮັດວຽກ, ສະຫາຍນາງ ເລທິກິມຢຸງ ເນັ້ນໜັກວ່າ ແຂວງຕວຽນກວາງ ປາດຖະໜາວ່າ ສະຖານກົງສູນໃຫຍ່ ຈະຊ່ວຍແນະນຳ ແລະໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຕວຽນກວາງ ເພື່ອໃຫ້ວິສາຫະກິດຂອງລາວ ສາມາດຊອກຫາກາລະໂອກາດລົງທຶນຢູ່ແຂວງ. ພ້ອມທັງ, ແນະນຳກາລະໂອກາດຮ່ວມມືດ້ານການລົງທຶນຢູ່ລາວ ໃຫ້ບັນດາວິສາຫະກິດຂອງແຂວງຕວຽນກວາງ. ພ້ອມກັນນັ້ນ, ກໍ່ໜູນຊ່ວຍການເຊື່ອມຕໍ່ ແລະຊຸກຍູ້ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຄື: ການແລກປ່ຽນວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ, ການທ່ອງທ່ຽວລະຫວ່າງແຂວງຕວຽນກວາງ ກັບບັນດາທ້ອງຖິ່ນພາກເໜືອຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ.

ສ່ວນທ່ານນາງ ກ່ຽວທິຮັ່ງຟຸກ, ກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ກໍ່ຕີລາຄາສູງຄວາມເອົາໃຈໃສ່ ແລະການໜູນຊ່ວຍຂອງແຂວງ ທັງທາງດ້ານວັດຖຸ ແລະຈິດໃຈໃຫ້ແກ່ແຂວງຊຽງຂວາງ ໃນໄລຍະຜ່ານມາ. ທ່ານນາງ ກ່ຽວທິຮັ່ງຟຸກ ຢືນຢັນຈະສ້າງທຸກເງື່ອນໄຂເພື່ອໃຫ້ແຂວງຕວຽນກວາງ ສືບຕໍ່ຮັກສາ ແລະຊຸກຍູ້ການເຄື່ອນໄຫວຮ່ວມມືມິດຕະພາບ, ໃນນັ້ນ ສືບຕໍ່ຍົກລະດັບ ແລະເປີດກວ້າງການພົວພັນຮ່ວມມື ແລະແຮກສ່ຽວກັບບັນດາແຂວງພາກເໜືອຂອງລາວ; ປະຕິບັດວຽກງານບໍາລຸງສ້າງຊັບພະຍາກອນມະນຸດໃຫ້ບັນດາແຂວງພາກເໜືອຂອງລາວ; ສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວລະຫວ່າງແຂວງຕວຽນກວາງ ກັບແຂວງຫຼວງພະບາງ ເວົ້າສະເພາະ ແລະກັບບັນດາແຂວງພາກເໜືອຂອງລາວ ເວົ້າລວມ...

ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບເງິນ 150 ລ້ານດົ່ງ ເພື່ອໜູນຊ່ວຍການກໍ່ສ້າງເຂດຫໍບູຊາວິລະຊົນ, ນັກຮົບຂອງສອງປະເທດ, ນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ແຂວງຊຽງຂວາງ.

ບູນມີ

ເຫດການ
302 Found

Found

The document has moved here.