ລະຄອນເວທີເຊື່ອມຕໍ່ຊາວຫວຽດນາມ ແລະ ລາວ

08:46 | 16/11/2023

ຍສໝ - ການເດີນທາງ​ກວ່າ 2.775 ກິ​ໂລ​ແມັດ, ນັກ​ສິລະ​ປິນ​, ພະນັກງານໂຮງ​ລະຄອນ​​ຫວຽດນາມ 34 ຄົນ ​ໄດ້​ນຳ​ເອົາ​ສິລະ​ປະ​ລະຄອນເວທີຫວຽດນາມ ໄປຍັງລາວ, ​ໄດ້​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ອັນ​ດີງາມ​ໃຫ້​ປະຊາຊົນ​ສອງ​ປະ​ເທດ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຊາວ​ຫວຽດນາມ ປະຈຳທ້ອງ​ຖິ່ນ​ກັບ​ບ້ານ​ເກີດ​ເມືອງ​ນອນ, ພ້ອມກັນສືບ​ຕໍ່​ເສີມສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໃຫ້ຂຽວ​ສົດ​ງົດ​ງາມ​ຕະຫຼອດ​ໄປ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ
ລົງນາມໃນບົດບັນທຶກຊ່ວຍຈຳ ການຮ່ວມມືສື່ມວນຊົນຕ່າງປະເທດລະຫວ່າງຫວຽດນາມ ແລະ ລາວ ລົງນາມໃນບົດບັນທຶກຊ່ວຍຈຳ ການຮ່ວມມືສື່ມວນຊົນຕ່າງປະເທດລະຫວ່າງຫວຽດນາມ ແລະ ລາວ

ບໍ່ມີບ່ອນວ່າງສຳລັບການສະແດງເເຕ່ລະຄືນ

ເວລາ 19:00 ໂມງແລງ, ທີ່ສູນ Anfamariview, ເມືອງແປກ, ແຂວງຊຽງຂວາງ (ປະເທດລາວ) ບໍ່ມີບ່ອນວ່າງ. ບັນດາ​ຜູ້​ເຖົ້າ, ຊາວ​ໜຸ່ມ, ຊາວ​ຫວຽດນາມ ​ແລະ ຊາວ​ລາວ​ລ້ວນ​ແຕ່​ມີຄວາມກະຕືລືລົ້ນ​ໃນ​ການ​ເບິ່ງ.

​ເປັນ​ທີ່​ໄດ້​ຮູ້ວ່າ ນີ້​ແມ່ນ​ການ​ສະ​ແດງ​ຄ່ຳຄືນ​ສຸດ​ທ້າຍ​ໃນ​​ 3 ຄືນທີ່ສະແດງ​ຢູ່​ລາວຂອງ​ໂຮງ​ລະຄອນ​ລະຄອນ ຫວຽດນາມ ​ແລະ ສູນ​ວັດທະນະທຳ​ຫວຽດນາມ ຢູ່​ລາວ.

ຄ່ຳຄືນສະແດງໄດ້ເປີດສາກດ້ວຍການຮ້ອງເພງ, ຟ້ອນ, ດົນຕີທີ່ຍ້ອງຍໍຄວາມງາມຂອງປະເທດຊາດ ແລະ ປະຊາຊົນສອງປະເທດ, ຍ້ອງຍໍມິດຕະພາບແບບພິເສດ ຫວຽດນາມ - ລາວ ສະແດງໂດຍ ວິທະຍາໄລວັດທະນະທຳ ແລະ ສິລະປະແຫ່ງຊາດລາວ. ຕໍ່ຂາກນັ້ນແມ່ນ​​ບົດ​ລະ​ຄອນເວທີ “ຄູ່ດວງຕາທີ່​​ໃສແຈ້ງ” ທີ່​ໂຮງ​ລະ​ຄອນ​ຫວຽດ​ນາມສະ​ແດງ.

ລະຄອນເວທີເຊື່ອມຕໍ່ຊາວຫວຽດນາມ ແລະ ລາວ
ລະ​ຄອນເວທີ “ຄູ່ດວງຕາທີ່​​ໃສແຈ້ງ” ທີ່​ໂຮງ​ລະ​ຄອນ​ຫວຽດ​ນາມສະ​ແດງ. ພາບ: ມິງຮ໋ຽວ

ການ​ສະ​ແດງ​ໄດ້​ເຂົ້າເຖິງ​ບັນ​ດາ​ຄວາມຮູ້ສຶກຂອງ​ຜູ້​ຊົມຕາມວິ​ທີ​​ສະເພາະ ເເລະ ຕື້ນຕັນໃຈ. ຍາມໃດກໍ່​ເຫັນຢາດ​ນ້ຳ​ຕາ​ຂອງ​ຜູ້​ຊົມ​ເມື່ອ​ໄດ້​ເຫັນ​ພາບ​ປະ​ທານ​ໂຮ່​ຈິ​ມິນ​ຂຶ້ນ​ເທິງ​ເວທີສະແດງ​ໃນ​ບົດ​ລະ​ຄອນ “ຄູ່ດວງຕາທີ່​​ໃສແຈ້ງ”, ນ້ຳ​ຕາ​ແຫ່ງ​ຄວາມຕື້ນຕັນໃຈປະ​ສົມ​ກັບ​ຄວາມ​ສຸກ.

ທ່ານນາງ ສຸດາລາ ຈັນທະວິທອງ ເປັນຊາວລາວ ທີ່ໄດ້ສຶກສາ ຢູ່ຫວຽດນາມ ເປັນເວລາ ຫລາຍປີ ເວົ້າວ່າ ຮູ້ສຶກເປັນກຽດ ແລະ ພູມໃຈທີ່ສຸດ ທີ່ໄດ້ມາເບິ່ງການສະແດງສິລະປະໃນມື້ນີ້. ທ່ານ​ນາງ​ຫວັງ​ວ່າ​ ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ຄ້າຍຄື​ກັນ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໄດ້​ແລກປ່ຽນ, ຮ່ຳຮຽນ. ພ້ອມ​ກັນ​ນັ້ນ, ກໍ່​ໄດ້ໃຫ້​ບັນດາລຸ້ນປະຈຸບັນ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່ເປັນມູນເຊື້ອອັນ​ດີງາມ ​ເພື່ອ​ໃຫ້​ບັນດາ​ລຸ້ນຫຼັງ​ໄດ້​ປະຕິບັດ​ຕາມ​ແບບຢ່າງ, ພ້ອມກັນ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ​ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ດີ​ງາມກວ່າເກົ່າ.

“ເມື່ອ​ໄດ້​ຍິນ​ຂ່າວ​ວ່າ​ມີ​ງານ​ສະ​ແດງ​ສິ​ລະ​ປະ​ຫວຽດ​ນາມ ມາ​ສະ​ແດງ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ, ຂ້າ​ພະ​ເຈົ້າ​ດີ​ໃຈ​ແທ້ໆ. ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ທີ່​ສຸດ​ກັບບົດລະຄອນ "ຄູ່ດວງຕາທີ່​​ໃສແຈ້ງ"​. ​ເປັນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ພາບ​ຂອງ​ລຸງ​ໂຮ່ຢ່າງ​ມີຊີວິດຊີວາ. ຜ່ານ​ບົດລະຄອນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ບົດ​ຮຽນ​ທີ່​ວ່າ​ຕົນເອງ​ເປັນ​ແນວ​ໃດ​ກໍ​ຕາມ​ ເຮົາກໍ່ຕ້ອງກ້າວຂື້ນ​, ເດີນ​ຕໍ່​ໄປ ​ແລະ ​ບໍ່​ອ່ອນຍອມ​. ຂ້າພະ​ເຈົ້າ​ຫວັງ​ວ່າ ​ບັນດາລຸ້ນຄົນ​ໃນ​ປະຈຸ​ບັນ​ຄວນ​ພ້ອມ​ກັນມຸ່ງໄປເຖິງ​ບັນດາ​ຈຸດໝາຍ​ທີ່​ໃຫຍ່​ຫຼວງ​ກວ່າ​ອີກ ​ເພື່ອຊ່ວຍສ້າງສາປະ​ເທດ ກໍ່ຄືເພີ່ມພູນຄູນສ້າງ​ໃຫ້ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດ​​ແໜ້ນ​ແຟ້ນກ່ວາ​ອີກ”, ນ້ອງ ເຈີນທິງ່າ - ນັກຮຽນຊັ້ນ ມ.7 ໂຮງຮຽນ ສອງພາສາ ລາວ - ຫວຽດນາມ ຫງວຽນຢູ ແບ່ງປັນ.

​ເປັນ​ທີ່​ຮູ້​ກັນແລ້ວ​ວ່າ ​ເພື່ອ​ຍ້ອງຍໍ​ປະທານ ​ໂຮ່ຈີ​ມິນ ​ແລະ ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ ຫວຽດນາມ - ລາວ, ໂຮງ​ລະຄອນ​ລະຄອນ​​ຫວຽດນາມ ​ໄດ້​ສົມທົບ​ກັບ​ສູນ​ວັດທະນະທຳ ຫວຽດນາມ ປະຈຳ ລາວ ​ເພື່ອ​ນຳ​ເອົາ​ລາຍການ​ສິລະ​ປະ​ດ້ວຍ​ບົດ​ລະຄອນ “ຄູ່ດວງຕາທີ່​​ໃສແຈ້ງ” ​ມາໃຫ້ກັບຊາວ​ຫວຽດນາມ ຢູ່​ ແຂວງຈໍາປາສັກ, ນະຄອນຫຼວງວຽງຈັນ, ແຂວງຊຽງຂວາງ - ລາວ.

ນັກ​ສິລະ​ປິນ ກ່ຽວມີງຮ໋ຽວ, ຮອງ​ຜູ້​ອຳ​ນວຍ​ການ​ໂຮງ​ລະຄອນ​ລະຄອນ​ຫວຽດນາມ ​ໃຫ້​ຮູ້​ວ່າ: ກ່ອນ​ທີ່​ຈະ​ມາ​ປະ​ເທດ​ລາວສະເເດງ, ໂຮງ​ລະຄອນ​ລະຄອນ​ຫວຽດນາມ ກໍ່ໄດ້ສ້າງ ​ແລະ ຄັດ​ເລືອກ​ບັນດາ​ລາຍການ​ສິລະ​ປະທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ໃຫ້​ຜູ້​ຊົມ​ຫວຽດນາມ ​ແລະ ລາວ ໄດ້ຊົມ​ບັນດາ​ລາຍການ​ສະ​ແດງ​ທີ່​ດີ ​ແລະ ດຶງ​ດູດ​ໃຈ. ພ້ອມ​ກັນ​ນັ້ນ, ກໍ່​ໄດ້​ເຜີຍແຜ່ໃຫ້​ເຫັນ​ຮູບພາບ​ລຸງ​ໂຮ່, ເເຕ່ລະຄຸນຄ່າ​ມະນຸດສະທຳ ​ແລະ ມານະຈິດດຳລົງຊີວິດມາສູ່ປະຊາຊົນ​ສອງ​ປະ​ເທດ​ ​ເພື່ອເນັບຈາກນັ້ນ ພວກເຂົາຈະພະຍາຍາມບືນຂຶ້ນໃນການ​ຮ່ຳຮຽນ, ​ເຮັດ​ວຽກ ​ແລະ ເພີ່ມພູນຄູນສ້າງ, ​ເຊື່ອມ​ຕໍ່​ໃຫ້ຄວາມ​ຮັກ​ແພງ 2 ປະເທດ ຫວຽດນາມ ແລະ ລາວ ບໍ່ຢຸດຢັ້ງ.

ສິນລະປະຂອງການເຊື່ອມຕໍ່ຫົວໃຈ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄດ້​ມີ​ບົດ​ລະຄອນ​ຫຼາຍ​ບົແ​ທີ່​ຍ້ອງຍໍ​ການ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ. ​ໃນ​ນັ້ນ​ລວມມີ: ບົດ​ລະຄອນ “ສະຫາຍຫວຽດ” ​ໂດຍສິລະປິນດີເດັ່ນ ຫົງ​​ນະຄອນ ທຸມພະລາ, ກົມ​ສິລະ​ປະການສະເເດງ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ, ຂຽນບົດລະຄອນ ເເລະ ກຳກັບການສະແດງ, ສ້າງ​ຮູບພາບຂອງທະຫານອາສາ​ສະໝັກ ຫວຽດນາມ ຕໍ່ສູ້​ຢູ່​ສະໜາມ​ຮົບ​ລາວ ທີ່ເປັນສັນຍາລັກຂອງຄວາມຕັ້ງໝັ້ນ, ນ້ຳໃຈພິລະອາດຫານ ແລະ ຄວາມຮັກແພງຢູ່ໃນໃຈຂອງປະຊາຊົນລາວ.

ລະຄອນເວທີເຊື່ອມຕໍ່ຊາວຫວຽດນາມ ແລະ ລາວ
ການ​ສະ​ແດງສິລະປະຍ້ອງຍໍ​ນ້ຳ​ໃຈ​ມິດຕະພາບ​ ຫວຽດນາມ - ລາວ. ພາບ: ມິງຮ໋ຽວ

ບົດ​ລະຄອນ “ຮ່ວມຂຸມຄອງດຽວກັນ” ໂດຍນັກ​ສິລະປິນ​ດີເດັ່ນ ຫົງ​ນະ​ຄອນ ທຸມ​ພະ​ລາ, ກົມ​ສິລະ​ປະການສະເເດງ, ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ລາວ, ຂຽນບົດລະຄອນ ເເລະ ກຳກັບການສະແດງ ໂດຍໄດ້ສ້າງຈາກ​​ເລື່ອງ​ລາວ​ທີ່ມີຈິງ​ກ່ຽວ​ກັບຮູບພາບ​ບັນດາ​ນັກຮົບ​ອາສາ​ສະໝັກ ຫວຽດນາມ ​ໄດ້​ຕໍ່ສູ້ຮ່ວມກັນບັນດາທະຫານລາວ ​ແລະ ເສຍສະຫຼະຊີວິດຢ່າງພິລະອາດຫານ​ເພື່ອ​ຊາດ​ລາວ ຢູ່ແນວຮົບຊຽງຂວາງ, ພາກເໜືອຂອງລາວ ໃນປີ 1972.

ນັກສະແດງໂຮງລະຄອນຫວຽດນາມ ໃຫ້ຮູ້ວ່າ: ເເຕ່ລະຄືນທີ່ສະເເດງໄດ້ປະສົບຜົນສຳເລັດຜົນອັນຍິ່ງໃຫຍ່ແມ່ນ ບັນດາຄ່ຳຄືນທີ່ດຶງດູດຜູ້ຊົມເຂົ້າມາຊົມເປັນຈຳນວນຫຼວງຫຼາຍ, ບັນດາສະຖານທີ່ສະແດງໃນລາວກໍ່ເຕັມໄປໝົດ. ຫຼັງ​ຈາກ​ບົດສະແດງ​ໄດ້​ສິ້ນ​ສຸດ​ລົງ, ນອກ​ຈາກ​ສຽງ​ຕົບ​ມື​ທີ່​ດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢ່ອນແລ້ວ, ຜູ້​ຊົມ​ຫຼາຍ​ຄົນ​ຍັງ​ໄດ້​ເຂົ້າ​ແຖວ​ເພື່ອ​ຂອບ​ໃຈ ແລະ ຖ່າຍຮູບ​ທີ່​ລະ​ນຶກ​ກັບ​ນັກ​ສະ​ແດງ. ທຸກ​ຄັ້ງ​ທີ່​ເປັນ​ເຊັ່ນ​ນີ້, ປະ​ຊາ​ຊົນ​ຫວຽດ​ນາມ ແລະ ລາວ ກໍ່ຈະໄດ້​ມີ​ໂອ​ກາດທຳຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ ກັນ, ມີຄວາມຮູ້ສຶກທີ່ຄ້າຍຄືກັນ.

ບົດສະແດງ​ແຕ່​ລະບົດ​ໄດ້​ປະກອບສ່ວນ​ສຶກສາ​ໃຫ້ປະຊາຊົນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ​ ໃຫ້​ຮູ້​ຄຸນຄ່າ, ​ຮູ້​ເຄົາລົບນັບຖື, ​​ອະນຸລັກ​ຮັກສາ, ເພີ່ມພູນຄູນສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ - ລາວ, ການນຳກະຊວງຖະ ແຫຼງຂ່າວ, ວັດທະນະທຳ ເເລະ ​ທ່ອງ​ທ່ຽວລາວ ​ໄດ້​ເນັ້ນ​ຫນັກ​​.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.