ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ

15:26 | 16/11/2023

ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານຂອງສະພາປະຊາຊົນນະຄອນ ດ່ານັ້ງ ໂດຍທ່ານນາງຮອງປະທານສະພາປະຊາຊົນ ດ່ານັ້ງ ຫງວຽນທິເເອງທີ່ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ນະຄອນປາກເຊ, ສປປ ລາວ.

ດ່ານັ້ງ ປະກາດໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນ ດ່ານັ້ງ ປະກາດໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນ
ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ ດ່ານັ້ງ ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ແລະ ຕາເວັນອອກາງ ນັບແຕ່ເດືອນ ຕຸລາ ຈະມາເຖິງ

ທີ່​ການ​ພົບ​ປະ, ທ່ານ​ກົງສຸນໃຫຍ່ ຫງວຽນ​ວັນ​ຈູງ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ກົງ​ສູນ​ໃຫຍ່​ຫວຽດນາມ ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ປົກປ້ອງ​ພົນລະ​ເມືອງເປັນຢາງດີ, ໜູນ​ຊ່ວຍ​ວິ​ສາ​ຫະກິດ, ຮັກສາ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ກັບ​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ບັນດາແຂວງພາກໃຕ້ຂອງລາວ ປະຈຸບັນມີຈຳນວນປະມານ 15.000 ກວ່າຄົນ, ມີວິສາຫະກິດຫວຽດນາມ 115 ແຫ່ງກຳລັງເຄື່ອນໄຫວ, ປະກອບສ່ວນພັດທະນາເສດຖະກິດ ເເລະ ຄ້ຳປະກັນຊີວິດສັງຄົມຢູ່ບັນດາແຂວງຂອງລາວ. ປະຊາ​ຄົມ​ຊາວ​ຫວຽດນາມ​ປະຕິບັດ​ກົດໝາຍ​ທ້ອງ​ຖິ່ນ​ເປັນ​ຢ່າງ​ດີ ​ແລະ ຕັ້ງໜ້າ​ປົກ​ປັກ​ຮັກສາ​ວັດທະນະທຳ​ຮີດຄອງ​ປະ​ເພນີ ​ແລະ ພາສາ​ຫວຽດນາມ.

ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ
ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ພັກ, ລັດ​ຫວຽດ​ນາມ ແລະ ລາວ.(ພາບ: ໜັງສືພິມຕຳຫຼວດນະຄອນດ່ານັ້ງ).

ທ່ານ​ນາງ​ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ ດ່ານັ້ງ ຫງວຽນທິເເອງທີ່ ​ໄດ້​ສະແດງ​ຂອບ​ໃຈ​ຄວາມເອົາ​ໃຈ​ໃສ່ ​ແລະ ການໜູນ​ຊ່ວຍ​ຂອງ​ພະນັກງານ, ຂ້າລັດຖະການສະຖານກົງສູນ​ຫວຽດນາມ ປະຈຳ​ນະຄອນ ​ປາກເຊ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ເປັນຂົວ​ຕໍ່​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ດ່າ​ນັ້ງ ​ແລະ ບັນດາແຂວງພາກໃຕ້ຂອງລາວ ເພື່ອ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ຕົວ​ຈິງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

ພ້ອມ​ກັນ​ນັ້ນ, ກໍ່ຫວັງ​ວ່າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ກົງ​ສູນ​ໃຫຍ່​ໃນ​ການ​ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ​ຊາວ​ນະຄອນ ດ່າ​ນັ້ງ ດຳລົງ​ຊີວິດ, ດຳ​ເນີນ​ທຸລະ​ກິດ, ຄ້າຂາຍ​ຢູ່​ບັນດາ​ແຂວງ​ພາກ​ໃຕ້​ຂອງ​ລາວ.

ນະຄອນ ດ່ານັ້ງ ຍາມໃດກໍ່ຮ່ວມເດີນທາງ ແລະ ສົມທົບກັນຢ່າງແໜ້ນແຟ້ນກັບສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ ປາກເຊ ໃນການເຄື່ອນໄຫວພົວພັນຕ່າງປະເທດກັບບັນດາແຂວງພາກໃຕ້ຂອງລາວ ເພື່ອປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ ແລະ ລາວ ເວົ້າລວມ, ນະຄອນ ດ່ານັ້ງ ແລະ ພາກໃຕ້ຂອງລາວ ກ່ຽວກັບບັນດາແຂວງຂອງລາວ ເວົ້ົ້າສະເພາະ.

ກ່ອນໜ້ານີ້ ແຂວງສາລະວັນ ແລະ ດ່ານັ້ງ ໄດ້ລົງນາມໃນບົດບັນທຶກການຮ່ວມມື 5 ປີ. ຕາມ​ເນື້ອ​ໃນ​ຂອງ​ບົດ​ບັນ​ທຶກ​ການ​ຮ່ວມ​ມື​ແລ້ວ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ພົບປະ ​ແລະ​ ແລກ​ປ່ຽນ​ບົດຮຽນ​ຢ່າງ​ເປັນ​ປະ​ຈຳ; ສະໜອງແຫຼ່ງ​​ລົງທຶນ​ພັດທະນາຂົງເຂດ​ສຶກສາ​ໃນ​ຫຼາຍ​ຂັ້ນ, ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບການ​ຝຶກ​ອົບຮົມ​ຢູ່​ສູນ​ພາສາຫວຽດ ບ້ານວັດກາງເມືອງ ເເລະ ແຂວງ​ສາລະ​ວັນ. ນະຄອນ​ດ່າ​ນັ້ງ ​ເຫັນ​ດີ​ຄົ້ນຄວ້າ ​ແລະ ພິຈາລະນາ​ບັນຫາ​ໜູນ​ຊ່ວຍ​ແຂວງ​ສາລະ​ວັນ​ ສ້າງ​ຫ້ອງ​ມູນເຊື້ອ​ຫຼັງ​ສົງຄາມ. ນອກຈາກນັ້ນ, ສອງຝ່າຍກໍ່ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນປະສົບການ, ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ດ່ານັ້ງ ລົງສຳຫຼວດ ແລະ ຊອກຫາກາລະໂອກາດລົງທຶນຢູ່ແຂວງສາລະວັນ.

ດີງເລື້ອງ

302 Found

Found

The document has moved here.