ຫວຽດນາມ - ລາວ: ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງພະນັກງານສະມາຊິກຊາວໜຸ່ມ

16:09 | 15/11/2023

ຫວຽດນາມ - ລາວ: ກໍ່ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງມພະນັກງານຊາວໜຸ່ມ

VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela VUFO ແລະ ISB ຮ່ວມມືເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ຫວຽດນາມ ແລະ Venezuela
ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ກວດກາວຽກງານກະກຽມໃຫ້ການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1

ເຜີຍແຜ່ນໍ້າໃຈມິດຕະພາບຈາກອົງການຈັດຕັ້ງຊາວໜຸ່ມ

"ບົດຮຽນ ແລະປະສົບການທີ່ນຳມາແບ່ງປັນໃນຊຸດຝຶກອົບຮົມ ຈະໄດ້ຜັນຂະຫຍາຍເປັນຮູບແບບ ແລະໝູນໃຊ້ຄວາມຮູ້ ແລະປະສົບການເຂົ້າໃນວຽກງານຊາວໜຸ່ມໃນແຕ່ລະຂົງເຂດ ເພື່ອບັນລຸໄດ້ປະສິດຕິຜົນສູງສຸດຕໍ່ ວຽກງານຊາວໜຸ່ມ ແລະຂະບວນການເຍົາວະຊົນອະນຸຊົນຂອງ ສປປ ລາວ. ພວກຂ້າພະເຈົ້າຈະນໍາບົດຮຽນ, ປະສົບການ ໄປແຜ່ຂະຫຍາຍໃຫ້ສະມາຊິກຊາວໜຸ່ມໃນອົງການຈັດຕັ້ງຊາວໜຸ່ມໃນຫົວໜ່ວຍຂອງຕົນ ມີຄວາມຮັບຮູ້ຢ່າງຈະແຈ້ງເຖິງນ້ຳໃຈສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນຂອງສອງອົງການຊາວໜຸ່ມຂອງສອງປະເທດ” - ນັ້ນແມ່ນການແບ່ງປັນຂອງຫົວໜ້າຫ້ອງເສດຖະກິດ ແລະແຜນການ, ຫ້ອງການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານນາງ ແສງຈັນ ອ່ອນນິດາ ກ່ຽວກັບຊຸດຝຶກອົບຮົມພະນັກງານຫຼັກແຫຼ່ງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ 27 ໃນປີ 2022.

ໂດຍແມ່ນໜຶ່ງໃນຈຳນວນ 50 ນັກສໍາມະນາກອນທີ່ເຂົ້າຮ່ວມຊຸດອົບຮົມໃຫ້ພະນັກງານຫຼັກແຫຼ່ງຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ 27, ທ່ານນາງ ແສງຈັນ ອ່ອນນິດາ ໃຫ້ຮູ້ວ່າ: ລາວ ແລະ ນັກສໍາມະນາກອນບໍ່ພຽງແຕ່ໄດ້ຮັບເງື່ອນໄຂສະດວກໃນການສະໜອງຂໍ້ມູນ ແລະບົດຮຽນເທົ່ານັ້ນ, ຫາກຍັງໄດ້ຮັບການເອົາໃຈໃສ່ເປັນຢ່າງດີກ່ຽວກັບບ່ອນຢູ່ກິນນອນ ແລະການດໍາລົງຊີວິດ.

ຫວຽດນາມ - ລາວ: ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງພະນັກງານສະມາຊິກຊາວໜຸ່ມ

ທ່ານເລຂາຜູ້ທີໜຶ່ງ ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ບຸ່ຍກວາງຮຸຍ ໄດ້ມອບໃບຢັ້ງຢືນຈົບຊຸດຝຶກອົບຮົມໃຫ້ນັກສໍາມະນາກອນລາວ. ພາບ: ຊວນຕຸ່ງ

ຕາມສູນກາງຊາວໜຸ່ມກອມມູນິດໂຮ່ຈິີມິນ ແລ້ວ, ໃນໄລຍະ 2019 – 2022, ມີພະນັກງານຫຼັກແຫຼ່ງຈາກຂັ້ນເມືອງ, ແຂວງ, ນະຄອນ ແລະ ບັນດາພະນັກງານຫຼັກແຫຼ່ງຂອງຄະນະ, ບັນດາກະຊວງ, ຂະແໜງການຂອງສູນກາງຂອງລາວ 260 ທ່ານ ເຂົ້າຮ່ວມຊຸດຝຶກອົບຮົມຕາມໂຄງຮ່າງ.

ເຂົ້າຮ່ວມບັນດາຊຸດຝຶກອົບຮົມ, ນັກສໍາມະນາກອນໄດ້ແບ່ງປັນ ແລະ ແລກປ່ຽນຫຼາຍຫົວເລື່ອງສະເພາະ ເພື່ອປະກອບສ່ວນຍົກສູງລະດັບທິດສະດີ, ແບບວິທີການ, ທັກສະໃນວຽກງານເຍົາວະຊົນ ອະນຸຊົນ: ແນວທາງພັດທະນາເສດຖະກິດ - ສັງຄົມຂອງພັກກອມມູນິດຫວຽດນາມ; ພາບລວມຂອງລະບົບການເມືອງຢູ່ຫວຽດນາມ; ແນວຄິດຂອງ ໂຮ່ຈີມິນ ກ່ຽວກັບການສຶກສາ ແລະ ບຳລຸງສ້າງໄວໜຸ່ມ ແລະ ທັດສະນະຂອງພັກກອມມູນິດ ຫວຽດນາມ ກ່ຽວກັບຊາວໜຸ່ມ; ວຽກງານຈັດຕັ້ງການກໍ່ສ້າງຄະນະຊາວໜຸ່ມ ແລະ ກວດກາ, ຕິດຕາມຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ.

ຄຽງຂ້າງນັ້ນ, ນັກສໍາມະກອນກໍ່ມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດ ແລະ ປະຊາຊົນ ຫວຽດນາມ, ບັນດາອົງການຂອງເຍົາວະຊົນ ອະນຸຊົນ ຫວຽດນາມ ແລະ ການພົວພັນຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ - ລາວ ໃນປີ 2022; ເຂົ້າຮ່ວມບັນດາການເຄື່ອນໄຫວນອກຫຼັກສູດ, ຢ້ຽມຢາມບັນດາຮູບແບບຊາວໜຸ່ມພັດທະນາເສດຖະກິດ, ບັນດາຮູບແບບເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ ແລະ ຢ້ຽມຢາມບາງສະຖານທີ່ທີ່ສວຍງາມຢູ່ຫວຽດນາມ.

ໄລ່ມາຮອດທ້າຍປີ 2022, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງຊຸດອົບຮົມໄລຍະຍາວ ແລະ ສັ້ນ 28 ຊຸດ ໃຫ້ແກ່ພະນັກງານບັນດາຂັ້ນຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 1.147 ທ່ານ.

ເປີດກວ້າງຂົງເຂດການຮ່ວມມື

ຜ່ານບັນດາຊຸດຝຶກອົບຮົມ, ບັນດານັກສໍາມະນາກອນທີ່ເປັນພະນັກງານຫຼັກແຫຼ່ງໄດ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໄດ້ກາຍເປັນຂົວເຊື່ອມຕໍ່ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງອົງການຊາວໜຸ່ມ ເວົ້າສະເພາະ ແລະ ປະຊາຊົນສອງປະເທດລາວ ແລະຫວຽດນາມ ເວົ້າລວມ.

ບັນດາພະນັກງານທີ່ຝຶກອົບຮົມຢູ່ ຫວຽດນາມ ລ້ວນແຕ່ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີເມື່ອກັບເມືອປະເທດປະຕິບັດງານ, ໄດ້ຮັບການຕີລາຄາສູງຈາກການນຳພັກ, ລັດ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ; ຫຼາຍສະຫາຍໄດ້ເຕີບໃຫຍ່ ແລະ ໄດ້ຮັບການຍົກຍ້າຍໄປດຳລົງຕຳແໜ່ງສູງກວ່າໃນອົງການພັກ, ລັດ ແລະ ບາງອົງການໃນລະບົບການເມືອງຂອງລາວ.

ຫວຽດນາມ - ລາວ: ສ້າງນໍ້າໃຈມິດຕະພາບຜ່ານການຮ່ວມມືບໍາລຸງສ້າງພະນັກງານສະມາຊິກຊາວໜຸ່ມ

ນັກສໍາມະນາກອນເຂົ້າຮ່ວມຊຸດຝຶກອົບຮົມຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃນເດືອນ ກໍລະກົດ 2022. ພາບ: ບ໋າວແອງ

ໂດຍແລກປ່ຽນທີ່ລາຍການເຈລະຈາກັບເລຂາສູນກາງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ມອນໄຊ ລາວມົວຊົ່ງ ໃນວັນທີ 9 ຕຸລາ 2023, ຢູ່ນະຄອນຫຼວງວຽງຈັນ, ເລຂາຜູ້ທີໜຶ່ງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ບຸ່ຍກວາງຮຸຍ ໃຫ້ຮູ້ວ່າ ສູນກາງຊາວໜຸ່ມກອມມູນິດ ພວມສ້າງໂຄງຮ່າງບໍາລຸງສ້າງ, ບໍາລຸງກ່ຽວກັບວຽກງານຊາວໜຸ່ມໃຫ້ແກ່ພະນັກງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄລຍະ 2023 – 2027; ຈະສືບຕໍ່ເຊື້ອເຊີນຝ່າຍລາວ ຈັດສົ່ງພະນັກງານມາຮໍ່າຮຽນ, ຄົ້ນຄວ້າ ແລະ ແລກປ່ຽນປະສົບການ. ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ກໍ່ພວມຊຸກຍູ້ການກໍ່ສ້າງສູນບໍາລຸງສ້າງຊາວໜຸ່ມ ເຍົາວະຊົນ ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ.

ການນຳຊາວໜຸ່ມສອງປະເທດກໍ່ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງຜັນຂະຫຍາຍບັນດາເນື້ອໃນຂອງສັນຍາຮ່ວມມືລະຫວ່າງສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄລຍະ 2022 – 2027 ຢ່າງມີປະສິດທິຜົນ.

ໃນນັ້ນ, ສືບຕໍ່ເພີ່ມທະວີການເຄື່ອນໄຫວໂຄສະນາເຜີຍແຜ່ ແລະ ຍົກສູງຄວາມຮັບຮູ້ໃຫ້ແກ່ເຍົາວະຊົນ ອະນຸຊົນຂອງສອງປະເທດກ່ຽວກັບສາຍພົວພັນແບບພິເສດຫວຽດນາມ - ລາວ. ນີ້ແມ່ນວຽກງານສຳຄັນທີ່ຕ້ອງໄດ້ຮັບການປະຕິບັດເປັນປະຈຳ ແລະຕໍ່ເນື່ອງ ເພື່ອບັນດາສະມາຊິກຊາວໜຸ່ມ ແລະ ຊາວໜຸ່ມສອງປະເທດຍາມໃດກໍ່ຈົດຈໍາປະຫວັດສາດ ແລະການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.