ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ

11:37 | 15/11/2023

ກະຊວງຕຳຫຼວດຫວຽດນາມ ແລະກະຊວງ ປກສ ລາວ ເພີ່ມທະວີການຮ່ວມມືມິດຕະພາບ

ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ແລະຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ເພີ່ມທະວີການຮ່ວມມືມິດຕະພາບ
ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10 ກອງບັນຊາການທະຫານຊາຍແດນແຂວງດ້ຽນບຽນ ແລະກອງບັນຊາການ ປກສ ແຂວງຫຼວງພະບາງ ຈັດການພົບປະຮ່ວມມືຄັ້ງທີ 10

ນັ້ນແມ່ນເນື້ອໃນຕົ້ນຕໍທີ່ການເຮັດວຽກລະຫວ່າງທ່ານພົນຕີ ຫງວຽນຢຸຍຫງອັກ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະທ່ານພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ລາວ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 10 ພະຈິກ ຢູ່ຮ່າໂນ້ຍ.

ທີ່ການເຮັດວຽກ, ທ່ານພົນຕີ ຫງວຽນຢຸຍຫງອັກ ແລະທ່ານພົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ປຶກສາຫາລືບາງບັນຫາຈຸດສຸມໃນວຽກງານສົມທົບກັນ ແລະຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງ ປກສ ລາວ, ໃນນັ້ນຍູ້ແຮງການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະກັດກັ້ນ ແລະຕ້ານຢາເສບຕິດ; ສືບສວນບັນດາຄະດີອາຍາ.

ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ

ບັນຍາກາດທີ່ການເຮັດວຽກ. ພາບ: cand.com.vn

ຮອງລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບນຳກັນວ່າ ບັນດາກົມກອງທີ່ມີໜ້າທີ່ຂອງສອງກະຊວງ ຈະສືບຕໍ່ຊຸກຍູ້ ແລະໜູນຊ່ວຍຄວາມຄືບໜ້າຜັນຂະຫຍາຍການປະຕິບັດໂຄງການກໍ່ສ້າງລະບົບຄຸ້ມຄອງພົນລະເມືອງ ແລະບັດປະຈໍາຕົວໃຫ້ຝ່າຍລາວ.

ກະຊວງຕຳຫຼວດຫວຽດນາມ ແລະກະຊວງປ້ອງກັນຄວາມສະຫງົບລາວ ເພີ່ມທະວີການຮ່ວມມືມິດຕະພາບ

ທ່ານຮອງລັດຖະມົນຕີ ຫງວຽນຢຸຍຫງອັກ ມອບຂອງທີ່ລະນຶກໃຫ້ທ່ານຮອງລັດຖະມົນຕີ ຄຳກິ່ງ ຜຸຍຫຼ້າມະນີວົງ. ພາບ: cand.com.vn

ສ້າງໂຄງການຝຶກອົບຮົມໃຫ້ພະນັກງານ, ນັກສໍາມະນາກອນລາວ ໄດ້ໄປສຶກສາ, ໄປທັດສະນະ ແລະປະຕິບັດງານຕົວຈິງຢູ່ສູນຂໍ້ມູນປະຊາກອນແຫ່ງຊາດ, ເພື່ອສ້າງແຫຼ່ງຊັບພະຍາກອນ ເມື່ອລະບົບຂໍ້ມູນດົ່ງກ່າວໄດ້ນຳເຂົ້າສູ່ການເຄື່ອນໄຫວ.

ພ້ອມກັນນັ້ນ, ກໍ່ຜັນຂະຫຍາຍການສອນພາສາລາວໃຫ້ກະຊວງຕຳຫຼວດຫວຽດນາມ, ບົນພື້ນຖານນັ້ນ, ກໍ່ເພີ່ມທະວີການຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະກະຊວງ ປກສ ລາວ ໃຫ້ມີປະສິດທິຜົນ ແລະແໜ້ນແຟ້ນກວ່າອີກ.

ສົມເພັດ

302 Found

Found

The document has moved here.