ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023

15:30 | 16/11/2023

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023

ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024. ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ​ເສດຖະກິດ​ຫວຽດນາມ​ຈະ​ເຕີບ​ໂຕ 4,7% ​ໃນ​ປີ 2023 ​ແລະ 5,4% ​ໃນ​ປີ 2024.
ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"

ຕອນເຊົ້າວັນທີ 14 ພະຈິກ, ຢູ່ກອງພັນໃຫຍ່ 741, ກອງບັນຊາການທະຫານແຂວງດ້ຽນບຽນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານ ຂຶ້ນກັບກອງບັນຊາການທະຫານແຂວງຫຼວງພະບາງ, ລາວ 20 ຄົນ.

ນີ້ແມ່ນການເຄື່ອນໄຫວທີ່ປະຕິບັດຕາມແຜນນະໂຍບາຍການຮ່ວມມືສາກົນໃນວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດ, ພ້ອມທັງຍົກສູງນໍ້າໃຈສາມັກຄີ, ຮ່ວມມື, ມິດຕະພາບລະຫວ່າງແຂວງດ້ຽນບຽນ ແລະຫຼວງພະບາງ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ບັນຍາກາດທີ່ພິທີເປີດ. ພາບ: qdnd.vn

ໃນໄລຍະຝຶກອົບຮົມ 1 ອາທິດ, ບັນດາພະນັກງານຂອງລາວ ຈະໄດ້ຮັບການແນະນຳກ່ຽວກັບມູນເຊື້ອ, ສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ-ລາວ; ວິທີການສ້າງແຜນການຮັບມືກັບໄພພິບັດທຳມະຊາດ, ອຸບັດຕິເຫດ ແລະການຊອກຫາກູ້ຊີບ, ກູ້ໄພ; ແນະນຳກ່ຽວກັບເອກະສານຝຶກຊ້ອມການຮັບມືກັບພະຍຸ, ໄພນໍ້າຖ້ວມ (ໄຟໄໝ້ປ່າ) ແລະການຊອກຫາກູ້ໄພຢູ່ຂັ້ນເມືອງ, ຕາແສງ... ຄຽງຂ້າງນັ້ນ, ບັນດາພະນັກງານຂອງລາວ ຍັງຈະໄດ້ໄປຢ້ຽມຊົມປູຊະນີຍະສະຖານປະຫວັດສາດຈຳນວນໜຶ່ງຢູ່ນະຄອນດ້ຽນບຽນຝູ.

ກ່າວຄຳເຫັນທີ່ພິທີເປີດ, ສະຫາຍພັນເອກພິເສດ ລ້າຍແມ້ັ້ງຮຸ່ງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງດ້ຽນບຽນ ໄດ້ຮຽກຮ້ອງໃຫ້ຄະນະຈັດຕັ້ງຮັບປະກັນທຸກດ້ານໃຫ້ແກ່ຊຸດຝຶກອົບຮົມເປັນຢ່າງດີ; ນັກຮຽນການທະຫານຕ້ອງປະຕິບັດຂໍ້ກຳນົດຂອງຄະນະຈັດຕັ້ງຢ່າງເຂັ້ມງວດ, ຍົກສູງບົດບາດ, ຄວາມຮັບຜິດຊອບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ພິເສດແມ່ນບັນຫາດ້ານພາສາໃນການດໍາລົງຊີວິດ, ຮໍ່າຮຽນ; ຕັ້ງໜ້າຄົ້ນຄວ້າ, ກໍາແໜ້ນຫຼັກການທິດສະດີທີ່ເປັນພື້ນຖານເພື່ອນໍາໃຊ້ເຂົ້າໃນເງື່ອນໄຂລະອຽດຂອງແຕ່ລະກົມກອງ. ພ້ອມກັນນັ້ນ, ເສີມຂະຫຍາຍລັກສະນະທີ່ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຄວາມສາມາດຮຽນດ້ວຍຕົນເອງ, ຄົ້ນຄວ້າຕົນເອງຂອງພະນັກງານ, ຍົກສູງນໍ້າໃຈສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ.

ສະຫາຍພັນໂທ ພັນມະຫາ ສຸວັນນະຈັກ, ຫົວໜ້າພະແນກແຜນການ, ຫ້ອງພະລາທິການ (ກອງບັນຊາການທະຫານແຂວງຫຼວງພະບາງ) ຕາງໜ້າໃຫ້ນັກຮຽນການທະຫານ 20 ຄົນ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງຄະນະພັກ, ກອງບັນຊາການທະຫານແຂວງດ້ຽນບຽນ ທີ່ໄດ້ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ນັກຮຽນການທະຫານ ທີ່ມາເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະປະຕິບັດທຸກລະບອບ, ຂໍ້ກຳນົດຂອງຄະນະຈັດຕັ້ງຊຸດອົບຮົມວາງອອກຢ່າງເຂັ້ມງວດ, ພະຍາຍາມຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ຮັບເອົາຄວາມຮູ້, ເນື້ອໃນຂອງບົດຮຽນເພື່ອໃຫ້ໄດ້ໝາກຜົນສູງທີ່ສຸດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.