ເປີດວັດໂບ່ເດ່-ສັນຍາລັກແຫ່ງຄວາມສາມັກຄີ ລາວ-ຫວຽດນາມ ຢູ່ລາວ

15:23 | 16/11/2023

ເປີດນໍາໃຊ້ວັດໂບ່ເດ່-ສັນຍາລັກແຫ່ງຄວາມສາມັກຄີ ລາວ-ຫວຽດນາມ ຢູ່ລາວ

ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ: ສັນຍາລັກແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ ທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ລາວ: ສັນຍາລັກແຫ່ງຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ
ທ່ານ​ປະທານ​ປະ​ເທດຫວຽດນາມ ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະດຳ​ເນີນ​ທຸລະ​ກິດ​ຢູ່ລາວ ​ແບບ​ຍືນ​ຍົງ ທ່ານ​ປະທານ​ປະ​ເທດຫວຽດນາມ ປາດ​ຖະໜາ​ວ່າ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະດຳ​ເນີນ​ທຸລະ​ກິດ​ຢູ່ລາວ ​ແບບ​ຍືນ​ຍົງ

ວັນທີ 12 ພະຈິກ, ຢູ່ເມືອງທ່າແຂກ, ແຂວງຄຳມ່ວນ, ພາກກາງຂອງລາວ, ສູນກາງສະມາຄົມພຸດທະສາສະໜາຫວຽດນາມ ໄດ້ສົມທົບກັບອົງການພຸດທະສາສະໜາສຳພັນສູນກາງລາວ ຈັດພິທີເປີດໂຄງການປະຕິສັງຂອນວັດໂບ່ເດ່ ແຂວງຄຳມ່ວນ, ພາກກາງຂອງລາວ ໄລຍະ 1.

ພິທີໄດ້ດຳເນີນໄປຕາມພິທີທາງສາສະໜາຂອງຊາວພຸດຫວຽດນາມ ແລະລາວ, ພະສົງທັງສອງປະເທດ ລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງພຸດທະສາສະໜາໃນຊີວິດວັດທະນະທຳ, ສາສະໜາຂອງປະຊາຊົນລາວ ແລະຫວຽດນາມ; ເນັ້ນໜັກວ່າ ວັດໂບ່ເດ່ ແມ່ນໜຶ່ງໃນບັນດາວັດຫວຽດນາມ ແຫ່ງທຳອິດ ແລະເກົ່າແກ່ທີ່ສຸດຢູ່ລາວ, ກໍ່ຄືຄວາມຈຳເປັນຕ້ອງປະຕິສັງຂອນວັດໂບ່ເດ່ ຢູ່ລາວ ຍ້ອນຖືກຊຸດໂຊມຢ່າງຮ້າຍແຮງພາຍຫຼັງສ້າງມາຫຼາຍປີ.

ເປີດວັດໂບ່ເດ່-ສັນຍາລັກແຫ່ງຄວາມສາມັກຄີ ລາວ-ຫວຽດນາມ ຢູ່ລາວ

ພະສົງ ແລະພຸດທະສາສະນິກກະຊົນ ຕັດແຖບຜ້າເປີດວັດໂບ່ເດ່. ພາບ: cand.com.vn

ພະສົງ ສະແດງຄວາມຫວັງວ່າ ວັດໂບ່ເດ່ ຢູ່ລາວ ຈະນັບມື້ນັບມີຊາວຫວຽດນາມ ຫຼາຍຄົນມາດຳເນີນຊີວິດທາງຈິດວິນຍານຢູ່ວັດ, ປະກອບສ່ວນເພີ່ມທະວີຄວາມສາມັກຄີ, ຄວາມສະໜິດຕິດພັນໃນປະຊາຄົມຫວຽດນາມ ຢູ່ລາວ, ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ, ບໍ່ພຽງແຕ່ໃນຂົງເຂດສາສະໜາເທົ່ານັ້ນ, ຫາກຍັງແມ່ນການພົວພັນລະຫວ່າງສອງປະເທດ ລາວ-ຫວຽດນາມ ອ້າຍນ້ອງອີກດ້ວຍ.

ກ່າວຄຳເຫັນນະທີ່ນີ້, ສະຫາຍ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ລາວ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ ຊາວພຸດ ແລະວັດຫວຽດນາມ ຢູ່ລາວ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເຄື່ອນໄຫວການກຸສົນຊ່ວຍເຫຼືອສັງຄົມຢູ່ລາວ ເວົ້າລວມ, ພິເສດແມ່ນຊ່ວຍເຫຼືອປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫຼາຍແຂວງໃນທົ່ວປະເທດລາວ ເວົ້າສະເພາະ, ເຊິ່ງໄດ້ຮັບການຮັບຮູ້ ແລະຍ້ອງຍໍຈາກພັກ ແລະລັດຖະບານລາວ.

ສົມເພັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.