ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ

15:18 | 16/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 13 ພະຈິກ, ສະຫາຍ​ເລຂາ​ສູນ​ກາງ​ພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ໄດ້​ມາ​ຢ້ຽມຢາມ ​ແລະ ຊີ້​ນຳ​ງານຕະຫຼາດນັດ - ວາງສະແດງ​ໃນ​ຂອບ​ເຂດ​ບັນດາເຫດການ “ວັນບຸນໄມຕີຈິດມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ 2023” ​ໂດຍ​ກະຊວງຖະ​ແຫຼ​ງຂ່າວ ​ແລະ ສື່ສານ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເທື່ອ​ທຽນ​ເຫວ້ ​ແຕ່​ວັນ​ທີ 11 - 15 ພະຈິກ.

ຄະນະປະຕິບັດງານກອງບັນຊາການທະຫານແຂວງສາລະວັນ, ລາວ ໄດ້ມາຢ້ຽມຢາມ, ມອບຂອງຂວັນໜູນຊ່ວຍໃຫ້ກອງບັນຊາການທະຫານແຂວງກວ໋າງຈິ ແລະແຂວງເທື່ອທຽນເຫວ້ ຄະນະປະຕິບັດງານກອງບັນຊາການທະຫານແຂວງສາລະວັນ, ລາວ ໄດ້ມາຢ້ຽມຢາມ, ມອບຂອງຂວັນໜູນຊ່ວຍໃຫ້ກອງບັນຊາການທະຫານແຂວງກວ໋າງຈິ ແລະແຂວງເທື່ອທຽນເຫວ້
ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ ຄະນະພະນັກງານເມືອງຄໍາເກີດ, ແຂວງບໍລິຄຳໄຊ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ປະຊາຊົນເມືອງຫວູກວາງ, ແຂວງຮ່າຕິ້ງ

ລາຍການ “​ວັນ​ບຸນ​ໄມຕີຈິດມິດຕະພາບ​ພິ​ເສດຫວຽດນາມ - ລາວ 2023” ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ສະຫງ່າຜ່າເຜີຍດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ຄະນະ, ຂະແໜງ​ສູນ​ກາງ ແລະ ບັນດາທ້ອງ​ຖິ່ນກໍ່ຄືປະຊາຊົນ 2 ປະ​ເທດ ຈະ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ສືບ​ຕໍ່​ພັດທະນາຕື່ມບັນດາການພົວພັນ​ພິ​ເສດທີ່ເປັນມູນເຊື້ອ ແລະ ຫາຍາກນີ້.

ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ ງານຕະຫຼາດນັດ - ວາງສະແດງ ຫວຽດນາມ - ລາວ
ສະຫາຍຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ ຢ້ຽມຢາມ​ງານຕະຫຼາດນັດ - ວາງສະແດງ​

ງານ​ວາງສະ​ແດງ​ຮູບ​ພາບ​ທີ່ “ວັນ​ບຸນ​ມິດຕະພາບ​ແບບ​ພິ​ເສດ ຫວຽດນາມ - ລາວ 2023” ​ໄດ້​ເຕົ້າໂຮມຮູບພາບ​ 200 ​​​ພາບ ໂດຍໄດ້​ແບ່ງ​ອອກ​ເປັນ 4 ​ຫົວ​ຂໍ້​ຄື: ປະຫວັດສາດ 61 ປີ​ແຫ່ງ​ສາຍ​ພົວພັນ​ມິດຕະພາບ​ພິ​ເສດ​ຫວຽດນາມ - ລາວ; ຫວຽດນາມ ​ແລະ ລາວ ບົນເສັ້ນທາງ​ພັດທະນາ; ບັນດາ​ຜົນງານ​ໂດດເດ່ັນ​ກ່ຽວກັບ​ການ​ຮ່ວມ​ມື​ຫວຽດນາມ - ລາວ ​ໃນ​ຂົງ​ເຂດຖະແຫຼງຂ່າວ ​ແລະ ສື່ສານ; ແຂວງ ເທື່ອທຽນເຫວ້ ພ້ອມ​ກັບ​ການ​ພັດທະນາ​ຂອງ​ປະ​ເທດຊາດ.

ງານຕະຫຼາດນັດ - ວາງສະແດງ “​ວັນບຸນໄມຕີຂິດມິດຕະພາບແບບພິເສດຫວຽດນາມ - ລາວ 2023” ມີ​ເກືອບ 60 ຮ້ານວາງສະແດງ, ໄດ້​ຈັດ​ຂຶ້ນກັບຈຸດ​ພົ້ນ​ເດັ່ນ​ແມ່ນ​ຮ້ານຜະລິດຕະພັນການພິມ​ຂໍ້​ມູນ​ຂ່າວສານ ​ແລະ ລາຍການ​ສື່​ມວນ​ຊົນດ້ວຍພາສາ ​ລາວ ຂອງສຳນັກ​ຂ່າວສານ​ຫວຽດນາມ, ໜັງສືພິມ​ປະຊາຊົນ, ວິທະຍຸກະຈາຍສຽງ​ຫວຽດນາມ, ຖານຂໍ້ມູນຂ່າວສານການຕ່າງປະເທດ Vietnam.vn.

ນອກ​ນັ້ນ, ຍັງ​ມີ​ການຮ່ວມເດີນທາງ​ຂອງ​ບັນດາ​ວິ​ສາ​ຫະກິດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ແລະ ​ໂທລະ​ຄົມມະນາຄົມ ​ຄື Viettel Global, VNPT, VTC; ບັນດາ​ວິ​ສາ​ຫະກິດ​ເຄື່ອນໄຫວ​ທຸລະ​ກິດ​ໃນ​ຂົງ​ເຂດ​ການທ່ອງທ່ຽວ, ການ​ຄ້າ... ດ້ວຍ​ບັນດາ​ຜະລິດ​ຕະພັນ OCOP ​ທີ່ເປັນເອກະລັກພິເສດຂອງ ​ເຫວ້ ​ແລະ ບັນດາ​ແຂວງ, ນະຄອນ​ພາກ​ກາງ.

ຕາມ​ນັ້ນ​ແລ້ວ, ການກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ດ້ວຍ​ບັນດາ​ເຫດການ​ທີ່​ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ແໜ້ນ​ແຟ້ນລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ​ໃນ​ນັ້ນ​ ມີ​ງານ​ວາງສະ​ແດງ​ຮູບ​ພາບ, ງານຕະຫຼາດນັດ - ວາງສະແດງ, ການພົບປະແລກປ່ຽນ​​ວິທະຍາສາດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ ຫວຽດນາມ - ລາວ.

ດີງເລື້ອງ

ທ່ານອາດຈະມັກ

302 Found

Found

The document has moved here.