ເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ

17:05 | 16/11/2023

ເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດສະໜົມລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງນະຄອນ ດ່ານັ້ງ ແລະ ບັນດາແຂວງພາກໃຕ້ຂອງລາວ

ວັນທີ 15 ພະຈິກ, ຄະນະຜູ້ແທນຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍສະຫາຍນາງ ອິນລາວັນ ແກ້ວບຸນພັນ, ຮອງປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ຕາແສງບາດຈາງ, ເມືອງຢາເລິມ, ນະຄອນຮ່າໂນ້ຍ.

ເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດຕິດພັນລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ

ຄະນະຜູ້ແທນຄະນະກໍາມະການສູນກາງແນວລາວສ້າງຊາດ ຢ້ຽມຢາມ ແລະເຮັດວຽກຢູ່ຕາແສງບາດຈາງ, ເມືອງຢາເລິມ, ຮ່າໂນ້ຍ. ພາບ: hanoimoi.vn

ຄະນະຜູ້ແທນໄດ້ລົງສໍາຫຼວດຕົວຈິງ ແລະຮັບຟັງນັກສິລະປະການ, ນາຍຊ່າງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈາງ ແບ່ງປັນກ່ຽວກັບວິວັດການສ້າງຕັ້ງ, ພັດທະນາ ແລະສ້າງເຄື່ອງໝາຍການຄ້າເຄື່ອງປັ້ນດິນເຜົາ ບາດຈາງ ກໍ່ຄືບົດຮຽນປະສົບການຂອງບ້ານ ບາດຈາງ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງແຮງບັນດານໃຈໃຫ້ຄົນລຸ້ນຫຼັງຮັກສາອາຊີບພື້ນເມືອງຂອງບັນພະບຸລຸດ ແລະວຽກງານກໍ່ສ້າງຊົນນະບົດໃໝ່ຢູ່ທ້ອງຖິ່ນ.

ເມື່ອແລກປ່ຽນກັບຄະນະຜູ້ແທນແນວລາວສ້າງຊາດ, ສະຫາຍ ຫວູຮ່າ, ຮອງຫົວໜ້າຜູ້ປະຈໍາການ ຄະນະຂົນຂວາຍປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້, ນະຄອນຫຼວງຮ່າໂນ້ຍ ຍາມໃດກໍ່ໃຫ້ບຸລິມະສິດສູງໃນການພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບນະຄອນຫຼວງວຽງຈັນ ແລະບັນດາທ້ອງຖິ່ນຂອງລາວ, ໂດຍສະເພາະແມ່ນເພີ່ມທະວີສາຍພົວພັນມິດຕະພາບທີ່ສະໜິດສະໜົມລະຫວ່າງປະຊາຊົນນະຄອນຮ່າໂນ້ຍ ກັບປະຊາຊົນບັນດາທ້ອງຖິ່ນຂອງລາວ ຜ່ານເນື້ອໃນການຮ່ວມມືລະຫວ່າງບັນດາອົງການຈັດຕັ້ງ, ໝູ່ຄະນະ ການເມືອງ-ສັງຄົມ, ລະຫວ່າງຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນຮ່າໂນ້ຍ ກັບຄະນະກໍາມະການແນວລາວສ້າງຊາດນະຄອນຫຼວງວຽງຈັນ ໃນການພົບປະແລກປ່ຽນຄະນະຜູ້ແທນ ແລະການທູດປະຊາຊົນ, ແລກປ່ຽນບົດຮຽນໃນການຍົກສູງຄວາມສາມາດດ້ານວິຊາສະເພາະລະຫວ່າງສອງອົງການ...

ສະຫາຍນາງ ອິນລາວັນ ແກ້ວບຸນພັນ ຢືນຢັນວ່າ ບັນດາບົດຮຽນປະສົບການທີ່ຖອດຖອນມາໄດ້ໃນການໄປສຳຫຼວດ ແລະເຮັດວຽກຢູ່ຕາແສງບາດຈາງ ແມ່ນເປັນປະໂຫຍດຫຼາຍ, ເປັນຕົ້ນແມ່ນປະສົບການໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍອາຊີບພື້ນເມືອງ ແລະກໍ່ສ້າງຊົນນະບົດໃໝ່ ຈະປະກອບສ່ວນຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງຄະນະກໍາມະການສູນກາງແນວລາວສ້າງຊາດ ໃນໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.